












ໃນວັນທີ 2 ກັນຍາ 2026 ນີ້, ຢູ່ທີ່ເດີ່ນໂຮງຮຽນປະຖົມສົມບູນດອນໄຈ ຕາແສງທ່າຟ້າ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດຮັບຮອງເອົາ 2 ບ້ານ ຄື: ບ້ານ ດອນໄຈແລະ ບ້ານ ນໍ້າທຸງ ເປັນຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຈອມແພງ ວິໄລສານ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຫ້ວຍຊາຍ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ສະຫາຍ ພັນໂທ ອິນວົງ ວັນນະຈອມຈັນ ກໍາມະການພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງ, ມີບັນດາການນໍາຂອງແຂວງ-ເມືອງ, ຄະນະພັກ-ຄະນະບັນຊາ ປກຊ-ປກສ ເມືອງ, ແຂກຖືກເຊີນ, ຄະນະກໍາມະການປົກຄອງຕາແສງ ອົງການປົກຄອງບ້ານ, ອົງການຈັດຕັ້ງບ້ານ, ເຖົ້າແກ່ແນວໂຮມ ຕະຫຼອດປະຊາຊົນ ພາຍໃນ 2 ບ້ານເຂົ້າຮ່ວມ.
ທ່ານ ທອງໄຊ ແກ້ວມະນີ ເລຂາພັກບ້ານນໍ້າທຸງ ຕາງໜ້າໃຫ້ 2 ບ້ານ ຜ່ານບົດສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານ ການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຕະຫຼອດໄລຍະຜ່ານມາ: ຄະນະພັກອໍານາດການປົກຄອງແຕ່ລະບ້ານໄດ້ມີການປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງດໍາເນີນແຜນການສ້າງບ້ານ ແລະ ຄອບຄົວປ້ອງກັນຄວາມສະຫງົບດີໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້ໂດຍປະຕິບັດຕາມ 5 ມາດຖານ ແລະ 6 ເງື່ອນໄຂ ວ່າດ້ວຍການສ້າງຄອບຄົວປ້ອງກັນຄວາມສະຫງົບດີ ແລະ ເອກະສານກ່ຽວກັບວຽກງານປ້ອງກັນຄວາມສະຫງົບ ມາຈັດຕັ້ງເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນໄດ້ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ, ປະຊາຊົນມີຄວາມຕື່ນຕົວປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບຢ່າງຕັ້ງໜ້າ, ເປັນເຈົ້າການຕິດຕາມສະພາບກຸ່ມຄົນທີ່ບໍ່ຫວັງດີພາຍໃນບ້ານ ແລະ ຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ສາມາດແກ້ໄຂສະພາບໄດ້ທັນເວລາ ບ້ານ ດອນໄຈ ປະກອບມີ 14 ໜ່ວຍ, ມີ 202 ຄົວເຮືອນ, ມີ 244 ຄອບຄົວ, ມີພົນລະເມືອງທັງໝົດ 1205 ຄົນ, ຍິງ 620 ຄົນ, ປະກອບມີ 3 ເຜົ່າຄື ເຜົ່າລື້, ເຜົ່າລະເມດ ແລະ ເຜົ່າມົ້ງ, ບ້ານ ນໍ້າທຸງ ປະກອບມີ 6 ໜ່ວຍ, ມີ 125 ຄົວເຮືອນ, ມີ 145 ຄອບຄົວ, ມີພົນລະເມືອງທັງໝົດ 529 ຄົນ, ຍິງ 256 ຄົນ ປະກອບມີ 2 ເຜົ່າຄື ເຜົ່າລະເມດ ແລະ ເຜົ່າກືມມຸ ພາຍໃນບ້ານມີລະບົບການຈັດຕັ້ງຄົບຊຸດ, ມີທ່າແຮງບົ່ມຊ້ອນຫຼາຍດ້ານທີ່ເປັນເງື່ອນໄຂຂໍ້ສະດວກໃນການພັດທະນາເສດຖະກິດ-ສັງຄົມເຮັດໃຫ້ບ້ານໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ການສ້າງເສດຖະກິດເພຶ່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເຮັດໃຫ້ຄອບຄົວຫຼຸດພົ້ນ ອອກຈາກຄວາມທຸກຍາກ ຈາກນັ້ນ ທ່ານ ພັນໂທ ທຳລະດີ ໃຈຍະແສງ ຮອງຫົວໜ້າກອງບັນຊາການ ປກສ ເມືອງຫ້ວຍຊາຍ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງເມືອງ ວ່າດ້ວຍການຮັບຮອງເອົາຄອບຄົວຕົວແບບເຮັດວຽກງານປ້ອງກັນຄວາມສະຫງົບດີ ໃຫ້ກຽດມອບຂອງທ່ານ ພ້ອມທັງມອບໃບຢັ້ງຢືນໃຫ້ແກ່ ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີຢ່າງສົມກຽດ ໃຫ້ກຽດຂຶ້ນມອບໂດຍ ພັນໂທ ອິນວົງ ວັນນະຈອມຈັນ ກໍາມະການພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງ ແລະ ຜ່ານຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງແຂວງ, ວ່າດ້ວຍການຮັບຮອງເອົາບ້ານ ດອນໄຈ ແລະ ບ້ານ ນໍ້າທຸງ ເປັນບ້ານຕົວແບບເຮັດວຽກງານປ້ອງກັນຄວາມສະຫງົບດີ, ໃຫ້ກຽດຂຶ້ນມອບໂດຍ ຈອມແພງ ວິໄລສານ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຫ້ວຍຊາຍ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ພ້ອມທັງມີຄໍາເຫັນໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ຜົນສຳເລັດຫຼາຍດ້ານທີ່ອໍານາດການປົກຄອງ ແລະ ປະຊາຊົນທັງ 2 ບ້ານໄດ້ພ້ອມກັນສູ້ຊົນຜ່ານຜ່າຈົນປະສົບຜົນສໍາເລັດໃນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຕາມທິດຊີ້ນໍາຂອງຂັ້ນເທິງ ແລະ ທ່ານໄດ້ຮຽກຮ້ອງໃຫ້ແຕ່ລະບ້ານສືບຕໍ່ສຶກສາອົບຮົມການເມືອງແນວຄິດເປັນສໍາຄັນ ແລະ ພ້ອມກັນຮັກສາມູນເຊື້ອຮີດຄອງປະເພນີຂອງແຕ່ລະເຜົ່າໄວໃຫ້ໝັ້ນຄົງ, ຕັ້ງໜ້າປະກອບສ່ວນເຂົ້າຮ່ວມເຄື່ອນໄຫວເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປົກປັກຮັກສາບ້ານຊ່ອງຂອງຕົນໃຫ້ມີຄວາມສະຫງົບ ແລະ ມີການພັດທະນານັບມື້ດີຂຶ້ນ. ພ້ອມທັງລັ່ນຄ້ອງ 9 ບາດ ແລະ ເປີດປ້າຍຮັບຮອງເອົາບ້ານ ດອນໄຈ ແລະ ບ້ານ ນໍ້າທຸງ ເປັນຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຢ່າງເປັນທາງການ.
ພາບ,ຂ່າວ: ບຸນຈັນ ບຸນປັນຍາ