





ວັນທີ 2 ກັນຍາ 2026ນີ້ ຄະນະປະສານງານ ແຜນງານການຮ່ວມມື ຄັ້ງທີ V ( ICP-V ), ແຜນງານລັດແຫ່ງກົດໝາຍ LAO/037, ແຜນງານສຸຂະພາບ ແລະ ໂພຊະນາການ LAO/035, ແຜນງານພັດທະນາທ້ອງຖິ່ນ LAO/338, ແຜນງານພັດທະນາທັກສະດ້ານກະສິກໍາ ແລະ ທ່ອງທ່ຽວ LAO/336 ນໍາໂດຍ ທ່ານ ໂລເບີດ ດີວາຮາ ຫົວໜ້າອົງການຮ່ວມມືເພື່ອການພັດທະນາລຸກຊຳບວກ ປະຈຳຫ້ອງການພາກພື້ນ ຢູ່ນະຄອນຫຼວງວຽງຈັນ, ທ່ານ ຂັນທອງ ທຳມະວົງ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ ຜູ້ຊີ້ນຳຂົງເຂດເສດຖະກິດ, ມີຄະນະທີມງານແຜນງານການຮ່ວມມື, ຄູ່ຮ່ວມງານ, ຮອງຫົວໜ້າກົມແຜນການ ຈາກກະຊວງການເງິນ, ພະແນກການທີ່ກ່ຽວຂ້ອງຂອງແຂວງ, ຄະນະປະສານງານ 4 ເມືອງຂອງແຂວງບໍ່ແກ້ວຄື: ເມືອງຜາອຸດົມ, ເມືອງປາກທາ, ເມືອງເມິງ ແລະ 3 ແຂວງຄື: ແຂວງວຽງຈັນ, ແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ ລົງຢ້ຽມຢາມ-ແລກປ່ຽນບົດຮຽນເບິງຜົນສຳເລັດການຈັດຕັ້ງປະຕິບັດກິດຈະກຳຕົວຈິງ ຢູ່ພາກສະໜາມ ຢູບ້ານ ມົກໂຊະ ແລະ ບ້ານ ຫ້ວຍກູນ ເມືອງຜາອຸດົມ ໂດຍມີພໍ່ແມ່ປະຊາຊົນ ແລະ ນ້ອງນ້ອຍນັກຮຽນທັງ 2 ບ້ານເຂົ້າຮ່ວມຢ່າງພ້ອມພຽງ.
ການລົງຢ້ຽມຢາມ-ແລກປ່ຽນບົດຮຽນເບິງຜົນສຳເລັດການຈັດຕັ້ງປະຕິບັດກິດຈະກຳຕົວຈິງຢູ່ພາກສະໜາມຄັ້ງນີ້: ບັນດາຜູ້ເຂົ້າຮ່ວມແມ່ນໄດ້ຕິດຕາມແລກປ່ຽນບົດຮຽນກ່ຽວກັບການໂຄສະນາເຜີຍແຜ່ກົດໝາຍຢູ່ຂັ້ນບ້ານ, ປຶກສາຫາລື ແລະ ແລກປ່ຽນປະສົບການໃນການຈັດຕັ້ງປະຕິບັດຢູ່ຂັ້ນທ້ອງຖິ່ນ, ໄດ້ໄປຢ້ຽມຢາມສຸກສາລາບ້ານມົກໂຊະ ພ້ອມທັງປຶກສາຫາລືກ່ຽວກັບການສະໜັບສະໜູນຂອງແຜນງານ, ຜົນໄດ້ຮັບ ແລະ ສິ່ງທ້າທາຍຕ່າງໆ, ຈາກນັ້ນ ໄດ້ປະຊຸມກັບປະຊາຊົນບ້ານຫ້ວຍກູນ ເພື່ອປຶກສາຫາລືກ່ຽວກັບກິດຈະກໍາການພັດທະນາບ້ານ – ການສະໜອງອຸປະກອນວິດຖ່າຍ; ສະໜອງອຸປະກອນລ້ອມຮົ້ວໂຮງຮຽນ, ການສະໜອງອຸປະກອນລວມບ້ານ, ການຕິດຕັ້ງໄຟຟ້າຫ້ອງປະຊຸມ, ກິດຈະກໍາຂອງອົງປະກອບ NED, ການຕິດຕັ້ງເຄື່ອງຫຼິ້ນສໍາລັບເດັກນ້ອຍຢູ່ໂຮງຮຽນ, ການມີສ່ວນຮ່ວມຊຸມຊົນ ແລະ ສິ່ງທ້າທາຍໃນການບົວລະບັດຮັກສາ, ໄດ້ປຶກສາຫາລືກ່ຽວກບການສົ່ງເສີມກິດຈະກໍາພັດທະນາທັກສະການລ້ຽງແບ້ ແລະ ປຶກສາຫາລືກັບຜູ້ໄດ້ຮັບຜົນປະໂຫຍດກ່ຽວກັບການນໍາໃຊ້ບົດຮຽນ, ຜົນໄດ້ຮັບ ແລະ ຄວາມຍືນຍົງ.
ທັງນີ້ ກໍ່ເພື່ອເປັນການປະເມີນຮ່ວມ, ຕິດຕາມເບິງຂັ້ນຕອນການຈັດຕັ້ງປະຕິບັດ ຈາກການຊ່ວຍເຫຼືອກ່ອນ ໜ້ານີ້ຜ່ານມາ ທີ່ໄດ້ຮັບທຶນຈາກລັດຖະບານຂອງລຸກຊຳບວກ ເພື່ອມາແລກປ່ຽນບົດຮຽນເຊິງກັນ ແລະ ກັນ, ພ້ອມກັນຊອກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານຜ່ານມາ ເພື່ອນຳໄປຄົ້ນຄ້ວາປັງປຸງແກ້ໄຂໃຫ້ດີຂື້ນກວ່າເກົ່າ.
ຂ່າວ-ພາບ: ພອນສະຫວັນ ມະນີສີ.
ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ.