


ໃນວັນທີ 2 ກັນຍາ 2026 ນີ້, ຢູ່ທີ່ຫ້ອງປະຊຸມແນວລາວສ້າງຊາດແຂວງ, ໄດ້ມີກອງປະຊຸມປຶກສາຫາລື ໃນການກະກຽມກອງປະຊຸມພົບປະຜູ້ຊົງຄຸນວຸດທິບັນດາເຜົ່າ ທົ່ວແຂວງບໍ່ແກ້ວ ຄັ້ງທີ I ຂຶ້ນ ໂດຍການເປັນປະທານຂອງ ທ່ານ ສົມສັກ ປິ່ນແກ້ວ, ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງບໍ່ແກ້ວ; ມີບັນດາທ່ານ ຄະນະປະຈໍາແນວລາວສ້າງຊາດແຂວງ, ກໍາມະການແນວລາວສ້າງຊາດແຂວງ ທີ່ເປັນຄະນະຮັບຜິດຊອບ, ຜູ້ຕາງໜ້າຈາກພະແນກການ, ອົງການຈັດຕັ້ງອ້ອມຂ້າງແຂວງ ແລະ ພະນັກງານຫຼັກແຫຼ່ງຂອງແນວລາວສ້າງຊາດແຂວງ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນິ້, ໄດ້ຮ່ວມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນໃສ່ຮ່າງແຜນດຳເນີນງານກະກຽມກອງປະຊຸມ ແລະ ຂໍ້ຕົກລົງແບ່ງຄວາມຮັບຜິດຊອບໃຫ້ບັນດາອນຸກຳມະການຕ່າງໆ ຢ່າງລະອຽດ, ເພື່ອຮັບປະກັນໃຫ້ການກະກຽມຄວາມພ້ອມຮອບດ້ານ ເປັນຕົ້ນແມ່ນ ດ້ານເນື້ອໃນ, ດ້ານບຸກຄະລາກອນ, ຂະບວນການ, ດ້ານບໍລິຫານ-ຮັກສາຄວາມສະຫງົບ ແລະ ງົບປະມານ ໃຫ້ມີຄວາມຮັດກຸມ ທັງດຳເນີນໄປຕາມຄາດໝາຍທີ່ວາງໄວ້.
ໃນໂອກາດນີ້, ທ່ານ ສົມສັກ ປິ່ນແກ້ວ ໄດ້ໃຫ້ທິດຊີ້ນຳ ແລະ ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມພົບປະຜູ້ຊົງຄຸນວຸດທິບັນດາເຜົ່າ ທົ່ວແຂວງບໍ່ແກ້ວ ຄັ້ງທີ I, ເຊິ່ງເປັນກອງປະຊຸມທີ່ສຳຄັນໃນການສົ່ງເສີມຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ, ການແລກປ່ຽນຄຳຄິດຄຳເຫັນ ແລະ ການເຕົ້າຮວມກຳລັງແຮງສັງລວມ ເພື່ອພັດທະນາແຂວງບໍ່ແກ້ວໃຫ້ເຕີບໃຫຍ່ເຂັ້ມແຂງ. ພ້ອມດຽວກັນ, ບັນດາຄະນະຮັບຜິດຊອບກໍໄດ້ປະກອບຄໍາຄິດຄໍາເຫັນຕໍ່ບັນດາເອກະສານຕ່າງໆ ດ້ວຍຄວາມຮັບຜິດຊອບສູງ; ຈາກນັ້ນ, ປະທານກອງປະຊຸມຍັງໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບ ແລະ ອະນຸກຳມະການທຸກຝ່າຍ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເອົາໃຈໃສ່ປະສານງານກັນຢ່າງໃກ້ຊິດ ແລະ ດໍາເນີນວຽກງານຕາມແຜນການຢ່າງມີປະສິດທິພາບ ເພື່ອເຮັດໃຫ້ກອງປະຊຸມທີ່ຈະມາເຖິງນີ້ ປະສົບຜົນສໍາເລັດຢ່າງຈົບງາມ.
ຂ່າວ:ນັກຂ່າວ ແນວລາວສ້າງຊາດແຂວງບໍ່ແກ້ວ