










ໃນວັນທີ 1ກັນຍາ 2026, ພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ໄດ້ຈັດພິທີໄຂສົກຮຽນໃໝ່ 2026-2027 ຢ່າງເປັນທາງການ ທີ່ຫໍວັດທະນະທໍາແຂວງ,ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ຄໍາແສງ ສຸລິຍະວົງ, ກໍາາມະການປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປົກຄອງແຂວງບໍ່ແກ້ວ;ມີບັນດາກໍາມະການພັກແຂວງ, ຄະນະພະແນກ, ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງ, ຜູ້ບໍລິຫານການສຶກສາພາກລັດ-ເອກະຊົນ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ໃນພິທີ ໄດ້ມີການຜ່ານຖະແຫຼງການຂອງ ທ່ານ ຮສ.ປອ. ທອງສະລິດ ມັງໜໍ່ເມກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ (8 ກັນຍາ 1966 – 8 ກັນຍາ 2026), ພ້ອມທັງຜ່ານບົດສະຫຼຸບຜົນງານການຈັດຕັ້ງປະຕິບັດວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ສົກຮຽນ 2025-2026 ແລະ ລາຍງານການກະກຽມໄຂສົກຮຽນໃໝ່.
ທ່ານ ວັນດີ ທໍາມະວົງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ລາຍງານໃຫ້ຮູ້ວ່າ: ທົ່ວແຂວງມີໂຮງຮຽນທັງໝົດ 434 ແຫ່ງ (ເອກະຊົນ 33 ແຫ່ງ), ມີຄູສອນ 2,135 ຄົນ ແລະ ນັກຮຽນ 47,327 ຄົນ.ຜົນງານທີ່ພົ້ນເດັ່ນໃນສົກຮຽນ 2025-2026 ທີ່ຜ່ານມາ:ອັດຕາການສອບເສັງຈົບຊັ້ນ: ຊັ້ນ ປ.5 ແລະ ມ.7 ເສັງໄດ້ 100%, ຊັ້ນ ມ.4 ເສັງໄດ້ 99.95%. ມີນັກຮຽນທີ່ໄດ້ຄະແນນເກັ່ງຮອບດ້ານ (ຄະແນນ 7 ຂຶ້ນໄປ) ທັງໝົດ 320 ຄົນ.ຜົນງານລະດັບຊາດ ແລະ ຕ່າງປະເທດ: ຍາດໄດ້ອັນດັບທີ 1 ໃນການແຂ່ງຂັນຖາມ-ຕອບຄໍາຖາມວິທະຍາສາດ ນັກຮຽນເກັ່ງລະດັບຊາດ. ນອກນັ້ນ, ນັກຮຽນເກັ່ງຂັ້ນແຂວງ ຊັ້ນ ມ.7 ຍັງໄດ້ຮັບທຶນການສຶກສາໄປຮຽນຕໍ່ລະດັບປະລິນຍາຕີ ຢູ່ ສສ ຫວຽດນາມ 1 ນ້ອງ.ຄາດໝາຍການສຶກສາ: ສາມາດບັນລຸໄດ້ 8 ຄາດໝາຍ ຈາກທັງໝົດ 15 ຄາດໝາຍ ທີ່ສະພາປະຊາຊົນແຂວງຮັບຮອງ. ໃນນັ້ນ, ອັດຕາການເຂົ້າຮຽນລວມໃໝ່ ປ.5 ບັນລຸ 99.4% (ເກີນຄາດໝາຍ 98.8%), ອັດຕາການປະລະການຮຽນຂອງ ປ.1 ຫຼຸດລົງເຫຼືອ 2.8% (ດີກວ່າຄາດໝາຍ 4.9%).
ການພັດທະນາພື້ນຖານໂຄງລ່າງ ແລະ ຄູ: ປັບປຸງລະບົບນໍ້າໃຊ້ໃຫ້ 24 ໂຮງຮຽນປະຖົມໃນເມືອງສາມສ້າງ; ສໍາເລັດການສອບເສັງບັນຈຸທົດແທນລັດຖະກອນຄູ ງວດ 2 ປີ 2026 ທັງໝົດ 61 ຄົນ; ຈັດສັນສັບຊ້ອນຄູໃຫ້ເໝາະສົມ (ໂດຍສະເພາະເຂດຫ່າງໄກສອກຫຼີກ); ຈັດຮວມຫ້ອງຮຽນ-ຮວມໂຮງຮຽນ ແລະ ເປີດຂັ້ນຮຽນ ມ.6 ຕິດແປະ 1 ແຫ່ງ.ດ້ານກິລາ-ກາຍຍະກໍາ: ທີມນັກກິລາຂອງແຂວງ ຍາດໄດ້ 14 ຫຼຽນ (1 ຫຼຽນຄໍາ, 2 ຫຼຽນເງິນ, 11 ຫຼຽນທອງ) ໃນງານກິລາແຫ່ງຊາດ ຄັ້ງທີ XII ແລະ ຍາດໄດ້ 7 ຫຼຽນ (1 ຫຼຽນຄໍາ, 3 ຫຼຽນເງິນ, 3 ຫຼຽນທອງ) ໃນງານກິລາຄົນພິການແຫ່ງຊາດ ຄັ້ງທີ IV ທີ່ ນະຄອນຫຼວງວຽງຈັນ.
ສໍາລັບການກະກຽມເປີດສົກຮຽນໃໝ່ 2026-2027, ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ສຸມໃສ່ 8 ໜ້າວຽກໃຫຍ່ ເປັນຕົ້ນແມ່ນ: ການຈັດສັນສັບຊ້ອນຄູ, ການເຜີຍແຜ່ນິຕິກໍາ, ການປຸກລະດົມຜູ້ປົກຄອງ, ການຝຶກອົບຮົມຄູ, ການປັບປຸງອາຄານສະຖານທີ່-ສິ່ງອໍານວຍຄວາມສະດວກ, ການກວດກາສື່ການຮຽນ-ການສອນ, ພ້ອມທັງເນັ້ນໃສ່ການຕ້ານປະກົດການຫຍໍ້ທໍ້ໃນສະຖານການສຶກສາ ເຊັ່ນ: ຢາສູບໄຟຟ້າ ແລະ ນໍ້າກະທ້ອມ.
ໃນໂອກາດນີ້, ທ່ານ ຄໍາແສງ ສຸລິຍະວົງ ໄດ້ໃຫ້ທິດຊີ້ນໍາໂດຍເນັ້ນໃຫ້ຂະແໜງການສຶກສາ ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບ, ຍົກສູງຄຸນນະພາບການຮຽນ-ການສອນ, ແກ້ໄຂບັນຫາຂາດແຄນຄູ, ປັບປຸງພື້ນຖານໂຄງລ່າງ, ແລະ ກຽມຄວາມພ້ອມຮອງຮັບການປັບລະບົບການສຶກສາໃໝ່ (6+3+3) ໂດຍສະເພາະແມ່ນຫ້ອງ ປ.6. ພ້ອມດຽວກັນນັ້ນ, ກໍໃຫ້ຫັນການສຶກສາເປັນທັນສະໄໝ ແລະ ດີຈິດຕອນ (ສ້າງຫ້ອງ ICT, ຫ້ອງທົດລອງ), ສົ່ງເສີມການສຶກສາສາມັນວິຊາຊີບ, ກິລາ-ສິລະປະ, ສ້າງໂຮງຮຽນສີຂຽວສະອາດ. ທ່ານຍັງໄດ້ຝາກເຖິງນັກຮຽນ-ນັກສຶກສາ ໃຫ້ດຸໝັ່ນຄົ້ນຄວ້າ, ສ້າງຈິດສໍານຶກ “ການຮຽນຮູ້ຕະຫຼອດຊີວິດ”, ຝຶກຝົນຄຸນສົມບັດ, ຫຼີກເວັ້ນຈາກສິ່ງເສບຕິດຕິດ ແລະ ປະກົດການຫຍໍ້ທໍ້ ເພື່ອເຕີບໂຕເປັນພົນລະເມືອງດີຂອງຊາດ.
ພາບ-ຂ່າວໂດຍ: ບຸນຄົງ ວັນນະສິດ