



ໃນຕອນແລງຂອງວັນທີ 21 ສິງຫາ 2026ນີ້, ທີ່ແຂວງດຽນບຽນ ສສ ຫວຽດນາມ ໄດ້ມີພິທີປະດັບຫຼຽນໄຊ ຂອງປະທານປະເທດ ແຫ່ງ ສປປ ລາວ ໃຫ້ແກ່ບັນດາກົມກອງ ແລະ ບຸກຄົນຜູ້ທີ່ມີຜົນງານ, ຄຸນງາມຄວາມດີ ປະກອບສ່ວນເຂົ້າໃນການພົວພັນຮ່ວມມື ແລະ ຊ່ວຍເຫຼືອທຶນຮອນ ພັດທະນາແຂວງບໍ່ແກ້ວຕະຫຼອດໄລຍະຜ່ານມາ. ໃນພິທີໂດຍມີທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກປະຊາຊົນປະຕິວັດລາວ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງບໍ່ແກ້ວ ສປປ ລາວ, ທ່ານ ເລ ແທັງ ໂດ ຮອງເລຂາພັກແຂວງ ຜູ້ປະຈຳການ ປະທານສະພາປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ພ້ອມດ້ວຍຄະນະຜູ້ແທນ, ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ລາວ-ຫວຽດນາມ, ຫວຽດນາມ-ລາວ ເຂົ້າຮ່ວມ.
ພິທີໄດ້ປະດັບຫຼຽນໄຊອິດສະຫຼະ ຊັ້ນ II ໃຫ້ບຸກຄົນ ຈຳນວນ 1 ທ່ານ, ປະດັບຫຼຽນໄຊອິດສະຫຼະ ຊັ້ນ III ຈຳນວນ 7 ທ່ານ, ປະດັບຫຼຽນໄຊແຮງງານ ຊັ້ນ III ໃຫ້ບຸກຄົນ ຈຳນວນ 5 ທ່ານ ແລະ ມອບຫຼຽນໄຊແຮງງານ ຊັ້ນ III ໃຫ້ 2 ກົມກອງ, ເປັນກຽດປະດັບ ແລະ ມອບຫຼຽນ ຂອງທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນ ແຂວງບໍ່ແກ້ວ.
ການປະດັບຫຼຽນໄຊເປັນການຢັ້ງຢືນເຖິງຄວາມຍົກຍ້ອງສັນລະເສີນອັນສູງສົ່ງ ຂອງພັກ, ລັດຖະບານ ແລະ ປະຊາຊົນລາວຕໍ່ກັບຜົນງານ ອັນໂດດເດັ່ນຂອງບັນດາກົມກອງ ແລະ ບຸກຄົນ ຂອງແຂວງດຽນບຽນ ທີ່ໄດ້ທຸ້ມ ເທເຫື່ອແຮງ, ສະຕິປັນຍາ ເຂົ້າໃນການປະກອບສ່ວນ ພັດທະນາແຂວງບໍ່ແກ້ວ ຍັງເປັນການປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ຂະຫຍາຍຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ສາຍພົວພັນມິດຕະພາບ ລະຫວ່າງ ສອງຊາດ ລາວ – ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວກ້າວຂຶ້ນສູ່ລະດັບໃໝ່ທີ່ຍິ່ງໃຫຍ່ຂຶ້ນເລື່ອຍໆ.
ຂ່າວ-ພາບ: ສາຍສະໝອນ ແກ້ວວິສິດ
ກວດແກ້: ຈິນດາວັນ ຈັນທະລິດ