



ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ແຂວງລາວກາຍ ສສ. ຫວຽດນາມ ສະ ຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງບໍ່ແກ້ວ ພ້ອມຄະນະ ໄດ້ເຂົ້າພົບປະກັບ ສະຫາຍ ເຢືອງ ກ໋ວກ ຮຸຍ ( Dương Quốc Huy ) ກຳມະການສູນກາງພັກ, ເລຂາພັກແຂວງລາວກາຍ. ພ້ອມດ້ວຍ ບັນດາ ສະຫາຍ ຄະນະນໍາພັກ-ລັດ, ຄະນະກຳມະການປະຊາຊົນແຂວງລາວກາຍ ສສ ຫວຽດນາມ ໃນວັນທີ 20 ສິງຫາ 2026 ນີ້, ທີ່ຫ້ອງປະຊຸມຫ້ອງວ່າການພັກແຂວງລາວກາຍ.
ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ແລະ ຕີລາຄາ ໝາກຜົນຂອງການພົວພັນຮ່ວມມື ລະຫວ່າງສອງແຂວງ ບໍ່ແກ້ວ-ລາວກາຍ ໃນໄລຍະຜ່ານມາ ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ກໍຄື ບໍ່ແກ້ວ-ລາວກາຍ ທີ່ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ ອັນພົ້ນເດັ່ນແມ່ນການພົວພັນຮ່ວມມືທາງດ້ານການເມືອງ ທີ່ສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນໃນລະດັບສູງສຸດ; ວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ສືບຕໍ່ເປັນເສົາຫຼັກທີ່ໝັ້ນຄົງໃນການພົວພັນສອງຝ່າຍ ແລະ ບັນດາໂຄງການຮ່ວມມືຍຸດທະສາດ ກໍໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ; ພິເສດ, ສອງຝ່າຍໄດ້ຢືນຢັນເພີ່ມພູນຄູນສ້າງ “ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ” ໃຫ້ນັບມື້ໄດ້ຮັບການຂະຫຍາຍຍິ່ງໆຂຶ້ນ.
ພ້ອມກັນນັ້ນ, ສອງຝ່າຍໄດ້ເຫັນດີຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັນຢ່າງໃກ້ຊິດ ໃນດ້ານຕ່າງໆ ເຊັ່ນ: ດ້ານການເມືອງ ແລະ ການຕ່າງປະເທດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານການຄ້າ, ການລົງທຶນ ແລະ ການເຊື່ອມໂຍງເສດຖະກິດ, ດ້ານວັດທະນະທໍາ-ສັງຄົມ ແລະ ການສຶກສາ ໃຫ້ເປັນຮູບປະທໍາ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ໃນໂອກາດນີ້, ສະຫາຍ ເຢືອງ ກ໋ວກ ຮຸຍ ( Dương Quốc Huy ) ກຳມະການສູນກາງພັກ, ເລຂາພັກແຂວງລາວກາຍ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ໃນການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຂອງສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງບໍ່ແກ້ວ ພ້ອມດ້ວຍຄະນະ. ສະຫາຍໄດ້ຖືໂອກາດອັນມີຄວາມໝາຍສຳຄັນນີ້ ສະແດງຄວາມຂອບໃຈ ແລະ ຄວາມຮູ້ບຸນຄຸນເປັນຢ່າງສູງຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງສະເໝີຕົ້ນສະເໝີປາຍ ນັບທັງພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄື ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດມາ.
ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ -ລາວ ກໍຄື ແຂວງບໍ່ແກ້ວ ແລະ ແຂວງລາວກາຍ ຈົ່ງໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.
ບໍ່ແກ້ວ-ລາວກາຍ:20 ສິງຫາ 2026
#ຂ່າວ:ຈ.ຈັນທະລິດ
#ພາບ:ສາຍສະໝອນ ແກ້ວວິສິດ
#ຄະນະໂຄສະນາອົບຮົມແຂວງບໍ່ແກ້ວ