ການນຳຂັ້ນສູງແຂວງບໍ່ແກ້ວ ພົບປະຢ້ຽມຢາມ ແຂວງຟູເຖາະ.

 

ບໍ່ແກ້ວ – ຟູເຖາະ,  ໃນວັນທີ 19 ສິງຫາ 2026, ຄະນະນຳຂັ້ນສູງແຂວງບໍ່ແກ້ວ, ສປປ ລາວ ໂດຍ ສະຫາຍ ພົນຈັດ ຕະວາ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນ ແຂວງບໍ່ແກ້ວ ພ້ອມຄະນະ, ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ກັບແຂວງຝູເຖາະ ສສ ຫວຽດ ນາມ ເພື່ອເພີ່ມພູນຄູນສ້າງຄວາມສາມັກຄີພິເສດ ແລະ ທົບທວນຄືີນການຮ່ວມມືສອງຝ່າຍ.

ໃນໂອກາດການພົບປະຢ່າງເປັນທາງການ, ໂດຍໄດ້ໃຫ້ການຕ້ອນຮັບຂອງ ສະຫາຍ ເຈີນ ຢຸຍ ດົງ ກໍາມະການສໍາຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກແຂວງ, ປະ ທານຄະນະກຳມະການປະຊາຊົນ ແຂວງຟູເຖາະ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍບັນດາ ສະຫາຍ ຄະນະການນໍາພັກ-ລັດ, ຄະນະກຳມະການປະຊາຊົນແຂວງຟູເຖາະ ສສ ຫວຽດນາມ ຢ່າງອົບອຸ່ນ.

ຈາກນັ້ນ, ຄະນະນຳທັງສອງຝ່າຍໄດ້ຮ່ວມກັນທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ, ພ້ອມທັງຕີລາ ຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະ ສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ – ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ແຂວງບໍ່ແກ້ວ ແລະ ແຂວງຟູເຖາະເວົ້າສະເພາະ. ພ້ອມກັນນັ້ນ ທັງສອງຝ່າຍໄດ້ລາຍງານການພັດທະນາເສດຖະກິດ ສັງຄົມ ໃຫ້ກັນ ແລະ ກັນຊາບ ເພື່ອເປັນບ່ອນອີງໃນການສືບຕໍ່ຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນ ດ້ານການເມືອງ ແລະ ຄວາມໝັ້ນຄົງ, ດ້ານເສດຖະກິດ ແລະ ການຄ້າ, ດ້ານວັດທະນະທຳ-ສັງຄົມ, ສືບຕໍ່ຮັກສາມູນເຊື້ອສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍໃຫ້ໜັ້ນຄົງຂະແກ່ນຕະຫອດໄປ.

ພິເສດ; ໃນການພົບປະຄັ້ງນີ້ ສະຫາຍເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນ ແຂວງບໍ່ແກ້ວ ຍັງໄດ້ສະເໜີຕໍ່ຄະນະນຳ ແຂວງຟູເຖາະ ເພື່ອດຶງດູດນັກລົງທຶນເຂົ້າມາລົງທຶນໃນແຂວງບໍ່ແກ້ວໃຫ້ນັບມື້ນັບຫຼາຍຂຶ້ນ ທັງນີ້ເພື່ອເຮັດໃຫ້ການພັດທະນາ ດ້ານການລົງທຶນດ້ານອຸດສາຫະກຳການຄ້າ, ການທ່ອງທ່ຽວ ແລະ ອື່ນໆ ຂອງສອງແຂວງນັບມື້ເຕີບໃຫຍ່ຂະຫຍາຍຕົວ.

ຂ່າວ: ຈິນດາວັນ ຈັນທະລິດ.

ພາບ: ສາຍສະໝອນ ແກ້ວວິສິດ.

ແອດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa