ໃນລະຫວ່າງວັນທີ 28-29 ພຶດສະພາ 2026 ທີ່ຜ່ານມານີ້, ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ຮ່ວມກັບ ບໍລິສັດ ອະນຸລັກຊີວະນາໆພັນ (ANIMO) ຈຳກັດຜູ້ດຽວ ໄດ້ຮ່ວມກັນຈັດຂະບວນການປູກຕົ້ນໄມ້ເສີມກ້ອງປ່າ ຢູ່ບໍລິເວນເຂດທີ່ຖືກຜົນກະທົບຈາກໄຟໄໝ້ລາມປ່າ (ຈຸດໂຕະ 2 ແລະ ໂຕະ 3) ເຊິ່ງເປັນເຂດທ່ອງທ່ຽວບ້ານນາຫຼວງ ຕັ້ງຢູ່ພາຍໃນເຂດປ່າສະຫງວນແຫ່ງຊາດນ້ຳກ່ານ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.ເຂົ້າຮ່ວມໃນພິທີ ແລະ ນຳພາການປູກຕົ້ນໄມ້ໃນຄັ້ງນິ້. ໂດຍມີ ທ່ານ ຄຳແພງ ໄຈຍະສັກ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແງດລ້ອມແຂວງບໍ່ແກ້ວ, ມີບັນດາ ພາກສ່ວນກອງຄຸ້ມຄອງປ່າສະຫງວນແຫ່ງຊາດນ້ຳກ່ານ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫ້ວຍຊາຍ, ຄະນະບໍລິຫານງານບໍລິສັດ ANIMO, ອົງການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມຈຳນວນ 76 ຄົນ, ຍິງ 42 ຄົນ.
ການຈັດກິດຈະກຳປູກຕົ້ນໄມ້ໃນຄັ້ງນິ້. ເພື່ອເປັນການຟື້ນຟູສະພາບແວດລ້ອມ ແລະ ລະບົບນິເວດວິທະຍາ ທີ່ໄດ້ຮັບຄວາມເສຍຫາຍຈາກໄພພິບັດໄຟໄໝ້ປ່າໃນໄລຍະຜ່ານມາ ໃຫ້ກັບຄືນສູ່ຄວາມອຸດົມສົມບູນ, ທັງເປັນການຮັກສາທັດສະນີຍະພາບອັນສວຍງາມຂອງເຂດທ່ອງທ່ຽວທຳມະຊາດບ້ານນາຫຼວງ ທີ່ຢູ່ພາຍໃຕ້ການຄຸ້ມຄອງ ແລະ ພັດທະນາແບບອະນຸລັກຂອງບໍລິສັດ ANIMO. ສຳລັບເນື້ອທີ່ໃນການປູກຕົ້ນໄມ້ເສີມກ້ອງປ່າຄັ້ງນີ້ ມີທັງໝົດ 10 ເຮັກຕາ ໂດຍໄດ້ນຳໃຊ້ເບ້ຍໄມ້ທັງໝົດ 1,000 ເບ້ຍ ເຊິ່ງລວມມີຫຼາກຫຼາຍຊະນິດພັນ ທີ່ເໝາະສົມກັບສະພາບປ່າ ເປັນຕົ້ນແມ່ນ:ໄມ້ແຕ້ຂ່າ: 500 ເບ້ຍ,ຕົ້ນງິວແດງ: 100 ເບ້ຍ, ໄມ້ຝາງແດງ: 100 ເບ້ຍ, ໄມ້ໃຫ້ໝາກ (ຊະນິດຕ່າງໆ): 100 ເບ້ຍແລະ ໄມ້ປະດັບ 200 ເບ້ຍ
ການຮ່ວມແຮງຮ່ວມໃຈລະຫວ່າງ ພາກລັດ, ພາກເອກະຊົນ ແລະ ຊຸມຊົນທ້ອງຖິ່ນໃນຄັ້ງນີ້ ບໍ່ພຽງແຕ່ເປັນການເພີ່ມເນື້ອທີ່ສີຂຽວໃຫ້ແກ່ປ່າສະຫງວນແຫ່ງຊາດນ້ຳກ່ານເທົ່ານັ້ນ ແຕ່ຍັງເປັນການປູກຈິດສຳນຶກ ໃຫ້ທຸກພາກສ່ວນເຫັນໄດ້ເຖິງຄວາມສຳຄັນຂອງການອະນຸລັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງຕະຫຼອດໄປ.

#ໂດຍ: ເງິນຫຼົງ ຈິດພູວົງ.
#ພາບ:ພາກສ່ວນກ່ຽວຂ້ອງ.