ບັນຫາພະຍາດຕິດຕໍ່ ຍັງຄົງເປັນສິ່ງທ້າທາຍໃຫຍ່ ສຳລັບຄະນະກຳມະການ ກັນ ແລະ ຄວບຄຸມພະຍາດຕິດຕໍ່ ແຂວງບໍ່ແກ້ວ ຫຼັງຈາກພົບຕົວເລກຜູ້ເຈັບປ່ວຍ ແລະ ຜູ້ຕິດເຊື້ອລາຍໃໝ່ມີທ່າອ່ຽງເພີ່ມຂຶ້ນ.
ໃນວັນທີ 5 ມິຖຸນາ 2026 ນີ້, ກອງປະຊຸມຄະນະກຳມະການ ກັນ ແລະ ຄວບຄຸມພະຍາດຕິດຕໍ່ຂັ້ນແຂວງບໍ່ແກ້ວ ໄດ້ຈັດຂຶ້ນທີ່ພະແນກສາທາລະນະສຸກແຂວງ ໂດຍການເປັນປະທານຂອງ ທ່ານ ຄຳແສງ ສຸລິຍະວົງ, ຄະນະກຳມະການປົກຄອງແຂວງບໍ່ແກ້ວ ທັງເປັນປະທານຄະນະກຳມະການດັ່ງກ່າວ. ກອງປະຊຸມຄັ້ງນີ້ ໄດ້ຮ່ວມກັນຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ພ້ອມທັງຊີ້ໃຫ້ເຫັນເຖິງສະພາບການລະບາດຂອງຫຼາຍພະຍາດທີ່ໜ້າເປັນຫ່ວງ.
ຕາມການລາຍງານໃນກອງປະຊຸມ, ໃນປີ 2025 ຜ່ານມາ, ລະບົບເຝົ້າລະວັງແຫ່ງຊາດ ໄດ້ກວດພົບພະຍາດ ແລະ ອາການສຳຄັນໃນທົ່ວແຂວງ ດັ່ງນີ້: ພະຍາດຖອກທ້ອງເປັນນ້ຳກະທັນຫັນ: ສູງເຖິງ 3.664 ກໍລະນີ, ອາການໄຂ້ ແລະ ອອກຕຸ່ມຜື່ນແດງ: 343 ກໍລະນີ, ອາການຊຶມເຊື້ອລະບົບຫາຍໃຈຮຸນແຮງກະທັນຫັນ: 234 ກໍລະນີ, ພະຍາດໄຂ້ຍຸງລາຍ (ບໍ່ມີອາການເຕືອນ): 99 ກໍລະນີ ແລະ ທີ່ໜ້າໜ້າເປັນຫວງ ແລະ ເປັນສິ່ງທ້າທາຍທີ່ສຸດແມ່ນ ບັນຫາການຕິດເຊື້ອ HIV ທີ່ຍັງມີທ່າອ່ຽງເພີ່ມຂຶ້ນ ຈາກການກວດເລືອດກຸ່ມເປົ້າໝາຍທັງໝົດ 5.000 ກວ່າຄົນ, ໄດ້ກວດພົບຜູ້ຕິດເຊື້ອ HIV ລາຍໃໝ່ສູງເຖິງ 60 ຄົນ (ໃນນີ້ເປັນເພດຍິງ 28 ຄົນ), ເຊິ່ງກາຍເປັນໂຈດຂໍ້ໃຫຍ່ໃນການຈັດຕັ້ງປະຕິບັດວຽກງານຄວບຄຸມພະຍາດຕິດຕໍ່ ໃຫ້ບັນລຸຕາມແຜນການທີ່ວາງໄວ້.
ໂອກາດນີ້, ທ່ານ ຄຳແສງ ສຸລິຍະວົງ ໄດ້ຮຽກຮ້ອງໃຫ້ຄະນະກຳມະການ ທີ່ມາຈາກຫຼາຍພາກສ່ວນ ຈົ່ງພ້ອມກັນສຸມສະຕິປັນຍາ ຄົ້ນຄວ້າ ແລະ ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ເພື່ອຊອກຫາສາເຫດທີ່ແທ້ຈິງ ທີ່ເຮັດໃຫ້ຕົວເລກຜູ້ຕິດເຊື້ອເພີ່ມຂຶ້ນ. ພ້ອມທັງເນັ້ນໜັກໃຫ້ປັບປຸງຂອດການປະສານງານລະຫວ່າງພາກສ່ວນໃຫ້ມີຄວາມກົມກ່ຽວ ແລະ ເປັນເອກະພາບ ເພື່ອຍົກສູງປະສິດທິພາບໃນການຄວບຄຸມພະຍາດໃຫ້ໄດ້ຮັບຜົນດີກວ່າເກົ່າ.
ນອກຈາກນີ້, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮ່ວມກັນສະເໜີໃຫ້ເພີ່ມທະວີການຮ່ວມມື ແລະ ຊຸກຍູ້ໃຫ້ທຸກພາກສ່ວນໃນສັງຄົມ ເຂົ້າມາມີສ່ວນຮ່ວມຢ່າງຕັ້ງໜ້າ ພ້ອມທັງເຊື່ອມສານມາດຕະການກັນ ແລະ ຄວບຄຸມພະຍາດ ເຂົ້າໃນວຽກງານຕົວຈິງຂອງຕົນ ເພື່ອຮ່ວມກັນຍູ້ແຮງໃຫ້ບັນລຸເປົ້າໝາຍຂອງລັດຖະບານ ທີ່ວາງໄວ້ວ່າ: “ພາຍໃນປີ 2030 ເຊື້ອ HIV ຈະຕ້ອງບໍ່ສາມາດແຜ່ເຊື້ອໄດ້ອີກຕໍ່ໄປ”.













ຂ່າວ: ສາຍສະໝອນ ແກ້ວວິສິດ



