ວັນທີ 3 ມິຖຸນາ 2026 ຜ່ານມານີ້, ເມືອງເມິງ ແຂວງບໍ່ແກ້ວ ໄດ້ສ້າງຂະບວນການ ປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມີຖຸນາ 1980 – 1 ມີຖຸນາ 2026 ຄົບຮອບ 46 ປີ, ຢູ່ທີ່ຕາດຫ້ວຍກາງ ບ້ານຜາດໍາ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສີວິໄລ ສີຫາລາດ ຄະນະປະຈໍາພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີບັນດາທ່ານຄະນະທີມງານຈາກຫ້ອງການກະສີກໍາ ແລະ ສິງແວດລ້ອມເມືອງ, ມີຄະນະກໍາມະການປົກຄອງຕາແສງ, ປກຊ-ປກສ ປະຈໍາກຸ່ມບ້ານ, ອົງການປົກຄອງບ້ານ ແລະ ຜູ້ປະກອບການແຫຼງທ່ອງທ່ຽວເຂົ້າຮ່ວມ.
ໃນພິທີທ່ານ ສີວິໄລ ສີຫາລາດ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ ຍັງໃຫ້ຮູ້ວ່າ: ປ່າໄມ້ ແມ່ນຊັບພະຍາກອນທຳມະຊາດອັນລ້ຳຄ່າ ແລະ ມີຄວາມໝາຍຄວາມສຳຄັນຕໍ່ກັບມະນຸດເຮົາ ເວົ້າລວມແລ້ວ ແມ່ນເຮັດໃຫ້ທຳມະຊາດມີຄວາມສົມບູນເຮັດໃຫ້ສະພາບດິນ, ຟ້າອາກາດ ຕົກຖືກຕ້ອງຕາມລະດູການ ແລະ ແນ່ໃສ່ປົກປັກຮັກສາສິ່ງແວດລ້ອມ, ຮັກສາແຫຼ່ງນ້ຳ, ປ້ອງກັນການເຊາະເຈື່ອນ, ຮັກສາຄຸນນະພາບຂອງດິນ ແລະ ຫຼຸດຜ່ອນຄວາມຮ້ອນຂອງໂລກ ຕະຫຼອດໄລຍະທີ່ຜ່ານມາ ພັກ-ລັດຖະບານໄດ້ເອົາໃຈໃສ່ຕໍ່ວຽກງານຄຸ້ມຄອງປົກປັກຮັກສາ ແລະ ຟື້ນຟູປ່າໄມ້ເປັນບູລິມະສິດໜຶ່ງຂອງລັດຖະບານ ແລະ ແຂວງບໍ່ແກ້ວ ກໍ່ຄືເມືອງເມິງຂອງເຮົາ ກໍ່ໄດ້ກໍານົດເປັນແຜນງານໜຶ່ງຂອງເມືອງ, ດັ່ງນັ້ນ ຕະຫຼອດໄລຍະທີ່ຜ່ານມາລັດຖະບານກໍ່ໄດ້ອ່ອກຄໍາສັງ, ອອກນິຕິກໍາ, ລະບຽບການ ແລະ ກົດໝາຍ ທີ່ກ່ຽວຂ້ອງເພຶ່ອອານຸລັກຮັກສາປ່າໄມ້, ເພີ່ມທະວີການຄຸ້ມຄອງປ່າໄມ້ ແລະ ສິງແວດລ້ອມ, ພ້ອມດຽວກັນນັ້ນກໍ່ໄດ້ສົ່ງເສີ່ມການປູກໄມ້ອຸດສາຫະກໍາແບບຍາວນານ ສະນັ້ນ ພັກ-ລັດຖະບານຈື່ງໄດ້ກຳນົດເອົາວັນທີ 1 ເດືອນ ມິຖຸນາຂອງທຸກໆປີ ເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ເພື່ອປຸກຈິດສຳນືກ ແລະ ສ້າງສະຕິແນວຄວາມຄິດທີ່ດີ, ທີ່ສ້າງສັນໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນອານຸຊົນ, ເຍົາວະຊົນ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈກ່ຽວກັບຄວາມໝາຍຄວາມສຳຄັນ ແລະ ຄຸນປະໂຫຍດຂອງປ່າໄມ້ ແລະ ຕົ້ນທີ່ນໍາມາປູກໃນຄັ້ງນີ້ປະກອບມີຄື: ຕົ້ນຟາງແດງ 50 ຕົ້ນ, ຕົ້ນສໍາສາ 50 ຕົ້ນ ແລະ ຕົ້ນໄມ້ແຕ່ຄາ 50 ຕົ້ນ ເຊິ່ງໄດ້ນໍາມາປູກຢູ່ໃນບໍລີເວນຕາດຫ້ວຍກາງ ທັງນີ້ ກໍ່ເພຶ່ອເຮັດໃຫ້ບໍລິເວນດັ່ງກ່າວໃຫ້ມີຄວາມຫົມເຍັນຂຶ້ນຕື່ມອີ່ກ.








ພາບ-ຂ່າວ: ອຸ່ນຄໍາ ຂັນວາລິດ



