ເມືອງຜາອຸດົມ ເກີດອັກຄີໄພ ໄຟໄໝ້ຮ້ານຂາຍເຄື່ອງວັດສະດຸກໍ່ສ້າງ ແລະ ເຄື່ອງຍ່ອຍທົ່ວໄປ.

ໃນຕອນບາຍ ຂອງວັນທີ 2 ມິຖຸນາ 2026ນີ້ ໄດ້ເກີດເຫດອັກຄີໄພ ໄຟໄໝ້ຮ້ານຂາຍເຄື່ອງວັດສະດຸກໍ່ສ້າງ ແລະ ເຄື່ອງຍ່ອຍທົ່ວໄປ ຂອງຜູ້ປະກອບການຄົນຊັນຊາດຈີນ ຢູ່ບ້ານສົມສະຫວ່າງ, ເມືອງຜາອຸດົມ, ແຂວງບໍ່ແກ້ວ, ເຊິ່ງຮ້ານຫຼັງດັ່ງກ່າວ ຝາແມ່ນອ້ອມດ້ວຍສັງກະສີ, ຫຼັງຄາມຸງດ້ວຍແຜນອາລູຊິງ ທາງໃນເປັນບ່ອນວາງຂາຍເຫຼັກເສັ້ນ ແລະ ເກັບມ້ຽນເຄື່ອງຍ່ອຍທົ່ວໄປ, ຕາມການລາຍງານຂອງຜູ້ເຫັນເຫດການເຂດໄກ້ຄຽງ ໃຫ້ຮູ້ວ່າ: ເວລາປະມານ 12 ໂມງປາຍ ໄດ້ເຫັນຄວັນໄຟເປັນແປວອອກມາຈາກຂ້າງໃນທາງຫຼັງຂອງຮ້ານ ຈິ່ງໄດ້ແຈ້ງໃຫ້ເຈົ້າຂອງຮ້ານໄດ້ຮັບຮູ້ ເພື່ອມາເປີດປະຕູລາກຂື້ນ ໃນນັ້ນໄຟແມ່ນໄດ້ໄໝ້ ແລະ ລຸກລາມໄປຢ່າງວອງໄວ, ຂະນະດຽວກັນນັ້ນ ຈຶ່ງໄດ້ແຈ້ງເຈົ້າໜ້າທີສອງກຳລັງ ປກຊ-ປກສ, ໜ່ວຍງານດັບເພີງຂອງ ປກສ ເມືອງ, ພໍ່ແມ່ປະຊາຊົນ ມາຊ່ວຍກັນສະກັດກັ້ນບໍ່ໃຫ້ໄຟລາມໄປເປັນວົງກວ້າງ, ຕິດໃສ່ເຮືອນໄກ້ຄຽງ ແລະ ສາມາດຄວບຄຸມໄຟໄດ້ຢ່າງວອງໄວ, ເຫດການດັ່ງກ່າວໂຊກດີ ບໍ່ມີຜູ້ໄດ້ຮັບບາດເຈັບ ແລະເສຍຊີວິດ. ໃນນີ້, ມີສິ່ງຂອງເຄື່ອງອຸປະກອນຕ່າງໆໃນຮ້ານໄດ້ເສຍຫາຍຫຼາຍສົມຄວນ.

ສ່ວນສາເຫດ ແລະ ຜົນເສຍຫາຍ ເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງ ພວມເລັງສືບສວນສອບສວນ ຫາສາເຫດ ແລະ ຈະແຈ້ງໃຫ້ພໍ່ແມ່ປະຊາຊົນໄດ້ຮັບຊາບພາຍຫຼັງ. ສະນັ້ນ, ທັງພັກ-ລັດຂັ້ນເທິງ ກໍ່ຄືພາກສ່ວນທີ່ກ່ຽວຂ້ອງ ຈິ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ໃຫ້ມີສະຕິລະວັງຕົວ ໃຫ້ຫຼາຍຂື້ນ ໃນການໃຊ້ຟືນໄຟ, ໄຟຟ້າພາຍໃນຄົວເຮືອນຂອງທ່ານ, ກ່ອນຈະອອກຈາກບ້ານ ຈາກເຮືອນຕ້ອງມອດຟືນໄຟ ແລະ ໄຟຟ້າພາຍໃນເຮືອນຂອງທ່ານ ທຸກຄັ້ງ ເພື່ອຄວາມປອດໄພທັງຊີວິດ ແລະ ຊັບສິນຂອງທ່ານ.

ທັງນີ້, ກໍ່ເພື່ອເປັນການຫຼີກລ່ຽງຄວາມເສຍຫາຍທາງດ້ານຊັບສິນທີ່ເກີດຈາກອັກຄີໄພຕ່າງໆ.

ຂ່າວ-ພາບ: ພອນສະຫວັນມະນີສີ.

ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ. 3. 6. 2026.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa