ເມືອງປາກທາ ສ້າງຂະບວນການ ປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ.

ວັນທີ 1 ມິຖຸນາ 2026, ເມືອງປາກທາ ແຂວງບໍ່ແກ້ວ ໄດ້ສ້າງຂະບວນການ ປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ,  ວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ , ຢູ່ທີ ໂຮງຮຽນປະຖົມສົມບູນ ບ້ານຫ້ວຍຊົວະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນພັດ ສີສົມບັດ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ ແລະ ຮອງຫ້ອງການອ້ອມຂ້າງເມືອງ, ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ ແລະ ພະນັກງານລັດຖະກອນ, ພໍ່ແມ່ປະຊາຊົນ ແລະ ຫຼານນ້ອຍນັກຮຽນເຂົ້າຮ່ວມ,

ພິທີໄດ້ຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງສິນລະປະວັນນະຄະດີຂອງນ້ອງນ້ອຍນັກຮຽນ ໂຮງຮຽນປະຖົມສົມບູນຫ້ວຍຊົວະ ແລະ ສະຫະພັນແມ່ຍິງບ້ານ ຫ້ວຍຊົວະ

ຈາກນັ້ນ ທ່ານ ຄຳເຄື່ອງ ພົມວິສັກ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງປາກທາ ໄດ້ກ່າວເປີດພິທີໃນຄັ້ງນີ້ວ່າ: ຄຳວ່າປ່າໄມ້ ແມ່ນຊັບພະຍາກອນທຳມະຊາດອັນລ້ຳຄ່າ ແລະ ມີຄວາມໝາຍຄວາມສຳຄັນຕໍ່ກັບມະນຸດເຮົາ ເວົ້າລວມແລ້ວ ແມ່ນເຮັດໃຫ້ທຳມະຊາດມີຄວາມສົມດູນເຮັດໃຫ້ສະພາບດິນ, ຟ້າອາກາດ ຖືກຕ້ອງຕາມລະດູການ ແລະ ແນ່ໃສ່ປົກປັກຮັກສາສິ່ງແວດລ້ອມ, ຮັກສາແຫຼ່ງນ້ຳ, ປ້ອງກັນການເຊາະເຈື່ອນ, ຮັກສາຄຸນນະພາບຂອງດິນ ແລະ ຫຼຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ, ທັງເປັນການປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຢູ່ພາຍໃນບ້ານ, ທັງເປັນການຫັນປ່ຽນແນວຄິດໃນການຊົມໃຊ້ໄມ້, ເຄື່ອງປ່າຂອງດົງ, ປ່າທຳມະຊາດ ໄປສູ່ການນຳໃຊ້ດ້ວຍການປູກ, ການລ້ຽງ, ການຄຸ້ມຄອງ ແລະ ເປັນການປະຕິດປະບັດແຜນຍຸທະສາດຂອງລັດຖະບານໃນການພັດທະນາປ່າໄມ້ ໃນຂອບເຂດທົ່ວປະເທດ ແລະ ຍັງເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ສະນັ້ນ ພັກ-ລັດຖະບານຈື່ງໄດ້ກຳນົດເອົາວັນທີ 1 ເດືອນ ມິຖຸນາຂອງທຸກໆປີ ເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ເພື່ອປຸກຈິດສຳນືກ ແລະ ສ້າງສະຕິແນວຄວາມຄິດທີ່ດີ, ທີ່ສ້າງສັນໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນອານຸຊົນ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈກ່ຽວກັບຄວາມໝາຍຄວາມສຳຄັນ ແລະ ຄຸນປະໂຫຍດຂອງປ່າໄມ້ ທັງນີ້ ກໍເພື່ອເປັນການກະຕຸກຊຸກຍູ້ພາກລັດ, ພາກເອກະຊົນ ພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ບັນດາໂຄງການຊ່ວຍເຫຼື່ອຈາກສາກົນ ໃຫ້ສຸມໃສ່ໃນການຟື້ນຟູປ່າໄມ້ໃນຂອບເຂດປ່າເຊືອມໂຊມ, ປອກໂລ້ນ ແລະ ມີມາດຕະການປົກປັກຮັກສາປ່າໄມ້ໃຫ້ມີຄວາມອຸດົມສົມບູນທາງທຳມະຊາດ ແລະ ມີຄວາມຍືນຍົງຕະຫຼອດໄປ. ດັ່ງຄຳຂວັນທີວ່າ: ປູກໄມ້ໃນວັນນີ້  ເພື່ອລູກຫຼານໃນວັນໜ້າ  ສຳລັບເບ້ຍໄມ້ທີ່ນຳມາປູກໃນຄັ້ງນີ້ ມີຕົ້ນໄມ້ອຸດສາຫະກຳ ແລະ ຕົ້ນໄມ້ກິນໝາກ ຈໍານວນ 124 ຕົ້ນ.ປູກໃນສະຖານທີ່ເດີນໂຮງຮຽນປະຖົມ.

ພາຍຫຼັງຈັດກິດຈະກຳປູກຕົ້ນໄມ້ໃນຄັ້ງນີ້ແລ້ວ ເມືອງປາກທາຍັງມີແຜນສຶບຕໍ່ປູກຕົ້ນໄມ້ອຸດສາຫະກຳ ແລະ ຕົ້ນໄມ້ອື່ນໆ ໃນທົ່ວເມືອງໃຫ້ໄດ້ 5 ໜືນກວ່າຕົ້ນ ໃນປີ 20226 ເພື່ອເປັນການທົດແທນປ່າໄມ້ ໃຫ້ຄືນສູ່ທຳມະຊາດສີຂຽວ ເວົ້າລວມ-ເວົ້າສະເພາະເປັນການສ້າງເສດຖະກິດ ປູກພຶດເປັນສິນຄ້າໃນອານາຄົດ.

ພາບ-ຂ່າວ: ວັນະເດດ

ກວດແກ້: ບຸນເພັງ ທຸມມະວົງ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa