ເມືອງຜາອຸດົມ ແຂວງບໍ່ແກ້ວ ປະກາດສ້າງຕັ້ງ 5 ຕາແສງ ຢ່າງເປັນທາງການ.

ວັນທີ 29 ພຶດສະພາ 2026ນີ້ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດສ້າງຕັ້ງ 5 ຕາແສງ ຂື້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳແຍງ ຄອນໄຊຍະກິດ ຮອງເລຂາພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ, ມີທ່ານ ກາງ ມະນີຫວ່າງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຜາອຸດົມ, ມີຄະນະການນຳຂອງແຂວງ-ຂອງເມືອງ, ຫົວໜ້າ – ຮອງຫ້ອງການອ້ອມຂ້າງເມືອງ, ພະນັກງານອາວຸໂສບໍານານ, ເລຂາຄະນະພັກບ້ານ, ນາຍບ້ານ ແລະ ແຂກເຊີນເຂົ້າ ຮ່ວມຢ່າງຫຼວງຫຼາຍ.

ທ່ານ ສົມນິດ ໄຊທະວົງສິດ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ ໄດ້ກ່າວວ່າ: ເມືອງຜາອຸດົມ ຕັ້ງຮ່າງຈາກ ເທດສະບານແຂວງ ປະມານ 66 ກິໂລແມັດ, ມີເນື້ອທີ່ທັງໝົດ 1.889 ກິໂລຕາແມັດ, ປະກອບມີ 66 ບ້ານ, ມີທາງລົດເຂົ້າເຖິງ 62 ບ້ານ, ມີ 8.533 ຄົວເຮືອນ, ມີພົນລະເມືອງທັງໝົດ 49.287 ຄົນ, ຍິງ 24.718 ຄົນ; ມີ 6 ຊົນເຜົ່າຄື: ເຜົ່າກືມມຸ , ເຜົ່າລະເມດ, ເຜົ່າມົ້ງ, ເຜົ່າລາວລຸ່ມ, ເຜົ່າລື້  ແລະ ເຜົ່າໄທດໍາ, ເມືອງຜາອຸດົມ ໄດ້ກຳນົດສ້າງຕັ້ງຕາແສງທັງໝົດ 5 ຕາແສງຄື:  ຕາແສງ ຜາອຸດົມ ຕັ້ງຢູ່ບ້ານຜາອຸດົມ ມີ 16 ບ້ານ, ມີພົນລະເມືອງ 13.676 ຄົນ, ມີ 3.067 ຄອບຄົວ, ມີ 2,354 ຫຼັງຄາເຮືອນ, ຕາແສງ ໂຮມສຸກ ຕັ້ງຢູ່ບ້ານມົກໂຊ ມີ 9 ບ້ານ, ມີ ພົນລະເມືອງ 10.717 ຄົນ, ມີ 2.365 ຄອບຄົວ, ມີ 1.801 ຫຼັງຄາດເຮືອນ, ຕາແສງ ຫາດໝວກ ຕັ້ງຢູ່ບ້ານເພັງ ມີ 19 ບ້ານ, ມີພົນລະເມືອງ 14.169 ຄົນ, ມີ 2.748 ຄອບຄົວ 1.370 ຫຼັງຄາເຮືອນ, ຕາແສງ ພູວຽງໄຊ ຕັ້ງຢູ່ ບ້ານ ມົກຄະກາງ ມີ 7 ບ້ານ ມີພົນລະເມືອງ 3.787 ຄົນ, ມີ 649 ຄອບຄົວ, ມີ 516 ຫຼັງຄາເຮືອນ, ຕາແສງ ກອນຊອດ ຕັ້ງຢູ່ ບ້ານກອນຊອດ ມີ 15 ບ້ານ, ມີພົນລະເມືອງ 6.938 ຄົນ, ມີ 1.388 ຄອບຄົວ, ມີ 1.098 ຫຼັງຄາເຮືອນ. ຈາກນັ້ນພິທີ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດສ້າງຕັ້ງຕາແສງ 5 ຕາແສງຂອງເມືອງຜາອຸດົມ, ມະຕິຕົກລົງ ວ່າດ້ວຍການສ້າງຕັ້ງອົງຄະນະພັກຮາກຖານຕາແສງ 5 ຕາແສງ ພ້ອມທັງ ມອບຂໍ້ຕົກລົງວ່າດ້ວຍການອະນຸມັດສ້າງຕັ້ງຕາແສງ ທັງ 5 ຕາແສງຂອງເມືອງ ໃຫ້ກຽດມອບໂດຍ ທ່ານ ຄຳແຍງ ຄອນໄຊຍະກິດ ຮອງປະທານຄະນະກຳມະການປົກຄອງແຂວງ ຮັບໂດຍ  ທ່ານ ກາງ ມະນີຫວ່າງ ເລຂາພັກເມືອງ ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ປະທານ-ຮອງປະທານຄະນະກຳມະການປົກຄອງຕາແສງ ແລະ ຫົວໜ້າໜ່ວຍງານທັງ 5 ຕາແສງ, ມະຕິ ບົງຕົວແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກຮາກຖານທັງ 5 ຕາແສງ, ຜ່ານມະຕິສ້າງຕັ້ງໜ່ວຍພັກຫ້ອງການຕາແສງ, ຜ່ານມະຕິ ບົງຕົວແຕ່ງຕັ້ງ ເລຂາຄະນະໜ່ວຍພັກຫ້ອງການຕາແສງ ພ້ອມທັງມອບຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ປະທານ-ຮອງປະທານຄະນະກຳມະການປົກຄອງຕາແສງ ແລະ ຫົວໜ້າໜ່ວຍງານຕາແສງ ມອບໂດຍທ່ານ ກາງ ມະນີຫວ່າງ ເລຂາພັກເມືອງ ຮັບໂດຍປະທານຄະນະກຳມະການປົກຄອງຕາແສງທັງ 5 ຕາແສງ.

ທ່ານ ຄໍາແຍງ ຄອນໄຊຍະກິດ ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ ໄດ້ມີຄໍາເຫັນເໜັ້ນໜັກ ຫຼາຍດ້ານເປັນຕົ້ນ:  ພາຍຫຼັງສຳເລັດພິທີປະກາດສ້າງຕັ້ງຕາແສງແລ້ວ ມອບໃຫ້ຄະນະພັກ, ຄະນະກຳມະການປົກຄອງແຂວງ, ເມືອງ ແລະ ທຸກຂະແໜງການ ສຸ່ມໃສ່ເຜີຍແຜ່, ເຊື່ອມຊຶມ ແລະ ນິຕິກຳທີ່ຕິດພັນກັບຂະແໜງການຂອງຕົນ ຢູ່ຂັ້ນຕາແສງໃຫ້ເປັນປົກກະຕິ-ຕໍ່ເນື່ອງ, ສືບຕໍ່ຫັນພະນັກງານນໍາພາ ແລະ ວິຊາການລົງສູ່ຕາແສງ ໂດຍຕິດພັນກັບການຊຸກຍູ້ຂະບວນການ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເພື່ອອໍານວຍຄວາມສະດວກ ເຮັດໃຫ້ເມືອງຜາອຸດົມ ກໍ່ຄືແຂວງບໍ່ແກ້ວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ສ້າງໃຫ້ໄດ້ພະນັກງານທີ່ເກັ່ງ, ເປັນມືອາຊີບ ແລະ ເປັນຜູ້ສຶບທອດປ່ຽນແທນ, ເພື່ອພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມເຂັ້ມແຂງ ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ກໍ່ຄືປະຊາຊົນຊາວເມືອງຜາອຸດົມ ແຂວງບໍ່ແກ້ວ ຫຼຸດພົ້ນອອກຈາກຄວາມທຸກຍາກເປັນກ້າວໆ,  ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າໃຫ້ເລິກເຊິ່ງ, ເຖິງຖອງກວ່າເກົ່າດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອໃຫ້ປະຊາຊົນກຳແໜ້ນຕໍ່ແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ກໍຄື ມະຕິ, ຄໍາສັ່ງ, ຂໍ້ກຳນົດ ຂອງຂັ້ນເທິງວາງອອກແຕ່ລະໄລຍະ, ໂດຍສະເພາະການໂຄສະນາເຜີຍແຜ່ ລະບຽບການ, ກົດໝາຍກ່ຽວຂ້ອງ ທີ່ຕິດພັນກັບການດໍາລົງຊີວິດຂອງພໍ່ແມ່ປະຊາຊົນ ພ້ອມກັນນັ້ນ ກໍໃຫ້ເອົາໃຈໃສ່ລົງໃກ້ຊິດຕິດແທດກັບປະຊາຊົນ ແລະ ໃຫ້ຄວາມສະດວກໃນການບໍລິການ ການພົວພັນວຽກງານຕ່າງໆ, ປັບປຸງລະບົບການເມືອງ ຢູ່ຮາກຖານໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອສາມາດນໍາພາ-ຄຸ້ມຄອງ ແລະ ບໍລິຫານລັດຢູ່ຕາແສງ ປະຕິບັດຕາມລະບຽບກົດໝາຍ ໃຫ້ມີຄວາມສັກສິດ, ໂປ່ງໃສ ແລະ ມີຄວາມຍຸຕິທຳ. ຕອນທ້າຍພິທີ ຍັງໄດ້ຕັດແຖບຜ້າ, ເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ເພຶ່ອເປັນສິລິມົງຄຸນ ໃນການປະກາດສ້າງຕັ້ງ 5 ຕາແສງຂອງເມືອງຜາອຸດົມ ຢ່າງເປັນທາງການ.

ຂ່າວ-ພາບ: ພອນສະຫວັນ ມະນີສີ.

ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ. 31. 5. 2026.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa