ເມືອງເມິງປະກາດສ້າງຕັ້ງ 3 ຕາແສງຢ່າງເປັນທາງການ.

ໃນວັນທີ 28 ພຶດສະພາ 2026 ຢູ່ທີ່ສະໂມສອນເມືອງ ໄດ້ຈັດພິທີປະກາດສ້າງຕັ້ງ 3 ຕາແສງຢູ່ເມືອງເມິງ ແຂວງບໍ່ແກ້ວໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົຈວ ສຸກພະຈັນ ສີລາເພັດ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ, ມີທ່ານ ສີວິໄລ ສີແສນດີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ແລະ ທ່ານ ວັນນາ ຄໍາສີປະເສີດ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ ມີຄະນະການນຳຂັ້ນແຂວງ-ຂັ້ນເມືອງ, ຫົວໜ້າຫ້ອງການ ຮອງຫ້ອງການອ້ອມຂ້າງເມືອງ, ພະນັກງານອາວຸໂສບໍານານ, ເລຂາຄະນະພັກບ້ານ ນາຍບ້ານທັງ 28 ບ້ານເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ສີວິໄລ ສີຫາລາດ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ ໄດ້ລາຍງານການກະກຽມສ້າງຕັ້ງຕາແສງ ເມືອງເມິງປະກອບມີ 28 ບ້ານ ມີ 8 ຊົນເຜົ່າ, ມີປະຊາກອນ 18,268 ຄົນ, ຍິງ 9,094 ຄົນ,  ຜ່ານການຄົ້ນຄວ້າຂອງຄະນະປະຈໍາພັກເມືອງ ໂດຍສົມທົບກັບຄະນະຮັບຜິດຊອບສ້າງຕັ້ງຕາແສງຂັ້ນແຂວງ ເຫັນດີເປັນເອກກະພາບ ໄດ້ກຳນົດຕາແສງຢູ່ເມືອງເມິງ ຈຳນວນ 3 ຕາແສງຄື: ຕາແສງນໍ້າເມິງ ມີ 14 ບ້ານ; ຕາແສງນໍ້າຍູ້ ມີ 8 ບ້ານ; ຕາແສງຜາດໍາ ມີ 6 ບ້ານ ເພື່ອປະຕິບັດຕາມຄຳແນະນຳກ່ຽວກັບການສ້າງຕັ້ງຕາແສງ ຂອງຄະນະຈັດຕັ້ງສູນກາງພັກ ສະນັ້ນ ຄະນະປະຈຳພັກເມືອງກໍ່ໄດ້ກະກຽມຄວາມພ້ອມດ້ານຕ່າງໆເປັນຕົ້ນ: ໄດ້ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດ ຊອບສ້າງຕັ້ງຕາແສງຂັ້ນເມືອງ, ຂຽນບົດວິພາກການສ້າງຕາແສງ, ຂຽນແຜນພັດທະນາເສດຖະກິດ-ສັງຄົມຂອງຕາແສງ, ຂຽນຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຕາແສງ, ຄົ້ນຄວ້າສະຖານທີ່ຕັ້ງສຳນັກງານຕາແສງ ແລະ ບຸກຄະລາກອນທີ່ຈະປະກອບເຂົ້າໃນແຕ່ລະຕາແສງ ຈາກນັ້ນ ໃນພິທີໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດສ້າງຕັ້ງຕາແສງ 3 ຕາແສງຂອງເມືອງເມິງ, ມະຕິຕົກລົງວ່າດ້ວຍການສ້າງຕັ້ງອົງຄະນະພັກຮາກຖານຕາແສງ 3 ຕາແສງ ພ້ອມທັງ ມອບຂໍ້ຕົກລົງວ່າດ້ວຍການອະນຸມັດສ້າງຕັ້ງຕາແສງ 3 ຕາແສງຂອງເມືອງເມິງ ໃຫ້ກຽດມອບໂດຍ ທ່ານ ພົວ ສຸກພະຈັນ ສີລາເພັດ ປະທານຄະນະກຳມະການປົກຄອງແຂວງ ຮັບໂດຍ ທ່ານ ສີວິໄລ ສີແສນດີ ເລຂາພັກເມືອງ ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ປະທານ-ຮອງປະທານຄະນະກຳມະການປົກຄອງຕາແສງ ແລະ ຫົວໜ້າໜ່ວຍງານທັງ 3 ຕາແສງ, ມະຕິບົງຕົວແຕ່ງຕັ້ງເລຂາຄະນະບໍລິຫານງານພັກຮາກຖານທັງ 3 ຕາແສງ, ຜ່ານມະຕິສ້າງຕັ້ງໜ່ວຍພັກຫ້ອງການຕາແສງ, ຜ່ານມະຕິປົ່ງຕົວແຕ່ງຕັ້ງເລຂາຄະນະໜ່ວຍພັກຫ້ອງການ ຕາແສງ ທັງມອບຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ປະທານ-ຮອງປະ ທານຄະນະກຳມະການປົກຄອງຕາແສງ ແລະ ຫົວໜ້າໜ່ວຍງານຕາແສງ ມອບໂດຍທ່ານ ສີວິໄລ ສີແສນດີ ເລຂາພັກເມືອງ ຮັບໂດຍປະທານຄະນະກຳມະການປົກຄອງຕາແສງທັງ 3 ຕາແສງ.

ໂອກາດດ່ຽວກັນນີ້ ທ່ານ ພົຈວ ສຸກພະຈັນ ສີລາເພັດ ປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ເຊີ່ງທ່ານໄດ້ຍ້ອງຍໍຊົມເຊີຍແລະຕີລາຄາສູງມາຍັງຄະນະພັກຂັ້ນເມືຶອງ ເຊິ່ງເຫັນໄດ້ວ່າ ບັນດາທ່ານ ໄດ້ມີຜົນສໍາເລັດໃນຫຼາຍດ້ານເປັນຕົ້ນແມ່ນການຈັດຕັ້ງປະຕິບັດຕາມຄຳແນະນຳຂອງສູນກາງພັກ ກ່ຽວກັບ ການສ້າງຕັ້ງຕາແສງ ແລະ ຮຽກຮ້ອງໃຫ້ຄະນະພັກ, ອົງການປົກຄອງທຸກຂັ້ນ ທີ່ໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ ໃຫ້ສູງຂຶ້ນກວ່າເກົ່າ ພາຍຫຼັງສໍາເລັດພິທີປະກາດສ້າງຕັ້ງຕາແສງແລ້ວ ມອບໃຫ້ຄະນະພັກ, ຄະນະກຳມະການປົກຄອງແຂວງ, ເມືອງ ແລະ ທຸກຂະແໜງການ ສຸ່ມໃສ່ ເຜີຍແຜ່, ເຊື່ອມຊຶ່ມ ແລະ ນິຕິກຳທີ່ຕິດພັນກັບຂະແໜງການຂອງຕົນ ຢູ່ຂັ້ນຕາແສງ, ພ້ອມກັນເອົາໃຈໃສ່ ເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ ເຊິ່ງໄດ້ກໍານົດໃນ ຂໍ້ກໍານົດ ຂອງຄະນະເລຂາທິການສູນກາງພັກ, ສືບຕໍ່ ຫັນພະນັກງານນຳພາ ແລະ ວິຊາການລົງສູ່ຕາແສງ ໂດຍຕິດພັນກັບການຊຸກຍູ້ຂະບວນການວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ໃຫ້ເລິກເຊິ່ງກວ່າເກົ່າ, ເອົາໃຈໃສ່ປັບປຸງລະບົບການເມືອງ ຢູ່ຮາກຖານໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອສາມາດນຳພາ – ຄຸ້ມຄອງ ແລະ ບໍລິຫານລັດຢູ່ຕາແສງ, ສຸມໃສ່ການພັດທະນາເສດຖະກິດ-ສັງຄົມ, ພັດທະນາພື້ນຖານໂຄງລ່າງ ເພື່ອອໍານວຍຄວາມສະດວກໃຫ້ປະຊາຊົນ ເຂົ້າຫາການບໍລິການ ຂອງຕາແສງ ໃຫ້ມີຄວາມສະດວກ ແລະ ວ່ອງໄວ. ໃນພິທີ ບັນດາຄະນະປະທານ ພ້ອມດ້ວຍຄະນະຮັບຜິດຊອບທຸກພາກສ່ວນພ້ອມກັນຕັດລິບບີນ, ເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ເພຶ່ອເປັນສິລິມົງຄຸນຕື່ມອີ່ກ.

ຂ່າວ: ອຸ່ນຄໍາ ຂັນວາລິດ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa