ວັນທີ 28 ພຶດສະພາ 2026 ນີ້, ເມືອງປາກທາ ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ຂໍ້ກຳນົດ 03/ຄລສພ, ຄຳສັ່ງເລກທີ 46/ນຍ, ຄຳສັ່ງເລກທີ 11/ຄລສພ ແລະ ມະຕິຕົກລົງຂອງຄະນະປະຈຳພັກເມືອງ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ຂື້ນຢູ່ທີ່ສະໂມສອນຂອງເມືອງ, ໂດຍການເປັນປະທານຂອງ ສະຫາຍ ສາລີ ວັນນະສານ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາສະຫາຍຄະນະບໍລິຫານງານພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ ທະຫານ-ຕຳຫຼວດ ຕະຫຼອດຮອດສະມາຊິກພັກ, ພະນັກງານ-ລັດຖະກອນເຂົ້າຮ່ວມຮັບຟັງ.
ສຳລັບເອກະສານທີ່ນຳມາເຜີຍແຜ່ ແລະ ເຊື່ອມຊຶມໃນຄັ້ງນີ້ປະກອບມີ: ຂໍ້ກຳນົດ 03/ຄລສພ, ລົງວັນທີ 20 ເມສາ 2026 ວ່າດ້ວຍແບບແຜນ ວິທີເຮັດວຽກ ແລະ ການພົວພັນລະຫວ່າງ ເລຂາຄະນະບໍລິຫານງານພັກເມືອງ ກັບ ປທານຄະນະກຳມະການປົກຄອງເມືອງ, ຄຳສັ່ງເລກທີ 46/ນຍ, ລົງວັນທີ 13 ເມສາ 2026 ວ່າດ້ວຍການຕ້ານ ແລະ ສະກັດກັ້ນການລັກລອບຂຸດຄົ້ນປຸງແຕ່ງ, ເກັບຊື້-ຂາຍ, ນຳເຂົ້າ-ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດຕ່າງໆ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການໃນຂອບເຂດທົ່ວປະເທດ, ຄຳສັ່ງເລກທີ 11/ຄລສພ, ລົງວັນທີ 7 ພຶດສະພາ 2026 ວ່າດ້ວຍການເພີ່ມທະວີ ການຊີ້ນຳຂອງຄະນະພັກ ຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ການແກ້ໄຂບັນຫາຍໍ້ທໍ້ດ້ານຊັບພະຍາກອນທຳມະຊາດ ແລະ ມະຕິຕົກລົງຂອງຄະນະປະຈຳພັກເມືອງ ວ່າດ້ວຍການແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານພັກເມືອງປາກທາ.
ທັງໝົດນີ້, ກໍ່ເພື່ອຍົກສູງຄວາມເປັນເອກະພາບໃນການນໍາພາ-ຊີ້ນຳ ຂອງຄະນະບໍລິຫານງານພັກ ກັບການຄຸ້ມຄອງ, ອຳນວຍຄວບຄຸມ ຂອງຄະນະກຳມະການປົກຄອງເມືອງ, ນະຄອນບົນ ພື້ນຖານຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຈະແຈ້ງ ແລະ ເພື່ອຫຼີກລ້ຽງການເຮັດວຽກແບບກ້າວກ່າຍ, ອຸມວຽກ, ຕັດສິນວຽກ ງານບໍ່ໄປຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ; ຮັບປະກັນໃຫ້ການນຳພາ-ຄຸ້ມຄອງຢູ່ທ້ອງຖີ່ນຂັ້ນເມືອງມີຄວາມຖືກຕ້ອງ, ໂປງໃສ ແລະ ມີ ປະສິດທິພາບສູງ, ເພີ່ມທະວີບົດບາດການນໍາພາຂອງພັກ ໃນທຸກຂົງເຂດວຽກງານ ຄຽງຄູ່ກັບການ ຍົກສູງຄວາມສັກສິດ ແລະ ປະສິດທິພາບໃນການຄຸ້ມຄອງບໍລິຫານລັດ ຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້ ສ້າງກົນໄກການປະສານງານຄ່ອງຕົວ ໂປງໃສມີລັກສະນະວິທະຍາສາດ, ເພື່ອສ້າງຄວາມເປັນເອກະພາບ ແລະ ຍົກສູງຄວາມຮັບຜິດຊອບ ຂອງຄະນະພັກໃນການນໍາພາຊີ້ນໍາ ແກ້ໄຂສະພາບການ ດັ່ງກ່າວ ກໍຄື ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຊັບພະຍາກອນທໍາມະຊາດ ໃຫ້ມີປະສິດທິ ຜົນ, ມີຄວາມເດັດຂາດ, ເຂັ້ມງວດ ແລະ ມີການຫັນປ່ຽນຢ່າງຕັ້ງໜ້າໃນຂອບເຂດທົ່ວປະເທດ.




ພາບ-ຂ່າວ: ວັນະເດດ.



