











ເມື່ອບໍ່ດົນມານີ້, ພະນັກງານຂະແໜງສາທາລະນະສຸກແຂວງບໍ່ແກ້ວ ຮ່ວມກັບ ອົງການປົກຄອງທຸກຂັ້ນ ໄດ້ອອກມາກະຕຸກຊຸກຍູ້ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ,ນັບແຕ່ພາກລັດ, ເອກະຊົນ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງເພີ່ມທະວີຄວາມເປັນເຈົ້າການໃນການເຝົ້າລະວັງ, ສະກັດກັ້ນ ແລະ ປ້ອງກັນການແພ່ລະບາດຂອງພະຍາດໄຂ້ຍຸງລາຍ (ໄຂ້ເລືອດອອກ) ແລະ ພະຍາດອື່ນໆ ທີ່ມີຄວາມສ່ຽງມັກເກີດຂຶ້ນໃນທ່າມກາງສະພາບອາກາດທີ່ມີການປ່ຽນແປງຕາມລະດູການ.
ແມ່ນໄດ້ເນັ້ນໜັກໃຫ້ປະຕິບັດຕາມມາດຕະການ “5 ປ” ເພື່ອທຳລາຍແຫຼ່ງເພາະພັນຍຸງລາຍ ຮັບປະກັນບໍ່ໃຫ້ເກີດການລະບາດເປັນວົງກວ້າງ, ທາງພາກສ່ວນກ່ຽວຂ້ອງໄດ້ເນັ້ນໜັກໃຫ້ທຸກຄົວເຮືອນ ແລະ ຊຸມຊົນ ປະຕິບັດມາດຕະການ “5 ປ” ຢ່າງເຄັ່ງຄັດ ແລະ ຕໍ່ເນື່ອງ:ຕ້ອງ ປິດຝາພາຊະນະເກັບນ້ຳໃນເຮືອນ ແລະ ນອກເຮືອນໃຫ້ມິດຊິດ ເພື່ອບໍ່ໃຫ້ຍຸງລາຍເຂົ້າໄປໄຂ່ໃສ່.ປ່ຽນນ້ຳໃນພາຊະນະຕ່າງໆ ເຊັ່ນ: ເຕົ້າດອກໄມ້, ຈານຮອງຕີນຕູ້, ແລະ ຖ້ວຍຮອງນ້ຳ ສາທາລະນະ ທຸກໆ 7 ວັນ.ປ່ອຍປາຫາງນົກຍູງລົງໃນອ່າງ ຫຼື ພາຊະນະເກັບນ້ຳຂະໜາດໃຫຍ່ ເພື່ອກິນໜອນນ້ຳ ແລະ ປັບປຸງອະນາໄມສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີນ້ຳຂັງ,ຖາກຖາງປ່າຮົກເຮື້ອ ແລະ ເກັບມ້ຽນກະໂປກ-ກະບ໋ອງ ທີ່ອາດກາຍເປັນບ່ອນຂັງນ້ຳຝົນ.ນອກຈາກພະຍາດໄຂ້ຍຸງລາຍແລ້ວ,ໃນໄລຍະນີ້ຍັງຕ້ອງໄດ້ເອົາໃຈໃສ່ຕິດຕາມ ແລະ ປ້ອງກັນພະຍາດຕິດຕໍ່ອື່ນໆ ທີ່ມັກມາພ້ອມກັບສະພາບອາກາດ ປ່ຽນແປງ ເຊັ່ນ: ພະຍາດລະບົບທາງເດີນອາຫານ (ຖອກທ້ອງ), ພະຍາດລະບົບທາງເດີນຫາຍໃຈ (ໄຂ້ຫວັດໃຫຍ່), ແລະ ພະຍາດຜິວໜັງຕ່າງໆ.
ພະນັກງານສາທາລະນະສຸກແຂວງບໍ່ແກ້ວ ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ ກິນສຸກ, ດື່ມສະອາດ, ລ້າງມືໃສ່ສະບູເປັນປະຈຳ ແລະ ຮັກສາສຸຂະອະນາໄມສ່ວນຕົວໃຫ້ດີຢູ່ສະເໝີ.ການຮ່ວມມືຄືກຸນແຈສຳຄັນ ການປ້ອງກັນພະຍາດຈະບໍ່ສາມາດສຳເລັດຜົນໄດ້ ຖ້າຫາກອາໄສພຽງແຕ່ເຈົ້າໜ້າທີ່ແພດໝໍ ພຽງຝ່າຍດຽວ.ມັນຮຽກຮ້ອງຕ້ອງການຄວາມຮ່ວມມື, ຄວາມຕື່ນຕົວ ແລະ ຄວາມເປັນເຈົ້າການຈາກທຸກໆຄົນໃນສັງຄົມ ເລີ່ມຕົ້ນຈາກຕົນເອງ ແລະ ຄອບຄົວ ເພື່ອຮັກສາຊຸມຊົນຂອງພວກເຮົາໃຫ້ປອດໄພຈາກໂລກໄພໄຂ້ເຈັບ.ທັງນິ້, ຫາກບຸກຄົນໃດມີອາການໄຂ້ສູງ, ປວດຫົວ, ປວດຕົນຕົວ ຫຼື ມີອາການສົງໄສ ບໍ່ຄວນຊື້ຢາມາກິນເອງໂດຍເດັດຂາດ,ແຕ່ຄວນຟ້າວໄປພົບແພດຢູ່ໂຮງໝໍ ຫຼື ສຸກສາລາທີ່ໃກ້ບ້ານທີ່ສຸດ ເພື່ອຮັບການກວດວິນິດໄສ ແລະ ປິ່ນປົວຢ່າງທັນການ.
#ໂດຍ:ເງິນຫຼົງ ຈິດພູວົງ.



