








ພະແນກກະສິກຳ ແລະສິ່ງແວດລ້ອມ ແຂວງບໍ່ແກ້ວ ໄດ້ກຽມຄວາມພ້ອມຢ່າງຮອບດ້ານ ເພື່ອສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ (01 ມິຖຸນາ 2026) ທີ່ຈະມາເຖິງນີ້ ໃຫ້ກາຍເປັນຂະບວນການຟົດຟື້ນໃນທົ່ວທົ່ວແຂວງ.ໃນປີນີ້:ທາງແຂວງໄດ້ກຽມເບ້ຍໄມ້ທັງໝົດ 878,500 ເບ້ຍ (ພາກເອກະຊົນ ແລະ ປະຊາຊົນ ມີສ່ວນຮ່ວມຕົ້ນຕໍເຖິງ 872,500 ເບ້ຍ, ສ່ວນໃຫຍ່ແມ່ນເບ້ຍຢາງພາລາ ແລະ ໄມ້ອຸດສາຫະກຳ).ເບ້ຍເຄື່ອງປ່າຂອງດົງ (ຫວາຍຂົມ): ກຽມໄວ້ 23,000 ເບ້ຍ. ຄາດຄະເນໄວ້ມີເນື້ອທີ່ປູກທັງໝົດ 1,692 ເຮັກຕາ ແລະ ເນື້ອທີ່ປູກເຄື່ອງປ່າຂອງດົງອີກ 14 ເຮັກຕາ.
ສຳລັບ ພິທີ ປູກຕົ້ນໄມ້ໃນວັນທີ 01 ມິຖຸນາ ໄດ້ກຳນົດຈຸດປູກສູນກາງທັງໝົດ 7 ຈຸດ ໃນ 5 ເມືອງ ທົ່ວແຂວງ (ເນື້ອທີ່ 17 ເຮັກຕາ, ມີເບ້ຍໄມ້ 6,650 ເບ້ຍ) ເມືອງຫ້ວຍຊາຍ (2 ຈຸດ): ຈຸດທີ 1 ຈັດຢູ່ຂົວມິດຕະພາບ ແຫ່ງທີ 4 (ປູກຕົ້ນຈຳປາ 100 ຕົ້ນ) ແລະ ຈຸດທີ 2 ຈັດຢູ່ບ້ານນໍ້າທຸງ(ເຂດຟື້ນຟູປ່າແຫຼ່ງນໍ້າປະ), ປູກໃນເນື້ອທີ່ 4 ເຮັກຕາ,ຈະປຸກ ເບ້ຍໝາກຕາວ 1,000ເບ້ຍ ແລະ ໄມ້ອຸດສາຫະກຳ 1,000 ເບ້ຍ. ເມືອງເມິງ ຈຳນວນ 2 ຈຸດ, ລວມເນື້ອທີ່ 6.50 ເຮັກຕາ ຄື: ຈຸດທີ1 ຈັດຢູ່ເຂດກຸ່ມຜາດໍາ, ປູກໃນເນື້ອທີ່ 5.50 ເຮັກຕາ, ຈະປູກໄມ້ອຸດສາຫະກຳ ຈຳນວນ 1,000 ເບ້ຍ.ຈຸດທີ 2 ຢູ່ເຂດເທດສະບານເມືອງເມິງ ປູກໃນເນື້ອທີ່ 1 ເຮັກຕາ, ຈະປູກໄມ້ປະດັບ ຈຳນວນ1,100 ເບ້ຍ, ເມືອງຕົ້ນເຜິ້ງ ຈໍານວນ 1 ຈຸດ, ຈັດຢູ່ສະຖານີສົ່ງເສີມກະສິກຳບ້ານສີດອນຄຸນ, ປູກໃນເນື້ອທີ່ 5 ເຮັກຕາ ປູກໄມ້ອຸດສາຫະກຳ ຈໍານວນ 700 ເບ້ຍ,ໄມ້ປະດັບ 100 ເບ້ຍ,ໄມ້ໃຫ້ໝາກ 50 ເບ້ຍ, ເມືອງປາກທາ ຈຳນວນ 1 ຈຸດຢູ່ເຂດບ້ານຫ້ວຍສະຫງຶກ (ເຂດປ່າຟື້ນຟູຂອງ ບ້ານ), ປຸກໃນເນື້ອທີ 1 ເຮັກຕາ. ຈະປູກໄມ້ອຸດສາຫະກຳ ຈຳນວນ 1,000 ເບ້ຍ ແລະ ໄມ້ປະດັບ ຈໍານວນ 150 ເບ້ຍ. ເມືອງຜາອຸດົມ ຈຳນວນ 1 ຈຸດຢູ່ບ້ານປາກຫາດ(ບໍລິສັດແຍ່ເຢັນ), ປູກໃນເນື້ອທີ່ 0,5 ເຮັກຕາ.ຈະປູກໄມ້ອຸດສາຫະກໍາ ຈ ໍານວນ 100 ເບ້ຍ ແລະ ໄມ້ປະດັບ ຈຳນວນ 350 ເບ້ຍ.
ນອກນີ້, ທາງພະແນກຍັງໄດ້ກຽມຕິດປ້າຍຄຳຂວັນໂຄສະນາຈຳນວນ 50 ປ້າຍ ຕາມເສັ້ນທາງ ແລະ ເຂດເທດສະບານເມືອງ-ແຂວງ ເພື່ອປຸກລະດົມໃຫ້ທຸກພາກສ່ວນໃນສັງຄົມຮ່ວມແຮງຮ່ວມໃຈກັນເພີ່ມພື້ນທີ່ສີຂຽວໃຫ້ແກ່ແຂວງບໍ່ແກ້ວ.
ໂດຍ: ເງິນຫຼົງ ຈິດພູວົງ.



