








ໃນວັນທີ 27 ພຶດສະພາ 2026ນີ້ ອົງການກວດສອບແຫ່ງລັດປະຈຳພາກເໜືອ 2 ໄດ້ເປີດກອງປະຊຸມຕິດຕາມ ແລະ ຊຸກຍູ້ການແກ້ໄຂຜົນການກວດສອບ ປະຈຳປີ 2024 ຂອງແຂວງບໍ່ແກ້ວ ທີ່ຫ້ອງວ່າການແຂວງ. ເປົ້າໝາຍຫຼັກແມ່ນເພື່ອປຶກສາຫາລື ແລະ ຊອກຫາທາງອອກໃຫ້ແກ່ບັນຫາທີ່ຍັງຄົງຄ້າງ ໃຫ້ສອດຄ່ອງຕາມກົດໝາຍ ແລະ ສຳເລັດທັນກຳນົດເວລາ.
ກອງປະຊຸມຄັ້ງນີ້ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ສົມຄິດ ວົງປັນຍາ ປະທານກວດກາພັກ-ລັດ ແຂວງບໍ່ແກ້ວ ແລະ ທ່ານ ອິນທາ ລືນາມມະຈັກ ປະທານອົງການກວດສອບແຫ່ງລັດປະຈຳພາກເໜືອ 2 ພ້ອມດ້ວຍຄະນະທີມງານ ແລະ ຜູ້ຕາງໜ້າຈາກ 12 ພາກສ່ວນທີ່ກ່ຽວຂ້ອງ.
ກອງປະຊຸມໄດ້ທົບທວນຄືນການແກ້ໄຂຜົນການກວດສອບ ຕາມມະຕິສະພາກຳນົດໄວ້ (ມະຕິສະພາແຫ່ງຊາດ ເລກທີ 173/ສພຊ ແລະ ມະຕິສະພາປະຊາຊົນແຂວງ ເລກທີ 32/ສພຂ). ເຊິ່ງມີຕົວເລກງົບປະມານ ແລະ ວຽກງານສໍາຄັນທີ່ຍັງຄົງຄ້າງ ດັ່ງນີ້: ໜີ້ຕ້ອງຮັບທັງໝົດ 10.74 ຕື້ກີບ, ໜີ້ຕ້ອງຮັບຈາກການຈ່າຍລ່ວງໜ້າ ຜ່ານລະບົບຄັງເງິນປະຈໍາ 4.08 ຕື້ກີບແຂວງ, ໜີ້ຕ້ອງຮັບຈາກການຈ່າຍລ່ວງໜ້າ ຜ່ານລະບົບຄັງເງິນປະຈໍາແຂວງ 4.08 ຕື້ກີບ, ວຽກງານສ່ວຍສາອາກອນ 1.95 ຕື້ກີບ, ວຽກງານຊັບສິນແຫ່ງລັດມີຄ່າເຊົ່າຊັບພະຍາກອນແຮ່-ຊາຍ ຍັງບໍ່ທັນເກັບໄດ້ຈຳນວນມູນຄາ 0.57 ຕື້ກີບ, ລັດວິສາຫະກິດນໍ້າປະປາ (ໜີ້ຕ້ອງຮັບອື່ນໆ) 0.72 ຕື້ກີບ ແລະ ການຈັດເກັບລາຍຮັບຄ່າແບບພິມ (10,000 ກີບ/ກົງເຕີ/ເດືອນ) 1.03 ຕື້ກີບ, ການປະຕິບັດເງິນນະໂຍບາຍພະນັກງານສັນຍາຈ້າງ (ລາຍຮັບວິຊາການ ໂຮງໝໍແຂວງ) 1.09 ຕື້ກີບ, ເງິນບ້ວງບູລະນະໜ້າທີ່ 0.78 ຕື້ກີບ ແລະ ເງິນຄໍ້າປະກັນສັນຍາສຳປະທານທີ່ດິນຂອງລັດ ແລະ MOU: ຍັງຄົງຄ້າງຈາກ 09 ໂຄງການ, ການຄຸ້ມຄອງໂຄງການ: ຍັງບໍ່ທັນມອບຄ່າເຊົ່າ-ສຳປະທານ ຈຳນວນ 03 ໂຄງການ, ບັນຫາທັງໝົດຂ້າງເທິງນັ້ນ ແມ່ນຢູ່ໃນຄວາມຮັບຜິດຊອບຂອງ 13 ພາກສ່ວນຫຼັກ ພາຍໃນແຂວງບໍ່ແກ້ວ ຄື: ພະແນກການເງິນແຂວງ, ສ່ວຍສາອາກອນປະຈໍາແຂວງ, ຄັງເງິນປະຈໍາແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກກະສິກໍາ ແລະ ສິ່ງແວດລ້ອມ, ພະແນກອຸດສາຫະກໍາ ແລະ ການຄ້າ, ພາສີປະຈໍາແຂວງ, ພະແນກສາທາລະນະສຸກ ແລະ ໂຮງໝໍແຂວງ, ພະແນກຍຸຕິທໍາແຂວງ, ຫ້ອງວ່າການແຂວງ, ພະແນກເຕັກໂນໂລຊີ ແລະ ການສື່ສານ, ຫ້ອງການຄະນະກໍາມະການຄຸ້ມຄອງ ແລະ ສົ່ງເສີມການລົງທຶນຂອງແຂວງ
ຈາກການລາຍງານ ແລະ ຊີ້ແຈ້ງຂອງແຕ່ລະພາກສ່ວນ, ພົບວ່າ ສ່ວນຫຼາຍແມ່ນຍັງບໍ່ສາມາດແກ້ໄຂໄດ້ຢ່າງຂາດຕົວ ຍ້ອນມີຫຼາຍອຸປະສັກ ເປັນຕົ້ນແມ່ນ: ຜູ້ດຳເນີນທຸລະກິດຂາດສະພາບຄ່ອງ ຫຼື ບໍ່ມີຄວາມສາມາດໃນການຊຳລະ., ບາງບໍລິສັດເອກະຊົນ ບໍ່ໃຫ້ການຮ່ວມມືກັບເຈົ້າໜ້າທີ່, ບາງໜີ້ສິນຕົກຄ້າງມາໂດນ ແລະ ບໍ່ມີຜູ້ຮັບຜິດຊອບໂດຍກົງ.
ກອງປະຊຸມຄັ້ງນີ້ ຈຶ່ງເປັນບາດກ້າວສຳຄັນໃນການຮຽກຮ້ອງໃຫ້ທຸກພາກສ່ວນ ເພີ່ມທະວີຄວາມຮັບຜິດຊອບ ແລະ ຊອກຫາວິທີການທີ່ເດັດຂາດກວ່າເກົ່າ ເພື່ອເຄື່ອນໄຫວທວງໜີ້ ແລະ ປັບປຸງລະບຽບການຕ່າງໆໃຫ້ໂປ່ງໃສໂດຍໄວ.
ຂ່າວ: ສາຍສະໝອນ ແກ້ວວິສິດ.



