






ຕອນເຊົ້າຂອງວັນທີ 27 ພຶດສະພາ 2026 ນີ້, ຢູ່ທີສະໂມສອນ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດຕັ້ງພິທີປະກາດການຈັດຕັ້ງ ຄະນະຫ້ອງ,ກອງບັນຊາການທະຫານເມືອງ, ຄະນະຫ້ອງ, ພະແນກການ,ກອງພັນນ້ອຍ,ໂຮງຮຽນ ແລະ ກອງຮ້ອຍ. ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ແສງເພັດ ແສງມະນີ ກຳມະການພັກແຂວງ ເລຂາຄະນະພັກ ຫົວ ໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ. ມີຄະນະພັກ-ຄະນະບັນຊາ 7ຫ້ອງ, 5ກອງບັນຊາການທະຫານເມືອງ, 3 ກອງພັນນ້ອຍ,ໂຮງຮຽນ,ໂຮງໝໍ,ກອງຮ້ອຍເອກະລາດ, ພະແນກການທີ່ກ່ຽວຂ້ອງ, ພະນັກງານຫຼັກແຫຼ່ງ ພ້ອມດ້ວຍນາຍທະຫານທີ່ໄດ້ຮັບການແຕ່ງຕັ້ງໃໝ່ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ບຸນຄ້ຳ ຄຳພັນ ຄະນະພັກກອງບັນຊາການ ຮອງຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 1012/ກທຂ ລົງວັນທີ 8 ພຶດສະພາ 2026 ວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານທີຂຶ້ນກັບກອງບັນຊາການທະຫານແຂວງບໍ່ແກ້ວ ກອງບັນຊາການທະຫານແຂວງບໍ່ແກ້ວຕົກລົງແຕ່ງຕັ້ງ: ສະຫາຍ ພັນໂທ ນ້ອຍ ກາອິງໂດຍ ເປັນຮັກສາການຮອງຫົວໜ້າຫ້ອງການຄະນະ ກຳມະການ ປກຊ-ປກສ ແຂວງ,ສະຫາຍ ພັນໂທ ທອງສີ ຈັນທະວັງໂສ ເປັນຮັກສາການຫົວໜ້າພະແນກບໍລິຫານ ກອງບັນຊາການທະຫານເມືອງປາກທາ, ສະຫາຍ ພັນໂທ ນາງ ສົມໝາຍ ບຸລີດໍາ ເປັນຮັກສາການຫົວໜ້າພະແນກບໍລິຫານ ຫ້ອງການ ແລະ ບໍລິຫານ, ສະຫາຍ ພັນໂທ ວຽງເພັດ ສີວົງສາ ເປັນຮັກສາການຫົວໜ້າພະແນກໂຄສະນາ ອົບຮົມ,ສະຫາຍ ພັນໂທ ເພັດຈຳພອນ ຄໍາປະດິດ ເປັນຮັກສາການຫົວໜ້າ ການເມືອງ ກອງພັນນ້ອຍ 405, ສະຫາຍ ພັນຕີ ນາງ ສົມມະນີ ພວງສຸເກດ ເປັນຮັກສາການຫົວໜ້າພະ ແນກບໍລິຫານ – ສັງລວມ ຫ້ອງການເມືອງ, ສະຫາຍ ພັນຕີ ຖະໜອມ ສຸລິວົງ ເປັນຮັກສາການຮອງຫົວໜ້າພະແນກການເມືອງ ກອງບັນຊາການທະຫານເມືອງປາກທາ, ແລະ ຍັງຫຼາຍໆຕຳແໜ່ງງານອີກ.
ໂອກາດນີ້ ສະຫາຍ ພັນເອກ ແສງເພັດ ແສງມະນີ ປະທານພິທີ ກໍ່ໄດ້ໂອ້ລົມຫຼາຍບັນຫາສໍາຄັນ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍທີ່ຍາດມາໄດ້ ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ພະນັກງານນາຍທະຫານຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ດີຂຶ້ນ, ມີແບບແຜນວິທີການເຮັດວຽກທີ່ທັນສະ ໄໝ, ເຕົ້າໂຮມຄວາມສາມັກຄີພາຍໃນ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີການເມືອງ-ແນວຄິດທີ່ໜັກແໜ້ນ ແລະ ພ້ອມກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ຂ່າວ-ພາບ: ນີ່ ທຳມະວົງ.



