



ໃນທ້າຍອາທິດທີ່ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມ ສອງແສງວຽກງານທີ່ພົ່ນເດັ່ນຂອງອົງການປົກຄອງເມືອງເມິງ ປະຈໍາເດືອນ 4-5 ແລະ ທິດທາງແຜນການເດືອນ 6 ປີ 2026 ໂດຍການເປັນປະທານຂອງ ທ່ານ ວັນນາ ຄໍາສີປະເສີດ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ, ມີບັນດາທ່ານ ຮອງປະທານຄະນະກໍາມະການປົກຄອງເມືອງ, ຫົວໜ້າຫ້ອງການຂົງເຂດເສດຖະກິດ, ຂົງເຂດວັດທະນະທໍາ-ສັງຄົມ, ສອງກອງບັນຊາການ ປກຊ-ປກສ, ໄອຍາການເຂດ 1 ປະຈໍາເມືອງ ແລະ ຫົວໜ້າລັດວິສາຫະກິດພາຍໃນເມືອງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ສີວິໄລ ສີຫາລາດ ຄະນະປະຈໍາພັກເມືອງ, ຮອງປະທານ ຄະນະກໍາມະການປົກຄອງເມືອງ ຜູ້ຊີ້ນໍາຂົງເຂດວຽກງານເສດຖະກິດ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານທີ່ພົ່ນເດັ່ນ ຂອງອົງການປົກຄອງເມືອງເມິງ ເຊິ່ງບົດສະຫຼຸບໄດ້ຍົກໃຫ້ເຫັນຜົນງານທີ່ພົ່ນເດັ່ນຫຼາຍດ້ານເປັນຕົ້ນແມ່ນ:ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ເອົາໃຈໃສ່ຈັດຕັ້ງລະບົບປະຈໍາການ,ກໍາລັງປະຈໍາການ, ໃນການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ ແລະ ເອົາໃຈໃສ່ຕິດຕາມ, ກວດກາຄົນຕ່າງປະເທດເຂົ້າອອກບັນດາບໍລິສັດ ແລະ ແກ້ໄຂຄະດີທີ່ເກີດຂຶ້ນຢູ່ພາຍໃນເມືອງຢ່າງທັນການ; ວຽກງານກະສິກໍາ ແລະ ສິງແວດລ້ອມ: ໄດ້ສົ່ງເສີມການປູກພືດຜັກສວນຄົວໄດ້ທັງໝົດ 3.300 ກິໂລ, ໝາກໄມ້ 4.500 ກິໂລ; ຕິດຕາມການປູກພືດລະດູແລ້ງ ເຊັ່ນ: ພືດຜັກ, ສາລີ, ມັນດ້າງ, ໝາກເພັດ, ໝາກແຕງ ແລະ ອື່ນໆໃນເນື້ອທີ່ 31,99 ເຮັກຕາ, ສາມາເກັບກູ້ຜົນຜະລິດໄດ້ 8,56 ໂຕນ; ໝາກແຕງໂມໄດ້ 870 ໂຕນ, ໄດ້ສໍາຫຼວດວັດແທກອອກໃບຕາດິນ ແລະໃບນໍາໃຊ້ທີ່ດິນໄດ້ທັງໝົດ 4 ຕອນເນື້ອທີ່ 107.030 ຕາແມັດ, ອອກເອກະສານໃບນໍາໃຊ້ທີ່ດິນກະສິກໍາ ຈໍານວນ 2 ຕອນເນື້ອທີ່ 92.026 ຕາແມັດ, ອອກໃບຕາດິນຖາວອນ ດິນສວນ 1 ຕອນເນື້ອທີ່ 10.721 ຕາແມັດ ແລະ ວຽກງານອື່ນໆ ແມ່ນໄດ້ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ດ້ວຍຄວາມຮັບຜິດຊອບສູງ; ວຽກງານອຸດສາຫະກໍາ ແລະການຄ້າ: ການຜະລິດອຸດສາຫະກໍາ ແລະ ຫັດຖະກຳ ປະຕິບັດໄດ້ 308 ລ້ານກວ່າກີບ ທຽບໃສ່ແຜນການເດືອນຜ່ານມາແມ່ນເພີ່ມຂຶ້ນ 63,51%; ການຈໍລະຈອນສິນຄ້ານໍາເຂົ້າ 1 ຕື້ 460 ລ້ານກວ່າກີບ, ນໍ້າມັນເຊື້ອໄຟ 35.200 ລິດ, ປູນຈໍານວນ 32 ໂຕນ, ສົ່ງອອກນໍ້າຢາງພາລາ 85 ໂຕນ, ການຈໍລະຈອນສິນຄ້າສົ່ງອອກສາມາດປະຕິບັດໄດ້ 1 ຕື້ 445 ກີບ, ທຽບໃສ່ແຜນການເດືອນຜ່ານມາແມ່ນ ເພີ່ມຂຶ້ນ 3,47%; ວຽກງານພະລັງງານ, ທໍລະນີສາດ ແລະ ຄຸ້ມຄອງບໍແຮ່; ໄດ້ຕິດຕາມການຂຸດເຈາະແຮ່ຫາຍາກໃນເນື້ອທີ່ 49,614 ເຮັກຕາ, ເຂດບ້ານຫົວນໍ້າຄາ, ບ້ານລ້ອງພະບາດ ເມືອງເມິງ ແລະ ບ້ານນໍ້າຟ້າ ເມືອງຕົ້ນເຜິ້ງ ສາມາດສໍາຫຼວດຂຸດເຈາະໄດ້ 180 ຮູ; ສໍາຫຼວດເກັບກໍາຂໍ້ມູນເບື້ອງຕົ້ນເພື່ອສຶກສາຄວາມເປັນໄປໄດ້ຂອງໂຄງການໄຟຟ້າພະລັງງານລົມ ແລະ ເຜີຍແຜ່ກົດລະບຽບ, ກົດໝາຍທີ່ກ່ຽວຂ້ອງກັບການນໍາໃຊ້ໄຟຟ້າ ໃຫ້ກັບປະຊາຊົນບັນດາເຜົ່າ; ວຽກງານໂຍທາທິການ ແລະ ຂົນສົ່ງ: ຕິດຕາມໂຄງການກໍ່ສ້າງເສັ້ນທາງເບຕົງຢູ່ໃນເທດສະບານເມືອງ ມີ 2 ສັນຍາ; ສັນຍາທີ 1 ປະຕິບັດໄດ້ 31,51% ໃນມູນຄ່າສັນຍາ 38 ຕື້ 140 ລ້ານກີບ, ສາມາດປະຕິບັດໄດ້ 12 ຕື້ 17 ລ້ານກວ່າກີບ ແລະ ຍັງຄ້າງ 68,49% (ວຽກຍັງສືບຕໍ່ປົກກະຕິ), ສັນຍາ 2 ປະຕິບັດໄດ້ 49,28% ໃນມູນຄ່າສັນຍາ 42 ຕື້ 127 ລ້ານກີບ,ສາມາດປະຕິບັດ ¬ສໍາເລັດແລ້ວ 52,72% ເປັນເງິນ 22 ຕື້ 209 ລ້ານກວ່າກີບ ຍັງບໍ່ສໍາເລັດ 47,28% (ວຽກຍັງສືບຕໍ່ປົກກະຕິ); ວຽກງານສຶກສາທິການ ແລະກິລາ: ໄດ້ລົງຊຸກຍູ້ວຽກງານອາຫານທ່ຽງໃນໂຮງຮຽນ ແລະ ກະກຽມການສອບເສັງເລື່ອນຂັ້ນ ແລະ ເລື່ອນຊັ້ນປະຈໍາສົກຮຽນ 2025-2026; ວຽກງານສາທາລະນະສຸກ: ໄດ້ລົງຕິດຕາມຊຸກຍູ້ ກວດກາຄວາມຖືກຕ້ອງ ຕົວຊີ້ວັດຂອງໂຄງການ ລາວ 035 ຢູ່ ສຸກສາລາ 5 ແຫ່ງ, ຕິດຕາມກໍລະນີ ມີການລະບາດຂອງພະຍາດໝາກແດງ ແລະ ໄດ້ສໍາເລັດການລົງສັກຢາກັນພະຍາດ ວສຊ ໃນທົ່ວເມືອງ.
ໃນຕອນທ້າຍຂອງກອງປະະຊຸມ ທາ່ນ ວັນນາ ຄໍາສີປະເສີດ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານ ຄະນະກໍາມະການປົກຄອງເມືອງ, ໄດ້ມີຄໍາເຫັນເໜັ້ນໜັກໃຫ້ແຕ່ລະຂົງເຂດວຽກງານເພິ່ມທະວີການໃນການຊີ້ນໍາ-ນໍາພາຕໍ່ວຽກງານຂອງແຕ່ລະຂະແໜງການທີ່ໄດ້ຮັບຜິດຊອບໃຫ້ມີຜົນສໍາເລັດ, ເພີ່ມທະວີຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພາຍໃນເມືອງໃຫ້ມີຄວາມສະຫງົບປອດໄພ, ຈົ່ງເປັນເຈົ້າການໃນການ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ພາຍໃນເມືອງໃຫ້ເຂັ້ມງວດ ແລະ ທົ່ວເຖິງ, ຄະນະນໍາແຕ່ລະຂັ້ນ ໃຫ້ເປັນເຈົ້າການຄົ້ນຄວ້າ, ຫັນມະຕິ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ແລະ ຖືເອົາ 2 ວາລະແຫ່ງຊາດເປັນແຜນການ, ແຜນງານ, ເປັນໂຄງການດໍາເນີນງານວິຊາສະເພາະຢ່າງລະອຽດຈະແຈ້ງຂອງແຕ່ລະຂະແໜງການຕົນ ແນ່ໃສ່ຮັບປະກັນດ້ານປະລິມານ ແລະ ຄຸນນະພາບໃຫ້ສູງຂື້ນກ່ວາເກົ່າ ສືບຕໍ່ຈັດຕັ້ງປະຕິບັດຕາມທິດທາງແຜນການໃຫ້ສໍາເລັດຕາມຈຸດປະສົງລະດັບຄາດໝາຍທີ່ກໍານົດໄວ້.
ຂ່າວ: ອຸ່ນຄໍາ ຂັນວາລິດ.



