



ໃນວັນທີ 21 ພຶດສະພາ 2026 ຜ່ານມານີ້ ຢູ່ທີ່ບ້ານລ້ອງພະບາດເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດພິທີ ເຊັນສັນຍາ ວ່າດ້ວຍ ການຄຸ້ມຄອງປ່າໄມ້ບ້ານ ລະຫວ່າງ ຫ້ອງການກະສິກໍາ ແລະ ສິງແວດລ້ອມເມືອງ ແລະ ອົງການປົກຄອງບ້ານລ້ອງພະບາດ ໂດຍການເປັນປະທານຮ່ວມຂອງທ່ານ ສີວິໄລ ສີຫາລາດ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ, ຜູ້ຊີ້ນໍາວຽກງານເສດຖະກິດ ແລະ ທ່ານ ພັດ ນາເຂດ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ສິງແວດລ້ອມເມືອງ, ມີບັນດາທ່ານພາກສວນທີ່ກ່ຽວຂ້ອງຂອງເມືອງ, ອົງການປົກຄອງບ້ານ, ອົງການຈັດຕັ້ງບ້ານ ແລະ ປະຊາຊົນບັນດາເຜົ່າພາຍໃນບ້ານເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ຄະນະຮັບຜິດຊອບໄດ້ລາຍງານທົບທວນຄືນບັນດາກິດຈະກໍາຂອງໂຄງການໃນໄລຍະທີ່ຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ໃນການຈັດຕັ້ງປະຕິບັດຂອງບັນດາກິດຈະກໍາຕ່າງໆ, ສະເໜີຜ່ານຮ່າງສັນຍາ 1 ຫຼື 2 ສະບັບ: ສັນຍາ ວ່າດ້ວຍການຄຸ້ມຄອງປ່າໄມ້ບ້ານຫຼື ສັນຍາ ວ່າດ້ວຍການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ທັງນີ້ກໍ່ເພຶ່ອເປັນການກໍານົດມາດຕະການ, ແນວທາງ, ກົນໄກການສະໜັບສະໜູນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການປົກປັກຮັກສາ ແລະ ການຄຸ້ມຄອງ ແລະ ຟື້ນຟູປ່າໄມ້ຂອງບ້ານແບບຍືນຍົງເຊັ່ນປ່າສະຫງວນ, ປ່າປ້ອງກັນ, ປ່າຊົມໃຊ້ ແລະ ປ່າອື່ນໆທີ່ຕັ້ງຢູ່ໃນຂອບເຂດຂອງບ້ານ ແລະ ເພຶ່ອຊຸກຍູ້, ສົ່ງເສີມໃຫ້ຊາວບ້ານມີການນໍາໃຊ້ຊັບພະຍາກອນປ່າໄມ້ ແລະ ທີດີນຢ່າງມີປະສິດທິພາບ ແລະ ຍືນຍົງ ໃນພິທີຍັງໄດ້ມີການເຊັນສັນຍາ ລະຫວ່າງ ຫ້ອງການກະສິກໍາ ແລະ ສິງແວດລ້ອມເມືອງ ກັບ ອົງການປົກຄອງບ້ານ ໂດຍການເຂົ້າຮ່ວມຂອງທ່ານ ສິວິໄລ ສີຫາລາດ, ພາກສວນທີ່ກ່ຽວຂ້ອງຂອງເມືອງ ເຂົ້າຮ່ວມເປັນຂີພິຍານໃນຄັ້ງນີ້.
ໃນໂອກາດດ່ຽວກັນນີ້ ທ່ານ ສີວິໄລ ສີຫາລາດ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ໄດ້ມີຄໍາເຫັນເໜັ້ນໜັກ ໃຫ້ອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານ ຈົ່ງເປັນເຈົ້າການໃນການປົກປັກຮັກສາປ່າໄມ້ຂອງບ້ານ ໂດຍສະເພາະຢູ່ໃນຂອບເຂດຄວາມຮັບຜິດຊອບຂອງບ້ານ, ທັງນີ້ກໍ່ເພຶ່ອອານາຄົດຂອງລູກຫຼານຂອງປະຊາຊົນພາຍໃນບ້ານ ໃຫ້ມີປ່າໄມ້ຊົມໃຊ້ແບບຍືນຍົງ ແລະ ທັງເປັນການຫຼູດຜ່ອນອາຍທາດເຮືອນແກ້ວ, ຫຼຸດຜ່ອນຄວາມຮ້ອນຂອງໂລກ ເຮັດໃຫ້ປ່າໄມ້ ແລະ ສະພາບແວດລ້ອມມີຄວາມອຸດົມສົມບູນ.
ຂ່າວ: ອຸ່ນຄໍາ ຂັນວາລິດ.



