ເມືອງຕົ້ນເຜີ້ງປະກາດສ້າງຕັ້ງ 5 ຕາແສງຢ່າງເປັນທາງການ.

0

ພິທີປະກາດສ້າງຕັ້ງ 5 ຕາແສງຢູ່ເມືອງຕົ້ນເຜີ້ງໄດ້ຈັດຂື້ນໃນວັນທີ 22 ພຶດສະພາ 2026  ຢູ່ທີ່ສະໂມສອນເມືອງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົ.ວ ສຸກພະຈັນ ສີລາເພັດ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ ພ້ອມດວຍຄະນະ, ມີທ່ານ ອຸ່ນຄຳ ທຳມະເລີດ ກຳມະການພັກແຂວງ ເລຂາພັກເມືອງໆ ຕົ້ນເຜິ້ງ, ມີຄະນະການນຳຂັ້ນແຂວງ-ເມືອງ, ຫົວໜ້າຫ້ອງການ ຮອງຫ້ອງການອ້ອມຂ້າງເມືອງ, ຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄຳ, ເລຂາຄະນະພັກບ້ານ ນາຍບ້ານທັງ 38 ບ້ານເຂົ້າຮ່ວມ.

ໃນພິທີ ທ່ານ ປະສິດ ທິບພະວັນ ຮອງເລຂາພັກເມືອງ ປະທານກວດກາພັກລັດເມືອງໄດ້ລາຍງານການກະກຽມສ້າງຕັ້ງຕາແສງ ເມືອງຕົ້ນເຜິ້ງປະກອບມີ 38 ບ້ານ ແລະ 4 ບ້ານໃຫຍ່ ມີ 10 ຊົນເຜົ່າ, ມີປະຊາກອນ 35.893 ຄົນ, ຍິງ 17.855 ຄົນ, ມີ 6.654 ຄົວເຮືອນ ໂດຍປະຕິບັດຕາມແຈ້ງການ ຂອງຫ້ອງວ່າການສູນກາງພັກ ເລກທີ 04/ຫສພ,  ແຈ້ງການ ຂອງກະຊວງພາຍໃນ ເລກທີ 08/ພນ, ແຈ້ງການຂອງຫ້ອງວ່າການແຂວງບໍ່ແກ້ວກ່ຽວກັບການກຳນົດຈຳນວນຕາແສງຢູ່ບັນດາເມືອງ, ຄະນະປະຈຳພັກເມືອງໄດ້ຈັດກອງປະຊຸມຄົ້ນຄວ້າກຳນົດຈຳນວນຕາແສງ, ຊື່ເອີ້ນຕາແສງ ໄດ້ກຳນົດຕາແສງຢູ່ເມືອງຕົ້ນເຜິ້ງ ຈຳນວນ 5 ຕາແສງຄື: ຕາແສງຕົ້ນເຜິ້ງ ມີ 8 ບ້ານຂຶ້ນກັບ; ຕາແສງສີເມືອງງາມ ມີ 8 ບ້ານຂຶ້ນກັບ; ຕາແສງນ້ຳເກິ່ງ ມີ 4 ບ້ານຂຶ້ນກັບ; ຕາແສງເມືອງມອມ ມີ 10 ບ້ານຂຶ້ນກັບ ແລະ ຕາແສງນາຄຳ ມີ 8 ບ້ານຂຶ້ນກັບ ແລະ ໄດ້ນຳເອົາຜົນການຄົ້ນຄວ້າລາຍງານຂັ້ນແຂວງ, ຂັ້ນສູນກາງ, ນາຍົກລັດຖະມົນຕີ ໄດ້ອອກຂໍ້ຕົກລົງ ເລກທີ 147/ນຍ, ລົງວັນທີ 17 ພະຈິກ 2025 ວ່າດ້ວຍການຮັບຮອງເອົາຈຳນວນຕາແສງ. ເພື່ອປະຕິບັດຕາມຄຳແນະນຳກ່ຽວກັບການສ້າງຕັ້ງຕາແສງ ຂອງຄະນະຈັດຕັ້ງສູນກາງພັກ  ສະນັ້ນ ຄະນະປະຈຳພັກເມືອງກໍ່ໄດ້ກະກຽມຄວາມພ້ອມດ້ານຕ່າງໆເປັນຕົ້ນ: ໄດ້ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດ ຊອບສ້າງຕັ້ງຕາແສງຂັ້ນເມືອງ, ຂຽນບົດວິພາກການສ້າງຕາແສງ, ຂຽນແຜນພັດທະນາເສດຖະກິດ-ສັງຄົມຂອງຕາແສງ, ຂຽນຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຕາແສງ, ຄົ້ນຄວ້າສະຖານທີ່ຕັ້ງສຳນັກງານຕາແສງ ແລະ ບຸກຄະລາກອນທີ່ຈະປະກອບເຂົ້າໃນແຕ່ລະຕາແສງ ຈາກນັ້ນ ໃນພິທີໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດສ້າງຕັ້ງຕາແສງ 5 ຕາແສງຂອງເມືອງຕົ້ນເຜິ້ງ, ມະຕິຕົກລົງວ່າດ້ວຍການສ້າງຕັ້ງອົງຄະນະພັກຮາກຖານຕາແສງ 5 ຕາແສງ

ພ້ອມທັງ ມອບຂໍ້ຕົກລົງວ່າດ້ວຍການອະນຸມັດສ້າງຕັ້ງຕາແສງ 5 ຕາແສງຂອງເມືອງຕົ້ນເຜິ້ງ ໃຫ້ກຽດມອບໂດຍ ທ່ານ ພົວ ສຸກພະຈັນ ສີລາເພັດ ປະທານຄະນະກຳມະການປົກຄອງແຂວງ ຮັບໂດຍ ທ່ານ ອຸ່ນຄຳ ທຳມະເລີດ ເລຂາພັກເມືອງໆ ຕົ້ນເຜິ້ງ,

ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ປະທານ-ຮອງປະທານ, ຄະນະກຳມະການປົກຄອງຕາແສງ ແລະ ຫົວໜ້າໜ່ວຍງານຂອງ 5 ຕາແສງ, ມະຕິບົງຕົວແຕ່ງຕັ້ງເລຂາຄະນະບໍລິຫານງານພັກຮາກຖານຂອງ 5 ຕາແສງ, ຜ່ານມະຕິສ້າງຕັ້ງໜ່ວຍພັກຫ້ອງການຕາແສງ, ຜ່ານມະຕິປົ່ງຕົວແຕ່ງຕັ້ງເລຂາຄະນະໜ່ວຍພັກຫ້ອງການ ຕາແສງ ທັງມອບຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ປະທານ-ຮອງປະ ທານຄະນະກຳມະການປົກຄອງຕາແສງ ແລະ ຫົວໜ້າໜ່ວຍງານຕາແສງ ມອບໂດຍທ່ານ ອຸ່ນຄຳ ທຳມະເລີດ ຮັບໂດຍປະທານຄະນະກຳມະການປົກຄອງຕາແສງທັງ 5 ຕາແສງ.

ໂອກາດນີ້ ທ່ານ ພົວ ສຸກພະຈັນ ສີລາເພັດ ປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ເຊີ່ງທ່ານໄດ້ຍ້ອງຍໍຊົມເຊີຍແລະຕີລາຄາສູງມາຍັງຄະນະພັກຂັ້ນເມືຶອງ ເຊິ່ງເຫັນໄດ້ວ່າ ບັນດາທ່ານ ໄດ້ມີຜົນສໍາເລັດໃນຫຼາຍດ້ານເປັນຕົ້ນແມ່ນການຈັດຕັ້ງປະຕິບັດຕາມຄຳແນະນຳຂອງສູນກາງພັກ ກ່ຽວກັບ ການສ້າງຕັ້ງຕາແສງ ແລະ ຮຽກຮ້ອງໃຫ້ຄະນະພັກ, ອົງການປົກຄອງທຸກຂັ້ນ ຕ້ອງໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ ໃຫ້ສູງຂຶ້ນກວ່າເກົ່າ ພາຍຫຼັງ ສໍາເລັດພິທີປະກາດສ້າງຕັ້ງຕາແສງແລ້ວ ມອບໃຫ້ຄະນະພັກ, ຄະນະກຳມະການປົກຄອງແຂວງ, ເມືອງ ແລະ ທຸກຂະແໜງການ ສຸ່ມໃສ່ ເຜີຍແຜ່, ເຊື່ອມຊຶ່ມ ແລະ ນິຕິກຳທີ່ຕິດພັນກັບຂະແໜງການຂອງຕົນ ຢູ່ຂັ້ນຕາແສງ, ພ້ອມກັນເອົາໃຈໃສ່ ເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ຕາມພາລະບົດບາດ, ສິດ-ໜ້າທີ່ ຂອງຕາແສງ ເຊິ່ງໄດ້ກໍານົດໃນ ຂໍ້ກໍານົດ ຂອງຄະນະເລຂາທິການສູນກາງພັກ, ສືບຕໍ່ ຫັນພະນັກງານນຳພາ ແລະ ວິຊາການລົງສູ່ຕາແສງ ໂດຍຕິດພັນກັບການຍູ້ຂະບວນການວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ໃຫ້ເລິກເຊິ່ງ, ເຖິງຖອງກວ່າເກົ່າ, ເອົາໃຈໃສ່ປັບປຸງລະບົບການເມືອງ ຢູ່ຮາກຖານໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ  ເພື່ອສາມາດນຳພາ-ຄຸ້ມຄອງ ແລະ ບໍລິຫານລັດຢູ່ຕາແສງ, ສຸມໃສ່ການພັດທະນາເສດຖະກິດ-ສັງຄົມ, ພັດທະນາພື້ນຖານໂຄງລ່າງ ເພື່ອອໍານວຍຄວາມສະດວກໃຫ້ປະຊາຊົນ ເຂົ້າຫາການບໍລິການ ຂອງຕາແສງ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ຖືກທິດ. ພາຍຫຼັງສຳເລັດພິທີ ບັນດາຄະນະປະທານ ພ້ອມດ້ວຍຄະນະຮັບຜິດຊອບທຸກພາກສ່ວນພ້ອມກັນລັ່ນຄ້ອງ 9 ບາດ ແລະ ເປີດປ້າຍປະກາດສ້າງຕັ້ງ 5 ຕາແສງຢູ່ເມືອງຕົ້ນເຜິ້ງ ຢ່າງເປັນທາງການ.

ພາບ-ຂ່າວ: ສ ປັນຍາທອງ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa