









ວັນທີ 20 ພຶດສະພານີ້ ຄະນະຊີ້ນຳໂຄງການຜັນຂະຫຍາຍຈັດຕັ້ງປະຕິບັດແຜນງານຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວໂດຍປັບປຸງການຄຸ້ມຄອງພູມີທັດປ່າໄມ້ຢູ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວໄດ້ມອບປ້າຍແຜນທີ່ການວາງແຜນຄຸ້ມຄອງນຳໃຊ້ທີດິນກະສິກຳ ແລະ ປ່າໄມ້ ຂອງບ້ານ ຢູ່ຫໍປະຊຸມບ້ານນາຫຼວງ ເປັນກຽດເຂົ້າຮ່ວມຂອງທ່ານ ຄຳຜາຍ ວົງປະເສີດ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ສຸກສະຫວັນ ແກ້ວປະເສີດ ຄະນະປະຈຳພັກເມືອງ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ, ມີບັນດາຄະນະພັກອຳນາດການປົກຄອງບ້ານ, 7 ບ້ານຄື: ບ້ານນາຫຼວງ,ບ້ານນ້ຳແຊວງ,ບ້ານນາງາມ, ບ້ານຫ້ວຍທຸຍ, ບ້ານທ່າຟ້າ, ບ້ານຊອດ ແລະ ບ້ານນ້ຳແລ ຕະຫຼອດຮອດພະັກງານພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ.
ຈາກນັ້ນຄະນະຮັບຜິດຊອບໄດ້ຜ່ານກົດລະບຽບການຄຸ້ມຄອງປ່າໄມ້ຂັ້ນບ້ານ ແລະ ແຜນພັດທະນາ 5ປີ ຂອງປ່າໄມ້ບ້ານ, ໃນກອງປະຊຸມບັນດາຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດຄຳເຫັນຢ່າງເປັນເອກະສັນ.
ໂອກາດນີ້ ທ່ານ ຄຳຜາຍ ວົງປະເສີດ ໄດ້ມີຄຳເຫັນເນັ້ນໜັກໃຫ້ຄະນະພັກອຳນາດການປົກຄອງບ້ານຕ້ອງເປັນເຈົ້າການໃນການປະສານສົມທົບກັບພາກສ່ວທີ່ກ່ຽວຂ້ອງໃຫ້ທັນການ, ທ່ານໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ອົງການຈັດຕັ້ງທຸກພາກສ່ວນ ຈົ່ງເປັນເຈົ້າການສຸມສະຕິປັນຍາ, ຄວາມຮູ້ຄວາມສາມາດ, ພ້ອມກັນປຶກສາຫາລືເພື່ອສ້າງແຜນການຈັດສັນທີ່ດິນຂອງບ້ານໃຫ້ສຳເລັດ, ຄົບຖ້ວນສົມບູນ, ຮັບປະກັນໃຫ້ວຽກງານດັ່ງກ່າວນີ້ໄດ້ຮັບການຈັດຕັ້ງປະຕິບັດໄປຕາມແຜນການ ແລະ ເກີດຜົນປະໂຫຍດສູງສຸດ, ຮັບປະກັນໃຫ້ການນໍາໃຊ້ທີ່ດິນ ແລະ ປ່າໄມ້ຖືກຕ້ອງຕາມແຜນການຈັດສັນຂອງບ້ານຢ່າງເຂັ້ມງວດ. ພ້ອມທັງມອບປື້ມກົດລະບຽບແຜນພັດທະນາ 5 ປີຂອງ ແລະ ປັກປ້າຍແຜນທີ່ການວາງແຜນຄຸ້ມຄອງນຳໃຊ້ທີດິນກະສິກຳ ແລະ ປ່າໄມ້ຂອງບ້ານອີກດ້ວຍ
ຂ່າວ: ບຸນຈັນ ບຸນປັນຍາ



