ຫ້ອງເຕັກນິກສະຫຼຸບວຽກງານຮອບດ້ານ ປະຈຳໄຕມາດ l ແລະ ວາງທິດທາງແຜນການ ປະຈຳໄຕມາດ II ປີ 2026.

ໃນຕອນເຊົ້າວັນທີ່ 8 ພຶດສະພາ 2026 ນີ້, ຫ້ອງເຕັກນິກ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດຕັ້ງສະຫຼຸບວຽກງານຮອບດ້ານ ປະຈຳໄຕມາດ l ແລະ ວາງທິດທາງແຜນການ ປະຈຳໄຕມາດ II ປີ 2026. ຢູ່ທີ່ສະໂມສອນຫ້ອງເຕັກນິກ ໂດຍການເປັນປະທານຂອງສະຫາຍ ພັັນໂທ ຄຳໄພ ທິບບົວວັນ ຄະນະພັກກອງບັນຊາການ ຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ – ຄະນະບັນຊາ ພະແນກການ ຕະຫຼອດຮອດພະນັກງານ-ນັກຮົບ ທົ່ວຫ້ອງເຕັກນິກເຂົ່າຮ່ວມ.

ສະຫາຍ ພັນໂທ ບຸນທັນ ແສງຄຳມີໄຊ ຫົວໜ້າພະແນກແຜນການ ຫ້ອງເຕັກນິກ ທະຫານແຂວງບໍ່ແກ້ວ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳໄຕມາດ I ປີ 2026 ເຊິ່ງຕະຫຼອດໄລຍະ 3 ເດືອນຜ່ານມາ ຄະນະພັກ-ຄະນະບັນຊາຫ້ອງເຕັກນິກໄດ້ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານ – ນັກຮົບພາຍໃນຫ້ອງເຕັກນິກໃຫ້ໜັກແໜ້ນເພື່ອຕ້ານປະກົດການຫຍໍ້ທໍ້ທີ່ຈະເກີດຂື້ນ.ຊີ້ນຳບັນດາພະແນກການໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະໃຫ້ມີຜົນສຳເລັດ ແລະ ຊີ້ນຳສ້ອມແປງລົດທີ່ຍັງຄ້າງຄາ ແລະ ຟື້ນຟູພາຫະນະເປ່ເພ ປະຕິບັດຕາມທິດຊີ້ນໍາຂອງກອງບັນຊາການທະຫານແຂວງບໍ່ແກ້ວ ໃນໄລຍະ 3 ເດືອນ ຜ່ານມາ ສ້ອມແປງລົດທັງໝົດ: 20 ຄັນ, 34 ຄັ້ງ, ສ້ອມແປງຂະໜາດໜັກ 0 ຄັ້ງ, ສ້ອມແປງຂະໜາດກາງ: 14 ຄັ້ງ, ສ້ອມແປງຂະໜາດເບົາ: 06 ຄັ້ງ, ສ້ອມແປງຢູ່ ບັນດາກົມກອງ 01 ຄັ້ງ, ເອົາລົດເຂົ້າສ້ອມແປງຢູ່ຮ້ານເອກະຊົນ: 01 ຄັ້ງ, ສ້ອມແປງເຮືອ 0 ລຳ,ເອົາໃຈໃສ່ປົກປັກຮັກສາບົວລະບັດຜັດເຊັດອຸປະກອນເຄື່ອງໄຊ້ພາຫະນະ,ອາວຸດຕ່າງໆທີ່ມີຢູ່ແລ້ວ, ບໍ່ໃຫ້ເປ່ເພເສຍຫາຍໂດຍບໍ່ມີເຫດຜົນ, ຊີ້ນໍາວິຊາການໃຫ້ຍົກສູງຄວາມຮັບຜິດຊອບກວດກາສະພາບເຕັກນິກ ເພື່ອຄຸ້ມຄອງ ແລະນໍາໃຊ້ໃຫ້ເກີດປະສິດທິຜົນສູງ, ປົກປັກຮັກສາຕຶກອາຄານ, ຫ້ອງການ, ເຮືອນກິນ, ເຮືອນນອນ, ສາງຄັງໃຫ້ມີຄວາມສະອາດຈົບງາມ, ສູ້ຊົນແກ້ໄຂຊີວິດການເປັນຢູ່ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອນຳພາກົມກອງ ໃຫ້ມີບາດກ້າວຂະຫຍາຍຕົວ.ທ້າຍພິທີຍັງໄດ້ມອບໃບຍ້ອງຍໍຊາວໜຸ່ມຕົວແບບ 4 ບຸກອີກດ້ວຍ.

ໂອກາດນີ້, ສະຫາຍ ພັນໂທ ຄຳໄພ ທິບບົວວັນ ປະທານພິທີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດທີ່ກົມກອງຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ບັນດາສະຫາຍ ຈົ່ງພ້ອມກັນສືບຕໍ່ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ເອົາໃຈໃສ່ເປັນເຈົ້າການສຶກສາອົບຮົມການເມືອງ – ແນວຄິດໃຫ້ພະນັກງານສະມາຊິກພັກ – ນັກຮົບແຕ່ລະຂັ້ນໃຫ້ໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມືອາຊີບທາງດ້ານວິຊາສະເພາະ ແລະ ມີຄຸນສົມບັດສິນທຳປະຕິວັດ, ເອົາໃຈໃສ່ປັບປຸງກໍ່ສ້າງກົມກອງໃຫ້ມີຄຸນນະພາບ, ເພີ່ມທະວີຄວາມສາມັກຄີເປັນເອກກະພາບ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ສືບຕໍ່ປະຕິບັດໜ້າທີ່ວິຊາສະເພາະຂອງຕົນທີ່ໄດ້ຮັບການມອບໝາຍໃຫ້ມີຜົນສຳເລັດ.

ຂ່າວໂດຍ: ນີ່ ທຳມະວົງ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa