ເມືອງຫ້ວຍຊາຍ ປະກາດສ້າງຕັ້ງ 5 ຕາແສງພ້ອມກັນ ເພື່ອຫຍັບການບໍລິການລັດໃຫ້ໃກ້ຊິດປະຊາຊົນ.

 

 

 

ໃນວັນທີ 21 ພຶດສະພາ 2026, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ປະຕິບັດແນວທາງໃໝ່ໃນການບໍລິຫານທ້ອງຖິ່ນ ດ້ວຍການປະກາດສ້າງຕັ້ງ 5 ຕາແສງພ້ອມກັນຢ່າງເປັນທາງການ. ຈຸດປະສົງ ເພື່ອລວມສູນວຽກງານຈາກຂະແໜງການຕ່າງໆໃນເມືອງລົງສູ່ທ້ອງຖິ່ນ ໃຫ້ປະຊາຊົນເຂົ້າເຖິງການບໍລິການຂອງພັກ-ລັດ ໄດ້ຢ່າງ ສະດວກ, ວ່ອງໄວ, ໂປ່ງໃສ ແລະ ຍຸຕິທຳ.

ພິທີແມ່ນຈັດຂື້ນທີ່ຕາແສງປຸ່ງນາໜູນ, ພາຍໃຕ້ການເປັນປະທານຂອງ ຂອງທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ທ່ານ ຈອມແພງ ວິໄລສານ ຄະນະປະຈຳພັກແຂວງ ເລຂາພັກເມືອງຫ້ວຍຊາຍ, ມີບັນດາການນຳຂອງແຂວງ, ການນຳຂອງເມືອງ, 5 ຕາແສງ, ແຂກຖືກເຊີນ, ອົງການປົກຄອງບ້ານກວ່າ 70 ບ້ານ ແລະ ປະຊາຊົນເຂົ້າຮ່ວມຢ່າງຄຶກຄື້ນ.

ທ່ານ ນາງ ດາວ ໄຊເສດຖາ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄດ້ຜ່ານຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງແຂວງ ວ່າດ້ວຍ ການອະນຸມັດສ້າງຕັ້ງຕາແສງ, ມີຕາແສງ ຫ້ວຍຊາຍ, ຕາແສງນ້ຳປຸກ, ຕາແສງນ້ຳຍຸງ, ຕາແສງປຸ່ງນາໜູນ ແລະ ຕາແສງທ່າຟ້າຂອງເມືອງຫ້ວຍຊາຍ ແລະ ຜ່ານຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງເມືອງ ວ່າດ້ວຍການແຕ່ງຕັ້ງປະທານ,ຮອງປະທານຄະນະກໍາມະການປົກຄອງຕາແສງ ແລະ ມະຕິຕົກລົງຂອງຄະນະປະຈໍາພັກເມືອງ ວ່າດ້ວຍການສ້າງຕັ້ງອົງຄະນະພັກຕາແສງ, ໂດຍມີທ່ານ ແສງຫວາດ ມະໂນຂຸນ ເປັນປະທານຕາແສງຫ້ວຍຊາຍ, ທ່ານ ສີວອນ ກິ່ງທະວັນ ເປັນປະທານຕາແສງປຸ່ງນາໜູນ, ທ່ານ ສຸວັດ ເພັງພະຈັນ ເປັນປະທານຕາແສງນ້ຳຍຸງ, ທ່ານ ແສງເພັດ ດວງປະເສີດ ເປັນປະທານຕາແສງນ້ຳປຸກ ແລະ ທ່ານ ແກ້ວສີພອນ ສິລິປັນຍາ ເປັນປະທານຕາແສງທ່າຟ້າ.

ສໍາລັບ 5 ຕາແສງ ທີ່ຈະໄດ້ຮັບການປະກາດສ້າງຕັ້ງຂຶ້ນຢ່າງເປັນທາງການ ມີລາຍລະອຽດ ແລະ ຈຸດພິເສດດັ່ງນີ້: 1. ຕາແສງປຸງນາໜູນ  ຕັ້ງຢູ່ຫ່າງຈາກເທດສະບານເມືອງ 31 ກິໂລແມັດ,  ມີ 18 ບ້ານຂຶ້ນກັບ. ປັດຈຸບັນມີພົນລະເມືອງທັງໝົດ 18.711 ຄົນ (ຍິງ 9.056 ຄົນ), 3.335 ຫຼັງຄາເຮືອນ 2. ຕາແສງທ່າຟ້າ ຫ່າງຈາກເທດສະບານເມືອງ 72 ກິໂລແມັດ, ມີ 10 ບ້ານຂຶ້ນກັບ, ມີພົນລະເມືອງ 7.257 ຄົນ, 3 ຕາແສງນໍ້າຍຸງ ຫ່າງຈາກເທດສະບານເມືອງ 4 ກິໂລແມັດ, ມີ 13 ບ້ານຂຶ້ນກັບ, ພົນລະເມືອງທັງໝົດ 14.036 ຄົນ (ຍິງ 6.399 ຄົນ), 2.470 ຫຼັງຄາເຮືອນ. 4. ຕາແສງຫ້ວຍຊາຍ (ເຂດໃຈກາງເມືອງ) ເປັນສູນກາງທາງດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມ, ມີ18 ບ້ານ, ມີພົນລະເມືອງ 23.910 ຄົນ,  5. ຕາແສງນໍ້າປຸກ (ເຂດຊານເມືອງ) ຕັ້ງຢູ່ຫ່າງຈາກເທດສະບານເມືອງ 26 ກິໂລແມັດ.

ໂອກາດດັ່ງກ່າວ: ທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ ໄດ້ມີຄຳເຫັນເນັ້ນໜັກໃຫ້ແກ່ຄະນະກຳມະການຕາແສງຊຸດໃໝ່ ເພື່ອນຳໄປຈັດຕັ້ງປະຕິບັດ ໂດຍສະເພາະແບ່ງວຽກພັກ-ລັດໃຫ້ລະອຽດ, ເພີ່ມທະວີຄວາມເຂັ້ມແຂງຂອງວຽກງານ ປກຊ-ປກສໃນທ້ອງຖິ່ນ, ເປັນເຈົ້າການເຜີຍແຜ່ກົດໝາຍ, ຮັບຟັງ ແລະ ລາຍງານສະພາບການໃຫ້ຂັ້ນເມືອງຊາບຢ່າງເປັນປົກກະຕິ, ປັບປຸງກົນໄກການບໍລິການລັດຢູ່ຂັ້ນຕາແສງໃຫ້ມີຄວາມຍຸຕິທຳ ແລະ ວ່ອງໄວ, ເລັ່ງພັດທະນາສິ່ງອຳນວຍຄວາມສະດວກ ເພື່ອຊ່ວຍໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ

ໃນຕອນທ້າຍຂອງພິທີ, ທັງພາກລັດ ແລະ ເອກະຊົນ ໄດ້ຮ່ວມໃຈກັນມອບເງິນທຶນຊຸກຍູ້, ພ້ອມທັງຮ່ວມກັນ ລັ່ນຄ້ອງ 9 ບາດ ເປັນສິລິມົງຄຸນ ແລະ ເປີດປ້າຍຕາແສງຢ່າງເປັນທາງການ.

ຂ່າວ: ສາຍສະໝອນ ແກ້ວວິສິດ

ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa