ສໍາເລັດກອງປະຊຸມໂຄສະນາເຜີຍແຜ່ວຽກງານປົກປ້ອງທາງສັງຄົມ ເພື່ອຊຸກຍູ້ແຮງງານນອກລະບົບ ເຂົ້າເຖິງລະບົບປະກັນສັງຄົມພາກສະໝັກໃຈ ຢູ່ເມືອງປາກທາ.

ໃນວັນທີ 22 ພຶດສະພາ 2026 ນີ້, ຢູ່ທີ່ເມືອງປາກທາ ແຂວງບໍ່ແກ້ວ ໄດ້ມີການຈັດກອງປະຊຸມໂຄສະນາເຜີຍແຜ່ວຽກງານປົກປ້ອງທາງສັງຄົມ ໃຫ້ແກ່ແຮງງານນອກລະບົບ ເພື່ອແນໃສ່ສ້າງຄວາມຮັບຮູ້ ແລະ ຊຸກຍູ້ໃຫ້ເຂົ້າເຖິງລະບົບປະກັນສັງຄົມພາກສະໝັກໃຈຢ່າງທົ່ວເຖິງ.ໂດຍການເປັນປະທານໂດຍ ທ່ານ ແກ້ວລາ ນໍລະສິງ ປະທານສະຫະພັນກຳມະບານແຂວງບໍ່ແກ້ວ, ທ່ານ ເກດແກ້ວ ນິສະຫວັດ ຈາກຫ້ອງການປະກັນສັງຄົມແຂວງ,ມີບັນດາພະນັກງານຂັ້ນແຂວງ, ເມືອງ, ຕາງໜ້າສະມາຊິກກຸ່ມແຮງງານນອກລະບົບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນວາລະກອງປະຊຸມ, ຄະນະຮັບຜິດຊອບໄດ້ລາຍງານໂດຍຫຍໍ້ ກ່ຽວກັບສະພາບການເຄື່ອນໄຫວວຽກງານຂອງກຸ່ມແຮງງານນອກລະບົບໃນໄລຍະ 1 ປີຜ່ານມາ, ເຊິ່ງໄດ້ເຫັນເຖິງຜົນສຳເລັດ, ຂໍ້ສະດວກ ແລະ ສິ່ງທ້າທາຍຕ່າງໆ.ຈາກນັ້ນ, ຕາງໜ້າອົງການປະກັນສັງຄົມແຂວງບໍ່ແກ້ວ ກໍໄດ້ເຜີຍແຜ່ຂໍ້ມູນ-ຄວາມຮູ້, ສ້າງຄວາມເຂົ້າໃຈກ່ຽວກັບຜົນປະໂຫຍດ ແລະ ເງື່ອນໄຂຕ່າງໆ ໃນການເຂົ້າເຖິງລະບົບປະກັນສັງຄົມພາກສະໝັກໃຈ ເພື່ອໃຫ້ແຮງງານນອກລະບົບໄດ້ຮັບຊາບເຖິງສິດຜົນປະໂຫຍດທີ່ຈະໄດ້ຮັບໃນການປົກປ້ອງດ້ານສະຫວັດດິການສັງຄົມ. ພ້ອມທັງ ສົນທະນາ ແລກປ່ຽນຄຳຄິດຄຳເຫັນ ແບບຖາມ-ຕອບ ຢ່າງກົງໄປກົງມາ ເພື່ອແກ້ໄຂຂໍ້ຂ້ອງໃຈຂອງຜູ້ເຂົ້າຮ່ວມ, ການທາບທາມຄວາມສົນໃຈ ຂອງກຸ່ມເປົ້າໝາຍຕໍ່ກັບການສະໝັກເຂົ້າເປັນສະມາຊິກປະກັນສັງຄົມຕື່ມອີກ.

ໂອກາດນິ້. ທ່ານ ແກ້ວລາ ນໍລະສິງ ປະທານສະຫະພັນກຳມະບານແຂວງບໍ່ແກ້ວ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັກຕໍ່ຫຼາຍບັນຫາສຳຄັນ ເປັນຕົ້ນແມ່ນການເພີ່ມທະວີຄວາມຮັບຮູ້ ແລະ ເນັ້ນໜັກໃຫ້ທຸກພາກສ່ວນເອົາໃຈໃສ່ໂຄສະນາເຜີຍແຜ່ໃຫ້ແຮງງານນອກລະບົບເຫັນໄດ້ເຖິງຄວາມສຳຄັນ ແລະ ປະໂຫຍດໄລຍະຍາວຂອງການມີປະກັນສັງຄົມ. ຮຽກຮ້ອງໃຫ້ຫ້ອງການປະກັນສັງຄົມ ແລະ ພາກສ່ວນກ່ຽວຂ້ອງ ຮ່ວມມືກັນຢ່າງໃກ້ຊິດ ໃນການອຳນວຍຄວາມສະດວກ ແລະ ເຂົ້າເຖິງກຸ່ມແຮງງານໃຫ້ກວ້າງຂວາງກວ່າເກົ່າ.ເພື່ອຍົກສູງຄຸນນະພາບຊີວິດ ຮັບປະກັນໃຫ້ແຮງງານທຸກຄົນ ໄດ້ຮັບການປົກປ້ອງທາງສັງຄົມຢ່າງທົ່ວເຖິງ, ຫຼຸດຜ່ອນຄວາມສ່ຽງໃນການດຳລົງຊີວິດ ແລະ ສ້າງຄວາມໝັ້ນຄົງໃຫ້ແກ່ຄອບຄົວ.ກອງປະຊຸມ ຄັ້ງນິ້, ເຊິ່ງຖືເປັນກ້າວເດີນທີ່ສຳຄັນໃນການຂະຫຍາຍຕາໜ່າງການປົກປ້ອງທາງສັງຄົມ ໄປສູ່ພາກສ່ວນແຮງງານນອກລະບົບ ຢູ່ເມືອງປາກທາ ໃຫ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ.

#ໂດຍ: ເງິນຫຼົງ ຈິດພູວົງ.

#ພາບ: ພາກສ່ວນກ່ຽວຂ້ອງ .

#ແຂວງບໍ່ແກ້ວ #ເມືອງປາກທາ #ປະກັນສັງຄົມພາກສະໝັກໃຈ #ແຮງງານນອກລະບົບ #ສະຫະພັນກຳມະບານ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa