
















ໃນວັນທີ 22 ພຶດສະພາ 2026, ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານ, ຄະນະອາຈານ ແລະ ນັກສຶກສາທິດສະດີການເມືອງ-ການປົກຄອງ ຊັ້ນກາງ ຮຸ່ນທີ VIII ໄດ້ລົງທັດສະນະສຶກສາ ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານອົງການແນວລາວສ້າງຊາດແຂວງບໍ່ແກ້ວ.,ມີທ່ານ ສົມສັກ ປິນແກ້ວ (ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງບໍ່ແກ້ວ) ທ່ານ ນາງ ມະລິ ສຸວັນນະວົງ (ຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ) ມີບັນດານັກສຶກສາ ແລະ ພະນັກງານແນວລາວສ້າງຊາດເຂົ້າຮ່ວມ
ການລົງທັດສະນະສຶກສາໃນຄັ້ງນີ້ ຖືເປັນກິດຈະກຳພາກປະຕິບັດຕົວຈິງທີ່ມີຄວາມສຳຄັນສູງ ເພື່ອຜູກມັດລະຫວ່າງທິດສະດີການເມືອງທີ່ຮຽນໃນຫ້ອງ ກັບ ພຶດຕິກຳຕົວຈິງ ໃນການເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມມວນຊົນເຂົ້າໃນການພັດທະນາປະເທດຊາດ ໂດຍມີເປົ້າໝາຍຫຼັກ,ເພື່ອໃຫ້ນັກສຶກສາເຂົ້າໃຈເລິກເຊິ່ງກ່ຽວກັບພາລະບົດບາດຂອງ ແນວລາວສ້າງຊາດ ໃນຖານະເປັນອົງການຈັດຕັ້ງພັນທະພາບການເມືອງ.ເປັນການສຶກສາ ແລະ ເກັບກຳຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດ 6 ແຜນງານ 62 ໂຄງການ ຂອງແນວລາວສ້າງຊາດ.ສຶກສາວິທີການສ້າງຄວາມສາມັກຄີປອງດອງລະຫວ່າງເຜົ່າ ແລະ ສາສະໜາ, ວິທີການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ເພດ-ໄວ ຕ່າງໆ ພາຍໃນທ້ອງຖິ່ນ. ຮຽນຮູ້ການຄຸ້ມຄອງ ແລະ ສົ່ງເສີມການເຄື່ອນໄຫວດ້ານສາສະໜາໃຫ້ຖືກຕ້ອງຕາມກົດໝາຍລົງສູ່ຮາກຖານ.ການຖອດຖອນບົດຮຽນໃນການປຸກລະດົມປະຊາຊົນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກ ແລະ ການສ້າງບ້ານສາມັກຄີປອງດອງ.
ກິດຈະກຳຫຼັກໃນການລົງພື້ນທີ່ແມ່່ນ”ການຮຽນຮູ້ຈາກພຶດຕິກຳຕົວຈິງ ຄືກະແຈສຳຄັນໃນການພັດທະນານັກບໍລິຫານລັດໃນອະນາຄົດ”ຮັບຟັງການລາຍງານການເຄື່ອນໄຫວ ຈາກຄະນະກຳມະການແນວລາວສ້າງຊາດ ປະຈຳແຂວງ.ສົນທະນາແລກປ່ຽນ: ຕັ້ງຄຳຖາມເຈາະຈີ້ມກ່ຽວກັບ ຂໍ້ສະດວກ, ຂໍ້ຍຸ້ງຍາກ ແລະ ວິທີການແກ້ໄຂບັນຫາຕົວຈິງ ໃນວຽກງານແນວໂຮມ.ລົງຮາກຖານຕົວຈິງ: ຢ້ຽມຢາມບ້ານສາມັກຄີຕົວແບບ ຫຼື ສະຖານທີ່ວັດທະນະທຳສາສະໜາ ເພື່ອເຫັນວິຖີຊີວິດ ແລະ ຄວາມສາມັກຄີຂອງປະຊາຊົນຢ່າງແທ້ຈິງ.
ເພື່ອແນ່ໃສເຮັດໃຫ້ນັກສຶກສາໄດ້ຮັບຍົກລະດັບຄວາມຮູ້: ເຂົ້າໃຈແນວທາງ “ຫັນລົງສູ່ຮາກຖານ” ຂອງພັກ-ລັດ ຢ່າງເປັນຮູບປະທຳ. ໄດ້ຮຽນຮູ້ສິລະປະໃນການພົວພັນ, ການປຸກລະດົມ ແລະ ການເຮັດວຽກຮ່ວມກັບມວນຊົນ. ມີຂໍ້ມູນທີ່ໜັກແໜ້ນ ແລະ ເປັນຈິງ ເພື່ອທ່ຽບໃສ່ການຂຽນບົດສະຫຼຸບຖອດຖອນບົດຮຽນ ຫຼື ບົດວິທະຍານິພົນຈົບຊັ້ນ ໃຫ້ມີຄຸນນະພາບສູງ.
ຂ່າວ: ຄໍາເພັງ ສີສະຫວ່າງ



