ພະນັກງານຫຼັກແຫຼ່ງ ເມືອງຜາອຸດົມ ຮັບຟັງເຊື່ອມຊືມ ເອກະສານຂອງພັກ ແລະ ລັດຖະບານ.

ຕອນເຊົ້າວັນທີ 21 ພຶດສະພາ 2026ນີ້ ເມືອງຜາອຸດົມ ໄດ້ເປີດກອງປະຊຸມ ເຊື່ອມຊື່ມເຜີຍແຜ່ເອກະສານຂອງພັກ ແລະ ລັດຖະບານ ຢູ່ທີ່ສະໂມສອນຂອງເມືອງ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ກາງ ມະນີຫວ່າງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈຳພັກ-ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງຫານ, ສອງກອງບັນຊາການ ປກຊ-ປກສ ຕະຫຼອດຮອດພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ທ່ານ ກາງ ມະນີຫວ່າງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ໄດ້ຍົກໃຫ້ເຫັນ ຂໍ້ກຳນົດເລກທີ 03/ຄລສພ, ລົງວັນທີ 20 ເມສາ 2026 ວ່າດ້ວຍແບບແຜນວິທີເຮັດວຽກ ແລະ ການພົວພັນລະຫວ່າງເລຂາຄະນະບໍລິຫານງານພັກ ກັ ປະທານຄະນະກຳມະການປົກຄອງເມືອງ, ນະຄອນ. ວ່າດ້ວຍແບບແຜນວິທີເຮັດວຽກ ແລະ ການພົວພັນ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບປະທານຄະນະກຳມະການປົກຄອງເມືອງ, ນະຄອນ ເຊິງການກໍານົດລະບຽບການ, ທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່ ແລະ ແບບແຜນວິທີເຮັດວຽກ, ການພົວພັນລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບປະທານຄະນະກຳມະການປົກຄອງເມືອງ, ນະຄອນ. ໃຫ້ມີຄວາມຈະແຈ້ງ, ຊັດເຈນ, ສອດຄ່ອງກັບສະພາບຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້, ເພື່ອຍົກສູງຄວາມເປັນເອກະພາບໃນການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານພັກ ກັບການຄຸ້ມຄອງ, ອຳນວຍຄວບຄຸມຂອງຄະນະກຳມະການປົກຄອງເມືອງ, ນະຄອນ. ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຈະແຈ້ງ ແລະ ເພື່ອຫຼີກລ້ຽງການເຮັດວຽກແບບກ້າວກ່າຍ, ອູ້ມວຽກ, ຕັດສິນວຽກງານ ບໍ່ໄປຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ, ຮັບປະກັນໃຫ້ການນຳພາ-ຄຸ້ມຄອງຢູ່ທ້ອງຖີ່ນຂັ້ນເມືອງມີຄວາມຖືກຕ້ອງ, ໂປ່ງໃສ ແລະ ມີປະສິດທິພາບສູງ, ເພີ່ມທະວີບົດບາດການນຳພາຂອງພັກ ໃນທຸກຂົງເຂດວຽກງານ ຄຽງຄູ່ກັບການຍົກສູງຄວາມສັກສິດ ແລະ ປະສິດທິພາບໃນການຄຸ້ມຄອງບໍລິຫານລັດ ຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້, ສ້າງກົນໄກປະສານງານທີ່ຄ່ອງຕົວ. ໂປງໃສ ແລະ ມີລັກສະນະວິທະຍາສາດ, ຈາກນັ້ນ ທ່ານ ບຸນສີ ທອງສະໄຫວ ປະທານຄະນະກຳມະການປົກຄອງເມືອງ ຍັງໄດ້ຍົກໃຫ້ເຫັນ ມະຕິ 02 /ລບ, ລົງວັນທີ 25 ກຸມພາ 2026 ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດມະຕິການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ສະບັບ ເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 (ສະບັບປັບປຸງ) ພ້ອມນີ້ ທ່ານ ນາງ ມະນີວັນ ພັນປະເສີດ ປະທານກວດກາພັກ-ລັດເມືອງ ຍັງໄດ້ເຜີຍແຜ່ ມະຕິ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ຕືມອີກ.

ທັງນີ້ ກໍ່ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງຂອງເມືອງ ໄດ້ຮັບຮູ້ ແລະ ເຂົ້າໃຈ ເພື່ອເປັນບ່ອນອີງໃນການນໍາໄປຈັດຕັ້ງປະຕິບັດ ເຂົ້າໃນວຽກງານຕົວຈິງຂອງແຕ່ລະພາກສ່ວນ ໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງທ້ອງຖິ່ນ ເສີມສ້າງຄວາມເປັນເອກະພາບ ສ້າງຄວາມເຊື່ອໝັ້ນ ແລະ ຄວາມເປັນປຶກແຜ່ນແໜ້ນໜາ ພາຍໃນພັກ ແລະ ລັດ ພາຍໃຕ້ການນໍາພາຂອງສູນກາງພັກ ບົນເສັ້ນທາງແຫ່ງການພັດທະນາປະເທດຊາດ.

ຂ່າວ: ພອນສະຫວັນ ມະນີສີ.

ພາບ: ຈັນທະວີ ເຮີວາງເຊັງ.

ຂ່າວ-ສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ. 21. 5. 2026.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa