ເມືອງຫ້ວຍຊາຍຈັດພິທີເປີດບັ້ນສອບເສັງຈົບຊັ້ນປະຖົມ ປ 5 ເອກະທົ່ວເມືອງຫ້ວຍຊາຍ ປະຈໍາສົກຮຽນ 2025-2026 .

ວັນທີ່ 22 ພຶດສະພານີ້, ເມືອງຫ້ວຍຊາຍຈັດພິທີເປີດບັ້ນສອບເສັງຈົບຊັ້ນປະຖົມ ປ 5 ເອກະທົ່ວເມືອງຫ້ວຍຊາຍ ປະຈໍາສົກຮຽນ 2025-2026 ໂດຍການເປັນປະທານຂອງ ທ່ານ ນາງ ມະນີພອນ ສູນວິໄລ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ເຂົ້າຮ່ວມມີທ່ານ ທິບພະກອນ ມະນີຄໍ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ, ຜູ້ຊີ້ນໍາວຽວງານຂົງເຂດວັດທະນະທໍາສັງຄົມ, ມີບັນດາຄູ-ອາຈານ ຕະຫຼອດຮອດນ້ອງນັກຮຽນເຂົ້າຮ່ວມ.

ທ່ານ ອ່ອນໃຈ ແສງວິຈິດ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງເມືອງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ ແລະ ຕັດສິນຜົນການສອບເສັງຈົບຊັ້ນ ປ5 ຂັ້ນເມືອງ, ຈາກນັ້ນ ທ່ານ ນາງ ມະນີພອນ ສູນວິໄລ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ລາຍງານການກະກຽມສອບເສັງຈົບຊັ້ນ ປ5 ທົ່ວເມືອງ, ເພື່ອກຽມຄວາມພ້ອມໃຫ້ແກ່ການສອບເສັງຈົບຊັ້ນ ປ.5 ເອກະພາບທົ່ວເມືອງຫ້ວຍຊາຍ ໃນຄັ້ງ ວັນທີ 26-27 ພຶດສະພາ 2026 ໃຫ້ສໍາເລັດຕາມແຜນການທີ່ວາງໄວ້ນັ້ນ ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງໄດ້ເອົາໃຈໃສ່ຊີ້ນໍາຫນ່ວຍງານກ່ຽວຂ້ອງ ແລະ ໄດ້ໃກ້ສິດຕິດແທດເປັນປົກກະຕິ ໂດຍສະເພາະແມ່ນການຫ້າງຫາກະກຽມ ບັນດາເອກະສານຕ່າງໆ ເພື່ອຮັບໃຊ້ໃຫ້ແກ່ການສອບເສັງ ເຊັ່ນ: ການຂຶ້ນແຜນງົບປະມານ, ອຸປະກອນ ແລະ ບຸກຄາລະກອນ ທີ່ຮັບຜິດຊອບວຽກສອບເສັງໃນສົກຮຽນ 2025-2026 ທົ່ວເມືອງຫ້ວຍຊາຍ ມີໂຮງຮຽນປະຖົມທັງຫມົດ 69 ແຫ່ງ ( ພາກ ເອກະຊົນ 10 ແຫ່ງ ) ໃນນີ້ມີໂຮງຮຽນປະຖົມສົມບູນ 62 ແຫ່ງ, ມູນລະປະ ຖົມ 7 ແຫ່ງ, ມີນັກຮຽນທັງໝົດ 9,704 ຄົນ, ຍິງ 4,673 ຄົນ, ໃນນີ້ມີນັກຮຽນຊັ້ນ ປ5 ທັງຫມົດ 1,675 ຄົນ, ຍິງ 837 ຄົນ, ແບ່ງເປັນ 27 ສູນສອບເສັງ ມີ 94 ຫ້ອງສອບເສັງ, ໄດ້ອອກແຈ້ງການກ່ຽວກັບການສອບເສັງໃຫ້ແຕ່ລະໂຮງຮຽນໄດ້ຮັບຊາບຢ່າງທົ່ວເຖິງ ເປັນຕົ້ນແມ່ນວັນທີເດືອນປີສອບເສັງ, ວິຊາສອບເສັງ ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງກັບການສອບເສັງ, ໄດ້ສົມທົບການການເງິນຂຶ້ນແຜນງົບປະມານເພື່ອຮັບໃຊ້ການສອບເສັງໃຫ້ທ່ວງທັນຕາມກຳນົດເວລາ, ໄດ້ເກັບກຳຊີວະປະຫວັດນັກສອບເສັງ, ຈັດແບ່ງສູນສອບເສັງ ແລະ ຫ້ອງສອບເສັງ ຕາມຄວາມເໝາະສົມ, ໄດ້ເຮັດໜັງສືສະເໜີຫາທ່ານ ປະທານ, ຮອງປະທານຄະນະກຳມະການປົກຄອງເມືອງ ເພື່ອອອກຂໍ້ຕົກລົງແຕ່ງຄະນະຮັບຜິດຊອບຊີ້ນຳ ແລະ ຕັດສິນຜົນການສອບເສັງ ແລະ ຂໍ້ຕົກລົງແຕ່ງຕັ້ງຄະນະປະທານຊີ້ນຳປະຈຳສຸນສອບເສັງ, ໄດ້ອອກຂໍ້ຕົກລົງຄະນະຮັບຜິດຊອບກະກຽມການສອບເສັງ, ຄະນະກຳມະການອອກຫົວບົດ, ຄະນະກຳມະການກວດບົດ, ຄະນະກຳມະການຄວບຄຸມຫ້ອງສອບເສັງ ແລະ ຄະນະກຳມະການດ້ານອື່ນໆ, ໄດ້ສ້າງປື້ມທະບຽນບັນທຶກຄະແນນ, ລາຍຊື່ເຂົ້າຫ້ອງສອບເສັງ, ບັດເຂົ້າຫ້ອງສອບເສັງໃຫ້ນັກສອບເສັງຕາມລະບຽບຫຼັກການທີ່ ກະຊວງສຶກສາທິການ ແລະ ກິລາ ໄດ້ກຳນົດໄວ້, ສຳເລັດການອອກຫົວບົດ ແລະ ອັດສຳເນົາຫົວບົດສອບເສັງ ຈົບຊັ້ນປະຖົມສຶກສາ ປ5 ຕາມຈຳນວນວິຊາທີ່ກະຊວງສຶກສາທິການ ແລະ ກິລາໄດ້ກຳນົດໄວ້ ຄື: ວິຊາພາສາລາວ ( ພາກຫັດແຕ່ງ ), ພາສາລາວ ( ຂຽນທວາຍ+ຄຳຖາມ ), ວິຊາຄະນິດສາດ, ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ.

ທ່ານ ທິບພະກອນ ມະນີຄໍ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ໄດ້ມີຄໍາເຫັນເນັ້ນໜັກໃຫ້ຄູ-ອາຈານ ແລະ ຄະນະຮັບຜິດຊອບ ເອົາໃຈໃສ່ປະຕິບັດສິດ, ໜ້າທີ່ ແລະ ຂໍ້ຫ້າມຂອງຄະນະກຳມະການຄວບຄຸມຫ້ອງໃຫ້ເຂັ້ມງວດ, ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ່ ແລະ ຍຸຕິທຳ ຫຼີກເວັ້ນບັນຫາສວຍໂອກາດບອກຄຳຕອບໃຫ້ລູກ,ຫຼານຂອງຕົນເອງ, ເອົາໃຈໃສ່ຕິດຕາມກວດກາສະພາບການສອບເສັງພາຍໃນຫ້ອງເສັງໃຫ້ເປັນປົກກະຕິ, ໃຫ້ເອົາໃຈໃສ່ໃນການປະຕິບັດກົດລະບຽບຂອງນັກສອບເສັງໃຫ້ເຂັ້ມງວດ.

ພາບ,ຂ່າວ: ບຸນຈັນ ບຸນປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa