









ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງບໍ່ແກ້ວ ໄດ້ສະຫຼຸບການຈັດຕັ້ງປະຕິບັດການຜະລິດພືດລະດູແລ້ງ ປີ 2026 ພາຍໃນ 05 ຕົວເມືອງ ທົ່ວແວງ ທີ່ສາມາດປະຕິບັດໄດ້ລື່ນແຜນການທີ່ວາງໄວ້ ,ຜົນສຳເລັດອັນພົ້ນເດັ່ນ ຂອງການຜະລິດພືດລະດູແລ້ງ ປີ 2026 ອີງຕາມບົດລາຍງານການລົງຕິດຕາມ ແລະ ຊຸກຍູ້ການຜະລິດຂອງຂະແໜງການກ່ຽວຂ້ອງ ໃຫ້ຮູ້ວ່າ: ການຜະລິດໃນລະດູແລ້ງທີ່ຜ່ານມາ ແມ່ນໄດ້ຮັບການຕອບຮັບ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າຈາກພໍ່ແມ່ປະຊາຊົນ ເຮັດໃຫ້ຕົວເລກເນື້ອທີ່ການປູກຕົວຈິງເພີ່ມຂຶ້ນຢ່າງເຫັນໄດ້ຊັດເຈນ. ໃນປີນີ້, ຂະແໜງກະສິກຳໄດ້ລົງໃກ້ຊິດຕິດແທດກັບຊາວກະສິກອນໃນ 23 ບ້ານ, ກວມເອົາ 647 ຄອບຄົວ ໃນ 5 ຕົວເມືອງ.ມີເນື້ອທີ່: ຈາກຕົວເລກແຜນການສູ້ຊົນ 300 ເຮັກຕາ (ຮຕ), ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຂະຫຍາຍໄດ້ເຖິງ 376.5 ຮຕ ເຊິ່ງລື່ນແຜນການທີ່ວາງໄວ້ 76.5 ຮຕ (ເທົ່າກັບ 25.5%). ປັດຈຸບັນ ຊາວກະສິກອນສາມາດເກັບກ່ຽວໄດ້ສຳເລັດ 100% ແລ້ວ, ໄດ້ຮັບຜົນຜະລິດລວມທັງໝົດ 1,466 ໂຕນ ໂດຍມີສະມັດຕະພາບສະເລ່ຍຢູ່ທີ່ 3.7 ໂຕນ/ຮຕ.
ການປູກພືດເປັນສິນຄ້າສົ່ງອອກ ແລະ ພືດສະບຽງອາຫານ ເຕີບໂຕຢ່າງແຂງແຮງພືດເປັນສິນຄ້າສົ່ງອອກ (ສປ ຈີນ): ສາມາດປະຕິບັດໄດ້ໃນເນື້ອທີ່ຕົວຈິງ 5,831 ຮຕ (ລື່ນແຜນການ 189 ຮຕ ຫຼື 3.3%), ສາມາດເກັບກູ້ຜົນຜະລິດໄດ້ສູງເຖິງ 63,343 ໂຕນ. ໃນນີ້, ເນື້ອທີ່ສ່ວນໃຫຍ່ແມ່ນນັກລົງທຶນເຂົ້າມາສົ່ງເສີມການປູກເພື່ອສົ່ງອອກໄປ ສປ ຈີນ ໂດຍສະເພາະ ກວມເອົາ 5,706 ຮຕ (ຜົນຜະລິດ 62,868 ໂຕນ) ເຊິ່ງລວມມີ:ກ້ວຍຫອມ: ເນື້ອທີ່ 2,172 ຮຕ, ຜົນຜະລິດ 18,485 ໂຕນ.ພືດລົ້ມລຸກ (ໝາກຖົ່ວເຫຼືອງ, ໝາກອຶ, ໝາກໂມ, ໝາກຖົ່ວຝັກຍາວ, ໝາກຖົ່ວເບີ ແລະ ໝາກເຜັດ): ເນື້ອທີ່ 3,534 ຮຕ, ຜົນຜະລິດ 44,383 ໂຕນ.ພືດສະບຽງອາຫານຊົມໃຊ້ພາຍໃນ: ມີເນື້ອທີ່ປູກທັງໝົດ 1,045 ຮຕ, ສາມາດເກັບກູ້ຜົນຜະລິດໄດ້ 4,581 ໂຕນ, ກວມເອົາ 2,309 ຄອບຄົວ. ພືດທີ່ປູກສ່ວນໃຫຍ່ແມ່ນ ເຜືອກມັນ, ພືດຜັກຕ່າງໆ, ສາລີຫວານ, ໝາກເຜັດ, ໝາກແຕງ, ຜັກກະລຳປີ ແລະ ໝາກເຂືອ ເຊິ່ງສາມາດຕອບສະໜອງຕະຫຼາດພາຍໃນໄດ້ເປັນຢ່າງດີ.
ໂດຍ: ເງິນຫຼົງ ຈິດພູວົງ
ແອດມິນ: ທອງຈັນ ວົງປັນຍາ



