ວັນທີ 21 ພຶດສະພາ 2026 ນີ້,ເມືອງປາກທາ ແຂວງບໍໍ່ແກ້ວ ໄດ້ຈັດພິທີປາຖະກະຖາ ວັນເກີດປະທານໂຮ່ຈິມິນ ຄົບຮອບ 136 ປີ ( 19 ພຶດສະພາ 1890 – 19 ພຶດສະພາ 2026 ) ວັນຜ່າວົງປິດລ້ອມກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 67 ປີ ( 18 ພຶດສະພາ 1959 – 18 ພຶດສະພາ 2026 ) ແລະ ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ ( 24 ພຶດສະພາ 1960 – 24 ພຶດສະພາ 2026 ) ຂື້ນຢູ່ທີສະໂມສອນຂອງເມືອງ, ໂດຍການເປັນປະທານຂອງ ທ່ານ ສາລີ ວັນນະສານ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ ທະຫານ-ຕຳຫຼວດ, ພະນັກງານອາວຸໂສບຳນານ, ອົງການຈັກຕັ້ງບ້ານໃຫຍ່ປາກທາ ແລະ ບ້ານໂພນທອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງເຂົ້າຮ່ວມຮັບຟັງ.
ພິທີ ທ່ານ ສາລີ ວັນນະສານ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ໄດ້ປາຖະກະຖາ ວັນເກີດປະທານໂຮ່ຈິມິນ ຄົບຮອບ 136 ປີ ( 19 ພຶດສະພາ 1890 – 19 ພຶດສະພາ 2026 ) ເຊິ່ງໄດ້ຍົກໃຫ້ເຫັນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈິມິນ. ຈາກນັ້ນ ທ່ານ ຄຳເຄື່ອງ ພົມວິສັກ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ໄດ້ປາຖະກະຖາ ວັນຜ່າວົງປິດລ້ອມກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 67 ປີ ( 18 ພຶດສະພາ 1959 – 18 ພຶດສະພາ 2026 ) ພ້ອມດຽວກັນນີ້ຍັງໄດ້ຮັບຟັງການປາຖະກະຖາ ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ ( 24 ພຶດສະພາ 1960 – 24 ພຶດສະພາ 2026 ) ຈາກທ່ານ ນາງ ອິນທອງ ເລືອງສີຈັນທອງ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ. ທັງນີ້, ເພື່ອໂຄສະນາ ສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ ແລະ ປະຊາຊົນໃນທົ່ວສັງຄົມມີຄວາມຮັບຮູ້, ເຂົ້າໃຈມູນເຊື້ອການຕໍ່ສູ້ ແລະ ການເຕີບໃຫຍ່, ຜູ້ນໍາການປະຕິວັດຂອງຊົນ ຊັ້ນກຳມະກອນ ແລະ ຮໍ່າຮຽນແບບຢ່າງອັນດີງາມຂອງຜູ້ນໍາ, ນໍ້າໃຈຮັກຊາດອັນສູງສົ່ງ ແລະ ຄວາມອົງອາດກ້າຫານ, ຄວາມເດັດດ່ຽວໜຽວແໜ້ນ ຂອງນັກຮົບປະຕິວັດໃນຂະບວນການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ເພື່ອເປັນການທົບທວນຫວນຄືນມູນເຊື້ອອັນອົງອາດກ້າຫານ ຂອງກອງທັບ, ຂອງຜູ້ນໍາພັກ ແລະ ລັດໂດຍສະເພາະການນໍາພາ ຊີ້ນໍາອັນສະຫຼາດສ່ອງໃສ ຂອງພັກ ໃນການຜ່າວົງລ້ອມຂອງກອງພັນທີ 2 ວິລະຊົນ ແລະ ວິລະກຳໂຕນຄຸກຢ່າງມະຫັດສະ ຈັນຂອງຜູ້ນໍາພັກ. ເສີມຂະຫຍາຍມູນເຊື້ອນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນຂອງຜູ້ນໍາ ແລະ ຂະບວນການປະຕິວັດ ໃນເມື່ອກ່ອນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສາມາດປຸກລະດົມຊຸກຍູ້ການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດຄັ້ງທີ X ຂອງລັດ ກໍ່ຄືມະຕິກອງປະຊຸມໃຫ່ຍຄັ້ງທີ VII ຂອງອົງຄະນະພັກແຂວງບໍ່ແກ້ວໃຫ້ໄດ້ຮັບການຈັດຕັ້ງປະຕິບັດປະກົດຜົນເປັນຈິງ.






ພາບ-ຂ່າວ: ວັນະເດດ.
ກວແກ້: ລັດສະໜີ ສິດທິສັກ ຫ/ໜ ຄອມ



