ປະທານກຳມະບານແຂວງບໍ່ແກ້ວ,ພ້ອມຄະນະລົງເຄື່ອນໄຫວ ເຜີຍແຜ່ເອກະສານວັນກຳາມະກອນສາກົນ ຢູ່ບໍລິສັດ ເຂື່ອນໄຟຟ້າ ນ້ຳທາ1ລາວຈຳກັດ.

ທ່ານ ແກ້ວລາ  ນໍລະສິງ ປະທານສະຫະພັນກຳມະບານ ແຂວງບໍ່ແກ້ວ,ພ້ອມຄະນະໄດ້ສືບຕໍ່ລົງເຄື່ອນໄຫວ ຈັດຕັ້ງເຜີຍວັນກຳມະກອນສາກົນ ຢູ່ບໍລິສັດ ໄຟຟ້າເຂື່ອນນ້ຳທາ 1 ລາວຈຳກັດ.ໃນວັນທີ 20 ພຶດສະພາ 2026 ນິ້,ເຂົ້າຮ່ວມມີ ທ່ານ ລີວ ເວື້ອຍ ຮອງອຳນວຍການບໍລິສັດ ເຂື່ອນໄຟຟ້າ ນ້ຳທາ1ລາວຈຳກັດ ແລະ ພະນັກງານກຳມະກອນພາຍໃນບໍລິສັດເຂົ້າຮ່ວມ,

ທ່ານ ແກ້ວລາ ນໍລະສິງ ປະທານກຳມະບານແຂວງບໍ່ແກ້ວ.ໄດ້ເຜີຍແຜ່ເອກະສານມູນເຊື້ອ ວັນກຳມະກອນສາກົນ ຄົບຮອບ 140 ປີ (01/05/1886-01/05/2026) ເພື່ອຫວນຄືນປະຫວັດສາດແຫ່ງການຕໍ່ສູ້ ແລະ ບົດບາດສຳຄັນຂອງຊົນຊັ້ນກຳມະກອນໃນທົ່ວໂລກ ກໍຄືຢູ່ສປປ ລາວ.ເປັນສັນຍະລັກແຫ່ງການຕໍ່ສູ້: ເປັນວັນທີ່ລະນຶກເຖິງການຕໍ່ສູ້ຂອງຊົນຊັ້ນກຳມະກອນ ໃນການທວງເອົາສິດຜົນປະໂຫຍດອັນຊອບທຳ, ໂດຍສະເພາະແມ່ນການຮຽກຮ້ອງໃຫ້ກຳນົດເວລາເຮັດວຽກ 8 ຊົ່ວໂມງຕໍ່ວັນ (8 ຊົ່ວໂມງເຮັດວຽກ,8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮ່ຳຮຽນ) ເປັນວັນທີ່ສະແດງເຖິງຄວາມສາມັກຄີ ແລະ ຄວາມເປັນເອກະພາບຂອງກຳລັງແຮງງານທົ່ວໂລກ ທີທີ່ຮ່ວມແຮງຮ່ວມໃຈກັນຕໍ່ຕ້ານການກົດຂີ່ຂູດຮີ ເປັນການເຕືອນໃຫ້ສັງຄົມ ແລະ ຜູ້ປະກອບການ ເຫັນຄວາມສຳຄັນຂອງການຄຸ້ມຄອງແຮງງານໃຫ້ມີຄວາມປອດໄພ, ມີຄ່າຈ້າງທີ່ຍຸດຕິທຳ ແລະ ມີສະຫວັດດີການທີ່ດີ.ເປັນໂອກາດໃນການທົບທວນ ແລະ ປັບປຸງກົດໝາຍວ່າດ້ວຍແຮງງານ ເພື່ອໃຫ້ສອດຄ່ອງກັບສະພາບເສດຖະກິດ ແລະ ຮັບປະກັນຊີວິດການເປັນຢູ່ຂອງກຳມະກອນໃຫ້ດີຂຶ້ນເລື້ອຍໆ.ວັນກຳມະກອນສາກົນ ບໍ່ແມ່ນພຽງແຕ່ວັນພັກການເທົ່ານັ້ນ, ແຕ່ແມ່ນວັນທີ່ມີຄວາມໝາຍເລິກເຊິ່ງໃນການ ຍົກສູງກຽດສັກສີຂອງຄວາມເປັນມະນຸດ ແລະ ການສ້າງຄວາມຍຸດຕິທຳໃນສັງຄົມຜ່ານການອອກແຮງງານ. ປະທານກຳມະບານແຂວງໄດ້ເວົ້າເຖິງຂະບວນການແຂ່ງຂັນ ແລະ ການຈັດຕັ້ງປະຕິບັດວຽກງານການແຂ່ງຂັນ “5 ເປັນເຈົ້າ” ຕິດພັນກັບວຽກງານວິຊາສະເພາະຂອງແຕ່ລະກົມກອງ.ການປະຕິບັດຄໍາຂວັນເຫຼົ່ານີ້ ບໍ່ແມ່ນພຽງແຕ່ການເວົ້າ, ແຕ່ຕ້ອງສະແດງອອກໃນ “ຜົນສຳເລັດຂອງໜ້າທີ່ວຽກງານ” ແລະ “ຊີວິດການເປັນຢູ່ທີ່ດີຂຶ້ນ” ຂອງຜູ້ອອກແຮງງານພາຍໃນແຂວງ

ໂດຍ:ເງິນຫລົງ ຈິດພູວົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa