ພິທີເປີດຊຸດອົບຮົມ-ຫັດແອບການທະຫານ, ການເມືອງ, ແລະ ພະລາທິການ ກອງຮ້ອຍກຳລັງສຳຮອງ ປ້ອງກັນຊາດ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ໃນວັນທີ 19 ພຶດສະພາ 2026 ນີ້, ທີ່ສະໂມສອນເມືອງຕົ້ນເຜີ້ງໄດ້ເປີດຊຸດອົບຮົມ-ຫັດແອບການທະຫານ, ການເມືອງ, ແລະ ພະລາທິການ ກອງຮ້ອຍກຳລັງສຳຮອງ ປ້ອງກັນຊາດ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ, ມີ ສະຫາຍ ພົນຈັດຕະວາ ເພັດສະຫວ່າງ  ຫຼ້າວົງຄຳ ຫົວໜ້າກົມກຳລັງພົນ ກົມໃຫຍ່ເສນາທິການ, ສະຫາຍ  ພັນເອກ ແສງເພັດ ແສງມະນີ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ, ສະຫາຍ ອຸ່ນຄໍາ ທໍາມະເລິດ ກຳມະການພັກແຂວງ ເລຂາພັກເມືອງ ຕົ້ນເຜິ້ງ, ມີຄະນະບໍລິຫານງານພັກເມືອງ, ນາຍ ແລະ ພົນທະຫານ, ຕາງໜ້າບັນດາຫ້ອງການອ້ອມຂ້າງເມືອງ,  ອົງການປົກຄອງບ້ານ, ຄະນະຮັບຜິດຊອບ, ຄູຝຶກ ແລະ ກຳລັງສໍາຮອງຈາກບັນດາບ້ານທົ່ວເມືອງ ເຂົ້າຮ່ວມ.

ສະຫາຍ ພັນໂທ ສຸບິນ ສີຫາລາດ ຄະນະພັກກອງບັນຊາການ ຫົວໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງບໍ່ແກ້ວ. ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການ ວ່າດ້ວຍການເປີດຊຸດອົບຮົມ-ຫັດແອບ ກອງຮ້ອຍກຳລັງສຳຮອງປ້ອງກັນຊາດ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ສະບັບເລກທີ 2207/ກສນ ລົງວັນທີ 6 ສິງຫາ 2025. ຈາກນັ້ນ ສະຫາຍ  ພັນໂທ ສັນຕິສຸກ ແຫວນວົງປະເສີດ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງ ຕົ້ນເຜິ້ງ ຜ່ານບົດລາຍງານການກະກຽມຄວາມ ພ້ອມໃນການກໍ່ສ້າງກອງຮ້ອຍກຳລັງສຳຮອງທີ່ຄະນະຮັບຜິດຊອບຂອງເມືອງໄດ້ພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າບົນພື້ນຖານເຫັນໄດ້ຄວາມສຳຄັນຂອງວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຈຶ່ງເຮັດໃຫ້ຊາວໜຸ່ມຊາຍສະກັນໃນທົ່ວເມືອງປະກອບສ່ວນຮັບໃຊ້ໜ້າທີ່ຢ່າງເປັນຂະບວນ. ມີຈຳນວນພົນທັງໝົດ 131 ສະຫາຍ

ໂອກາດດຽວກັນນີ້, ສະຫາຍ  ພົນຈັດຕະວາ ສຸກພະຈັນ ສີລາເພັດ ປະທານຄະນະກຳມະການປົກຄອງແຂວງ ບໍ່ແກ້ວ ໄດ້ມີຄຳເຫັນໂອ້ລົມ ຕໍ່ກັບການສ້າງຕັ້ງກໍາລັງສໍາຮອງ ຢູ່ຕາມທ້ອງຖິ່ນຕ່າງໆໃນຂອບເຂດທົ່ວປະເທດ ເວົ້າລວມ, ເວົ້າສະເພາະ ການສ້າງຕັ້ງກອງຮ້ອຍກໍາລັງພົນສໍາຮອງ ຂອງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວຄັ້ງນີ້ ແມ່ນປະຕິບັດຕາມແນວທາງການທະຫານຂອງພັກໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເປັນການສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ, ໂດຍສ້າງແຂວງເປັນຫົວໜ່ວຍຍຸດທະສາດ ຮັບຜິດຊອບທິດໜຶ່ງຂອງບັ້ນຮົບ, ສ້າງເມືອງເປັນຫົວໜ່ວຍສູ້ຮົບເອກະລາດ, ສ້າງບ້ານເປັນບ້ານປ້ອມໝັ້ນ ແລະ ກຸ່ມບ້ານສູ້ຮົບຕິດລຽນ ເວົ້າລວມແລ້ວວຽກງານກໍາລັງສໍາຮອງ ປ້ອງກັນຊາດ ສຸດທີ່ມີຄວາມໝາຍສໍາຄັນຍິ່ງ, ສະນັ້ນບັນດາປະເທດໃນໂລກຈະເປັນປະເທດສັງຄົມນິຍົມ ຫຼື ປະເທດທຶນນິຍົມ ລ້ວນແຕ່ໄດ້ເອົາໃຈໃສ່ຕໍ່ການປັບປຸງຍຸດທະສາດການປ້ອງກັນຊາດຂອງຕົນໂດຍຖືເອົາການກໍ່ສ້າງກອງທັບໃຫ້ມີຄວາມເຂັ້ມແຂງທັນສະໄໝເປັນກໍາລັງຫຼັກແຫຼ່ງໃນການສູ້ຮົບເພື່ອປົກປັກຮັກສາຄວາມໝັ້ນຄົງຂອງຊາດຫຼຸດຜ່ອນປະຈຳການທີ່ເຫຼືອການຈັດຕັ້ງ ແລະ ຮັກສາຈໍານວນພົນປະຈຳການໃນກອງທັບໄວ້ໃນລະດັບອັນແນ່ນອນ ແລະ ເພີ່ມທະວີການກໍ່ສ້າງກໍາລັງພົນສໍາຮອງຢ່າງກ້ວາງຂວາງຫຼວງຫຼາຍ ເພື່ອຕອບສະໜອງທາງດ້ານກໍາລັງພົນ, ພາຫະນະ-ເຕັກນິກສໍາຮອງໃຫ້ແກ່ກອງທັບໃນເມື່ອມີຄວາມຈຳເປັນໃຫ້ພຽງພໍ ແລະ ທັນເວລາ .

 

ຂ່າວໂດຍ: ນີ່ ທຳມະວົງ.

ພາບໂດຍ: ສຸດທິແດນ ລັດຕະນະ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa