ປະຊາຊົນກຸ່ມບ້ານຊຽງດາວ ເມືອງເມິງ ໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິ VII ຂອງອົງຄະນະພັກແຂວງບໍ່ແກ້ວ ແລະ ມະຕິ VIII ຂອງອົງຄະນະພັກເມືອງເມິງ.

ທ້າຍອາທິດທີ່ຜ່ານມານິ້, ຢູ່ທີ່ຫໍປະຊຸມບ້ານມອນແຫຼມ ແລະ ບ້ານປຸ່ງຈອມແສງ ເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ມະຕິ VII ຂອງອົງຄະນະພັກແຂວງບໍ່ແກ້ວ ແລະ ມະຕິ VIII ຂອງອົງຄະນະພັກເມືອງເມິງ, ໂດຍການເປັນປະທານ ຂອງສະຫາຍ ນິລະພົບ ທອງສະຫວັດ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ, ຜູ້ຊີ້ນຳກຸ່ມບ້ານຊຽງດາວ, ມີຄະນະຮັບຜິດຊອບຂອງເມືອງ, ພະນັກງານກໍ່ສ້າງຮາກຖານການເມືອງ, ພະນັກງານ-ຄູ, ທະຫານ, ຕຳຫຼວດ, ອົງການປົກຄອງບ້ານທັງ 2 ບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຮັບຟັງ.

ກອງປະຊຸມ ສະຫາຍ ທອງລຸນ ວິໄລທອງ ກຳມະການພັກເມືອງ, ຫົວໜ້າຫ້ອງການຍຸຕິທຳເມືອງ ໄດ້ຂຶ້ນຜ່ານເອກະສານມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຄຳແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 296/ຄຈສພ, ລົງວັນທີ 8 ພຶດສະພາ 2026 ກ່ຽວກັບບ້ານ ແລະ ການຈັດຕັ້ງບ້ານ;  ຜ່ານມະຕິຂອງພັກ ແບບຄຳຖາມ-ຄຳຕອບ (50 ຄຳຖາມ-50 ຄຳຕອບ) ສຳລັບສະມາຊິກພັກ, ພະນັກງານ ແລະ ປະຊາຊົນທົ່ວໄປ; ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າທຸກຊັ້ນຄົນ ໃນທົ່ວປະເທດ ກຳໄດ້ຕໍ່ຜົນສຳເລັດທີ່ຍາດມາໄດ້ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃນໄລຍະຜ່ານມາ; ມີຄວາມຮັບຮູ້ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງການເມືອງທີ່ກຳນົດອອກ ໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແນໃສ່ຍູ້ແຮງການຈັດຕັ້ງຜັນຂະຫຍາຍເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງ ໃຫ້ກາຍເປັນຂະບວນການອັນກວ້າງຂວາງຂອງມະຫາຊົນ, ເຮັດໃຫ້ການຈັດຕັ້ງປະຕິບັດເນື້ອໃນມະຕິກອງປະຊຸມໃຫຍ່ຂອງພັກເຮົາສືບຕໍ່ດຳເນີນໄປຢ່າງເລິກເຊິ່ງ, ຮອບດ້ານ ແລະ ມີຜົນສຳເລັດໃຫຍ່ຫຼວງກວ່າເກົ່າ ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະເທດຊາດ ແລະ ປະຊາຊົນ. ເພື່ອສຶກສາອົບຮົມປະຊາຊົນບັນດາເຜົ່າໃຫ້ມີຄວາມຮັບຮູ້, ເຂົ້າໃຈ, ຍົກສູງຈິດໃຈເອກະລາດເປັນເຈົ້າຕົ້ນເອງ, ເດັດດ່ຽວ, ໜຽວແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆ; ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທຳລາຍ ຂອງອິທິປໍລະປັກ ແລະ ກຸ່ມຄົນບໍ່ດີ, ຕ້ານ ແລະ ແກ້ໄຂທັດສະນະທີ່ຜິດເຂວ, ຈໍາກັດການເສື່ອມຖອຍທາງດ້ານຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດຳລົງຊີວິດ, ຮັບປະກັນການປົກັກຮັກສາ ແລະ ເພີ່ມທະວີຄວາມສາມັກຄີເປັນປຶກແຜນພາຍໃນພັກ ແລະ ພາຍໃນສັງຄົມໃຫ້ໜັກແໜ້ນຍິ່ງໆຂຶ້ນ; ຄຳແນະນຳກ່ຽວກັບບ້ານ ແລະ ການຈັດຕັ້ງບ້ານ ປະກອບມີ: ຈຸດປະສົງ, ທິດນຳ, ບ້ານ ແລະ ການສ້າງຕັ້ງບ້ານ, ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງການຈັດຕັ້ງບ້ານ, ວິທີຈັດຕັ້ງປະຕິບັດ,  ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງການຈັດຕັ້ງບ້ານ ເຊິ່ງປະກອບມີ: ທີ່ຕັ້ງ ແລະ ພາລະບົດບາດ ຂອງການຈັດຕັ້ງບ້ານ, ໜ້າທີ່-ສິດ ຂອງການຈັດຕັ້ງບ້ານ, ໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນ ຂອງການຈັດຕັ້ງບ້ານ,  ໜ້າທີ່-ສິດ ຂອງປະທານບ້ານ, ສິດ ແລະ ໜ້າທີ່ ຂອງຮອງປະທານ ແລະ ກຳມະການບ້ານ, ແບບແຜນວິທີເຮັດວຽກ ແລະ ລະບອບປະຊຸມ ຂອງການຈັດຕັ້ງບ້ານ, ແຫຼ່ງລາຍຮັບ, ການຄຸ້ມຄອງລາຍຮັບ, ລາຍຈ່າຍ ແລະ ຊັບສິນ ຂອງບ້ານ, ຕາປະທັບ.

ໂອກາດນິ້ ສະຫາຍ ນິລະພົບ ທອງສະຫວັດ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ, ຜູ້ຊີ້ນຳກຸ່ມບ້ານຊຽງດາວ ໄດ້ຂຶ້ນຜ່ານມະຕິ VII ຂອງອົງຄະນະພັກແຂວງບໍ່ແກ້ວ ແລະ ຜ່ານແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງເມິງສະໄໝທີ VIII ໄດ້ຍົກໃຫ້ເຫັນການກຳນົດເປົ້າໝາຍຈຸດສຸມພັດທະນາ 6 ເປົ້າໝາຍ,  9 ແຜນຈຸດສຸມ ແລະ 78 ໂຄງການ; ສະຫາຍ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບ ແລະ ເອົາໃຈໃສ່ກຳແໜ້ນເນື້ອໃນຈິດໃຈ ຂອງແຕ່ລະເອກະສານ ເພື່ອນຳໄປຈັດຕັ້ງປະຕິບັດຢູ່ຂະແໜງການຂອງຕົນ ໃຫ້ປາກົດຜົນເປັນຈິງ, ໃຫ້ພໍ່ແມ່ປະຊາຊົນຊຸກຍູ້ສົ່ງເສີມລູກຫຼານໃຫ້ໄດ້ຮັບການສຶກສາ ແລະ ໄດ້ເຂົ້າໂຮງຮຽນຕາມເກນອາຍຸ, ສະຫາຍຍັງໄດ້ຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາ ຂອງອົງການປົກຄອງບ້ານ ທີ່ຍາດໄດ້ຜົນງານໃນຫຼາຍດ້ານ ແລະ ມີຄວາມສາມັກຄີປອງດອງ ຢູ່ພາຍໃນບ້ານ, ສືບຕໍ່ຊຸກຍູ້ສົ່ງເສີມໃນການປູກ-ການລ້ຽງ ເປັນຕົ້ນແມ່ນການປູກຢາງພາລາ ເພື່ອສ້າງເສດຖະກິດ ຂອງຄອບຄົວໃຫ້ຮັ່ງມີ, ເຂັ້ມແຂງຂຶ້ນເປັນກ້າວໆ.

ພາບ-ຂ່າວ: ສ່ອງແກ້ວ ທຳມະວົງ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa