










ໃນວັນທີ 13 ພຶດສະພາ 2026, ຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ໄດ້ຈັດຕັ້ງການເຜີຍແຜ່ເອກະສານສຳຄັນຕ່າງໆຂອງພັກ ແລະ ລັດຖະບານ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງໃຫ້ແກ່ພະນັກງານພາຍໃນ.ມີບັນດາຄະນະໂຄສະນາອົບຮົມແຂວງ, ພະນັກງານ, ສະມາຊິກພັກ ແລະ ພະນັກງານລັດຖະກອນພາຍໃນຄະນະເຂົ້າຮ່ວມ
ສະຫາຍ ນາງ ສຸ່ງ ແກ້ວໂພໄຊ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງບໍ່ແກ້ວ.ໄດ້ເຜີຍແຜ່ເອກກະສານ ວັນກຳມະກອນສາກົນ ຄົບຮອບ 140 ປີ (1 ພຶດສະພາ 1886 –1 ພຶດສະພາ 2026) ມີກຳມະກອນຫຼາຍແສນຄົນຢູ່ຕົວເມືອງໃຫຍ່ຂອງສະຫະລັດອາເມລິກາ, ໂດຍສະເພາະຢູ່ທີ່ນະຄອນຊີກາໂກ, ໄດ້ພາກັນນັດຢຸດງານ ແລະ ເດີນຂະບວນປະທ້ວງ ເພື່ອຮຽກຮ້ອງໃຫ້ເຈົ້າຂອງໂຮງຈັກໂຮງງານຫຼຸດຜ່ອນຊົ່ວໂມງເຮັດວຽກ.ຕາມຄຳຂວັນ 8-8-8: ໃນເວລານັ້ນ ກຳມະກອນໄດ້ຮຽກຮ້ອງສິດທິພື້ນຖານຄື: ເຮັດວຽກ 8 ຊົ່ວໂມງ, ພັກຜ່ອນສຶກສາຮ່ຳຮຽນ 8 ຊົ່ວໂມງ ແລະ ນອນພັກຜ່ອນ 8 ຊົ່ວໂມງ.ໄຊຊະນະຂອງຊົນຊັ້ນກຳມະຊີບ: ແມ່ນຂີດໝາຍແຫ່ງຄວາມສາມັກຄີ ແລະ ໄຊຊະນະຂອງຜູ້ອອກແຮງງານໃນການຕໍ່ສູ້ຕ້ານການຂູດຮີດແຮງງານທີ່ບໍ່ຍຸດຕິທຳ ແລະ ເອກກະສານ ວັນທີ 7 ພຶດສະພາ 1954 ແມ່ນວັນແຫ່ງໄຊຊະນະອັນສະງ່າລາສີ ທີ່ສັ່ນສະເທືອນໄປທົ່ວໂລກ, ເຊິ່ງແມ່ນ ວັນໄຊຊະນະບັ້ນຮົບດຽນບຽນຟູ ຂອງກອງທັບ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ພວກລ່າເມືອງຂຶ້ນຝຣັ່ງ ຄົບຮອບ 72 ປີ.ໄຊຊະນະນີ້ໄດ້ກາຍເປັນແຮງບັນດານໃຈອັນຍິ່ງໃຫຍ່ໃຫ້ແກ່ບັນດາປະເທດໃນອາຊີ, ອາຟຣິກາ ແລະ ລາຕິນອາເມລິກາ ລຸກຂຶ້ນຕໍ່ສູ້ເພື່ອເອກະລາດ.ສາຍພົວພັນ ລາວ-ຫວຽດນາມ: ໄຊຊະນະດຽນບຽນຟູ ແມ່ນໄຊຊະນະຮ່ວມກັນຂອງສາມຊາດອິນດູຈີນ, ເຊິ່ງໃນນັ້ນ ກອງທັບ ແລະ ປະຊາຊົນລາວ ກໍໄດ້ມີສ່ວນຮ່ວມໃນການຕໍ່ສູ້ ແລະ ສະກັດກັ້ນກຳລັງສັດຕູ ເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ.
ສະຫາຍ ພຸດສະຫວັນ ວົງໄຊ ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງເຜີຍແຜ່ວັນແຫ່ງຄວາມເປັນອະມະຕະຂອງກອງທັບປະຊາຊົນລາວ, ເຊິ່ງແມ່ນ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ຢູ່ທົ່ງໄຫຫີນ ແຂວງຊຽງຂວາງ.ຄົບຮອບ 67 ປີ (18 ພຶດສະພາ 1959 –18 ພຶດສະພາ 2026) ແມ່ນໄຊຊະນະຂອງຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ແລະ ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ. ເຫດການນີ້ໄດ້ກາຍເປັນຂີດໝາຍແຫ່ງການຫັນທິດການຕໍ່ສູ້ ຈາກການຕໍ່ສູ້ທາງດ້ານການເມືອງ ໄປສູ່ການຕໍ່ສູ້ດ້ວຍອາວຸດ ປະສານກັບການຕໍ່ສູ້ທາງດ້ານການເມືອງຢ່າງເຕັມຮູບແບບ. ວິລະກຳນີ້ສອນໃຫ້ພວກເຮົາຮູ້ວ່າ ດ້ວຍສະຕິປັນຍາ ແລະ ນ້ຳໃຈສູ້ຮົບທີ່ເດັດດ່ຽວ, ກຳລັງທີ່ນ້ອຍກວ່າກໍສາມາດຊະນະກຳລັງທີ່ໃຫຍ່ກວ່າໄດ້ ແລະ ເອກກະສານວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ອອກຈາກຄຸກໂພນຕ້ອງ ທີ່ນະຄອນຫຼວງວຽງຈັນ. ຄົບຮອບ 66 ປີ (24 ພຶດສະພາ 1960 – 24 ພຶດສະພາ 2026) ໃນຄືນວັນທີ 23 ຫາເຊົ້າວັນທີ 24 ພຶດສະພາ 1960, ດ້ວຍຄວາມສະຫຼາດສ່ອງໃສ ແລະ ການວາງແຜນທີ່ຮັດກຸມ, ບັນດາຜູ້ນຳພ້ອມດ້ວຍສານວັດທີ່ຕື່ນຕົວຈຳນວນ 9 ຄົນ ໄດ້ພາກັນໂຕນອອກຈາກຄຸກຢ່າງປອດໄພ. ເປັນບົດຮຽນອັນລ້ຳຄ່າໃນການຂົນຂວາຍກຳລັງປະຕິວັດ ແລະ ການຜ່ານຜ່າອຸປະສັກທີ່ຫຍຸ້ງຍາກທີ່ສຸດ.ວິລະກຳ 24 ພຶດສະພາ ຍັງຄົງເປັນແປວໄຟເຍືອງທາງໃຫ້ແກ່ຄົນລຸ້ນຫຼັງ ໃນການຮັກສາ ແລະ ພັດທະນາປະເທດຊາດ ໃຫ້ສົມກັບຄວາມເສຍສະຫຼະຂອງບັນດາຜູ້ນຳອາວຸໂສທີ່ເຄົາລົບຮັກ.
ສະຫາຍ ກົງເພັດ ຈັນສະຫວ່າງ ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງ,ໄດ້ເຜີຍແຜ່ເອກກະສານ ວັນກຳເນີດຂອງ ທ່ານ ກາກມາກ, ນັກປັດຊະຍາ, ນັກເສດຖະສາດ ແລະ ນັກທິດສະດີປະຕິວັດຜູ້ຍິ່ງໃຫຍ່ຂອງຊົນຊັ້ນກຳມະກອນທົ່ວໂລກ.ຄົບຮອບ 208 ປີ (5 ພຶດສະພາ1818- 5 ພຶດສະພາ 2026) ນີ້ ທ່ານແມ່ນຜູ້ໃຫ້ກຳເນີດ “ລັດທິມາກ”, ເຊິ່ງປະກອບດ້ວຍ 3 ພາກສ່ວນຄື: ປັດຊະຍາວັດຖຸນິຍົມສັດຈະວິພາກ, ເສດຖະສາດການເມືອງ ແລະ ລັດທິສັງຄົມນິຍົມວິທະຍາສາດ.ປຶ້ມ “ທຶນ” ແມ່ນຜົນງານທີ່ວິເຄາະລະບົບເສດຖະສາດຢ່າງເລິກເຊິ່ງ ແລະ ຊີ້ໃຫ້ເຫັນເຖິງກົດເກນການຂູດຮີດມູນຄ່າສ່ວນເກີນ.ຖະແຫຼງການພັກກອມມູນິດ: ເຊິ່ງເພິ່ນໄດ້ຂຽນຮ່ວມກັບ ທ່ານ ຟ. ອັງແກນ ໃນປີ 1848, ເປັນເຂັມທິດເຍືອງທາງໃຫ້ແກ່ການຕໍ່ສູ້ປົດປ່ອຍຊົນຊັ້ນກຳມະຊີບ ແລະ ຊາວຜູ້ອອກແຮງງານທົ່ວໂລກ.ແນວຄິດຂອງ ກາກມາກ-ອັງແກນ ແລະ ເລນິນ ແມ່ນພື້ນຖານທິດສະດີທີ່ໝັ້ນຄົງຂອງພັກປະຊາຊົນ ປະຕິວັດລາວ ໃນການຊີ້ນຳ-ນຳພາ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄປສູ່ຈຸດໝາຍສັງຄົມນິຍົມ.ພັກເຮົາໄດ້ນຳເອົາທິດສະດີດັ່ງກ່າວມາໝູນໃຊ້ໃຫ້ສອດຄ່ອງກັບສະພາບຈຸດພິເສດ ແລະ ຈຸດເດັ່ນຂອງສັງຄົມລາວໃນແຕ່ລະໄລຍະ.ເອກກະສານວັນກຳເນີດຂອງ ປະທານ ໂຮຈີ່ມິນ, ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ ແລະ ເປັນເພື່ອນມິດທີ່ສະນິດສະໜົມທີ່ສຸດຂອງປະຊາຊົນລາວ.ຄົບຮອບ 136 ປີ (19 ພຶດສະພາ 1890 -19 ພຶດສະພາ 2026) ທ່ານເປັນຜູ້ສ້າງຕັ້ງພັກກອມມູນິດຫວຽດນາມ ແລະ ເປັນຜູ້ນຳພາການປະຕິວັດຈົນສາມາດປະກາດເອກະລາດໃຫ້ຫວຽດນາມ ໃນວັນທີ 2 ກັນຍາ 1945.ປະທານ ໂຮຈີ່ມິນ ຮ່ວມກັບ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ແມ່ນຜູ້ທີ່ຮ່ວມກັນສ້າງຕັ້ງ ແລະ ຖະໜອມຫອມຮັກສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ລາວ-ຫວຽດນາມ.ທ່ານເປັນແບບຢ່າງດ້ານຄວາມປະຢັດ, ມັດທະຍັດ, ສັດຊື່ບໍລິສຸດ ແລະ ການອຸທິດຊີວິດເພື່ອສ່ວນລວມ. ແນວຄິດຂອງເພິ່ນຍັງຄົງເປັນເຂັມທິດເຍືອງທາງໃຫ້ແກ່ການພັດທະນາປະເທດຊາດ ແລະ ການຮ່ວມມືລະຫວ່າງສອງພັກ, ສອງລັດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.
ສະຫາຍ ສົມສັກ ວຽງວິໄລ ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງ ເຜີຍແຜ່ເອກກະສານວັນທີ່ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່ຂອງມວນມະນຸດ, ເຊິ່ງເປັນວັນທີ່ກອງທັບແດງ ແລະ ປະຊາຊົນສະຫະພາບໂຊວຽດ ສາມາດຍາດໄດ້ໄຊຊະນະຢ່າງສົມບູນເໜືອຟາດຊິດເຢຍລະມັນ ໃນສົງຄາມປ້ອງກັນຊາດອັນຍິ່ງໃຫຍ່. ຄົບຮອບ 81 ປີ (9 ພຶດສະພາ 1945 – 9 ພຶດສະພາ 2026) ນີ້, ແມ່ນໄຊຊະນະທີ່ຢຸດຕິການຮຸກຮານ ແລະ ການຂ້າລ້າງເຜົ່າພັນຂອງລະບອບຟາດຊິດໃນເອີຣົບ. ເປັນການເຕືອນສະຕິໃຫ້ມວນມະນຸດເຫັນເຖິງໄພອັນຕະລາຍຂອງສົງຄາມ ແລະ ຄວາມສຳຄັນຂອງຄວາມສາມັກຄີລະຫວ່າງຊາດ.ເພື່ອລະນຶກເຖິງຄຸນງາມຄວາມດີຂອງນັກຮົບເກົ່າ ແລະ ຜູ້ທີ່ເສຍສະຫຼະຊີວິດໃນປາງສົງຄາມໂລກຄັ້ງທີ II.ໄຊຊະນະນີ້ບໍ່ພຽງແຕ່ເປັນຂອງສະຫະພາບໂຊວຽດເທົ່ານັ້ນ, ແຕ່ຍັງເປັນໄຊຊະນະຂອງກຳລັງປະຊາທິປະໄຕ ແລະ ສັນຕິພາບທົ່ວໂລກ.ເພື່ອແນ່ໃສ່ເຮັດໃຫ້ພະນັກງານ-ລັດຖະກອນ ສາມາດນຳເອົາເນື້ອໃນຈິດໃຈຂອງເອກະສານດັ່ງກ່າວ ໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຕົວຈິງໃຫ້ມີປະສິດທິຜົນສູງສຸດ.
ໂດຍ: ເງິນຫຼົງ ຈິດພູວົງ.
ແອດມິນ: ທອງຈັນ ວົງປັນຍາ.



