ກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງເມືອງຫ້ວຍຊາຍ ສະໄໝທີ XI ຄັ້ງທີ II ຢູ່ທີ່ສູນເຝິກອົບຮົມຂອງເມືອງ ວັນທີ 15 ພຶດສະພາ 2026 ນີ້, ໂດຍການເປັນປະທານຂອງທ່ານ ນາງ ຄຳມ່ວນ ພັນທຸອາມາດ ກຳມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງຫ້ວຍຊາຍ, ໃຫ້ກຽດເຂົ້າມີ ທ່ານ ຄໍາຈັນ ຄໍາສຸພາສິດ ຮອງເລຂາພັກ ປະທານກວດກາພັກ-ລັດເມືອງ ມີບັນດາສະຫາຍຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ປະທານ-ຮອງປະທານໜ່ວຍສະຫະພັນອ້ອມຂ້າງເມືອງ ແລະ ຮາກຖານບ້ານເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ນາງ ບົວລອຍ ທຸມມະນີ ຮອງປະທານສະຫະພັນແມ່ຍິງເມືອງ ໄດ້ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງເມືອງຫ້ວຍຊາຍ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ຂອງຄະນະບໍລິຫານງານສະຫະພັນແມ່ຍິງເມືອງຫ້ວຍຊາຍ ສະໄໝທີ XI ທິດທາງລວມ ເພື່ອເຮັດໃຫ້ອົງການຈັດຕັ້ງແມ່ຍິງ ມີຄວາມໜັກແໜ້ນເຂັ້ມແຂງ ແຕ່ຂັ້ນເມືອງລົງຮອດຮາກຖານບ້ານ ຄະນະຫະພັນແມ່ຍິງທຸກຂັ້ນ ຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດຍົກຄວາມຮູ້ດ້ານກົດ ໝາຍໃຫ້ສະມາຊິກສະະພັນແມ່ຍິງ ບັນດາເຜົ່າ ໃຫ້ເປັນພົນລະເມືອງດີ, ມີລະບຽບວິໄນ ດຸໝັ່ນ, ຊື່ສັດ,ປະຢັດ, ອົດທົນ, ມີຄວາມຮູ້, ຄວາມສາມາດ ໃນການຈັດຕັ້ງປະຕິບັດວຽກງານ ສ້າງຄວາມເຂັ້ມແຂງໃຫ້ສະຫະພັນແມ່ຍິງໃນການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ – ເດັກນ້ອຍ ແລະ ສົ່ງເສີມຄວາມສະເໜີພາບລະຫວ່າງຍິງ-ຊາຍ, ສົ່ງເສີມການປະກອບອາຊີບ, ພັດທະນາສີມືແຮງງານ, ທຸລະກິດຂະໜາດນ້ອຍໃຫ້ແກ່ແມ່ຍິງເພື່ອຫຼຸດຜ່ອນຄວາມທຸກຍາກ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງແມ່ຍິງລາວຕິດພັນກັບວັດທະນາທຳອັນດີງາມຂອງແມ່ຍິງ, ຕັ້ງໜ້າປັບປຸງ, ຂະຫຍາຍການຈັດຕັ້ງໜ່ວຍສະຫະພັນແມ່ຍິງໃນຂົງເຂດໂຮງຮຽນ, ຊຸກຍູ້ປຸກລະດົມ ແລະ ປະເມີນຜົນຂະບວນການແຂ່ງຂັນ 3 ດີ ຕິດພັນກັບກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ການສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ການປະຕິບັດວຽກງານວິຊາສະເພາະຮັບປະກັນ ດ້ານປະລິມານ ແລະ ຄຸນນະພາບ, ເສີມຂະຫຍາຍມູນເຊື້ອວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ ກໍ່ຄື ຂໍ້ແຂ່ງຂັນຮັກຊາດ ແລະພັດທະນາໃຫ້ເປັນຂະບວນການຟົດຟື້ນ ພ້ອມດຽວກັນນີ້, ທ່ານ ນາງ ຄຳມ່ວນ ພັນທຸອາມາດ ກຳມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງຫ້ວຍຊາຍ ໄດ້ຜ່ານບົດສໍາຫຼວດການນໍາພາລວມຂອງຄະນະສະຫະພັນແມ່ຍິງເມືອງ, ສະໄໝທີ XI ຄັ້ງທີ II ຈາກນັ້ນ ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດຄຳເຫັນແລກປ່ຽນເຊີ່ງກັນ ແລະ ກັນ ໃຫ້ແທດເໝາະກັບສະພາບຕົວຈິ່ງແຕ່ລະຂົງເຂດ, ບ້ານ, ໃຫ້ທົ່ວເຖິງ ແລະ ອື່ນໆ.
ໂອກາດນີ້, ທ່ານ ຄໍາຈັນ ຄໍາສຸພາສິດ ຮອງເລຂາພັກ ປະທານກວດກາພັກ-ລັດເມືອງ ໄດ້ມີຄຳເຫັນສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມ ເນັ້ນໜັກ ໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ ຕ້ອງເອົາໃຈໃສ່ຄົ້ນຄວ້າ-ເຊື່ອມຊຶມ ແລະ ກຳແໜ້ນສິດ, ພາລະບົດບາດຂອງແມ່ຍິງໃຫ້ເລິກເຊີ່ງ, ຖືສຳຄັນວຽກງານສຶກສາອົບຮົມການເມືອງ-ແນວຄິດ, ຂອງແມ່ຍິງໃຫ້ໜັກແໜ້ນເປັນສຳຄັນ ຕິດພັນການຮັກສາມູນເຊື້ອອັນດີງາມຕາມ 5 ຄຸນລັກສະນະ, ຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງລາວວາງອອກ, ປັບປຸງການຈັດຕັ້ງ, ແບບແຜນວິທີການເຮັດວຽກຂອງແມ່ຍິງແຕ່ຂັ້ນຮາກຖານບ້ານ, ສຳນັກງານອົງການໃຫ້ເຂັ້ມແຂງ ໄປຄຽງຄູ່ການກໍ່ສ້າງຂະຫຍາຍສະມາຊິກສະຫະພັນແມ່ຍິງໃຫ້ກວ້າງຂວາງ ສົ່ງເສີມການພັດທະນາເສດຖະກິດ, ຊີວິດການເປັນຢູ່ຂອງແມ່ຍິງໃຫ້ມີຄຸນນະພາບດີຂຶ້ນ ຍົກສູງຂອດປະສານພົວພັນກັບອົງການພາຄີ ຕີຖອຍບັນຫາປະກົດການຫຍໍ້ທໍ້ຕໍ່ແມ່ຍິງ ແລະ ເດັກນ້ອຍ ຈົ່ງພ້ອມກັນນໍາເອົາເນື້ອໃນຈິດໃຈກອງປະຊຸມວິສາມັນຄັ້ງນີ້ ໄປຜັນຂະຫຍາຍໃຫ້ມີຜົນສຳເລັດຕາມລະດັບຄາດໝາຍເທື່ອລະກ້າວ.







ພາບ,ຂ່າວ, ບຸນຈັນ ບຸນປັນຍາ



