







ຕອນເຊົ້າຂອງວັນທີ 14 ພຶດສະພາ 2026 ນີ້. ຢູ່ທີ່ສະໂມສອນຫ້ອງວ່າການ ເມືອງຜາອຸດົມ ແຂວງບໍ່ແກ້ວ. ໄດ້ສໍາເລັດ ພິທີ ປາຖະກະຖາ 4 ວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ, ຄື ວັນຜ່າວົງປິດລ້ອມຂອງກອງພັນທີ່ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ( 18 ພຶດສະພາ 1959-18 ພຶດສະພາ 2026 ), ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນໍາພັກ ແລະແນວລາວຮັກຊາດ ຄົບຮອບ 66 ປີ( 24 ພຶດສະພາ 1960-24 ພຶດສະພາ 2026 ), ວັນໄຊຊະນະບັນຮົບດຽນບຽນຟູ ຄົບຮອບ 72 ປີ( 7 ພຶດສະພາ 1954-7 ພຶດສະພາ 2026 ) ແລະວັນເກີດປະທານໂຮ່ຈີ່ມິນ ຄົບຮອບ 136 ປີ( 19 ພຶດສະພາ 1890-19 ພຶດສະພາ 2026 ) ໂດຍການເປັນປະທານຂອງທ່ານ ກາງ ມະນີຫວ່າງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຜາອຸດົມ, ເປັນກຽດເຂົ້າຮ່ວມ ພິທີ ມີຄະນະປະຈໍາ-ກໍາມະການພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການທະຫານ-ຕໍາຫຼວດ, ອົງການໄອຍະການປະຊາຊົນເຂດ II, ສານປະຊາຊົນເຂດ II ແຂວງບໍ່ແກ້ວ, ຕະຫຼອດຮອດພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງເຂົ້າຮ່ວມ.
ພິທີ ທ່ານ ກາງ ມະນີຫວ່າງ ເລຂາຄະນະບໍລິຫານງານພັກເມືອງ ໄດ້ເລົ່າປະຫວັດຄວາມເປັນມາຂອງວັນເກີດປະທານ ໂຮ່ຈີ່ມິນ, ປະທານ ໂຮ່ຈີ່ມິນ ເກີດເມື່ອວັນທີ 19 ພຶດສະພາ ປີ 1890 ທີ່ບ້ານ ກິມລຽນ, ຕາແສງ ຈຸ່ງຖື, ເມືອງ ນາມດ່ານ ແຂວງ ເງ່ອານ, ເປັນຄອບຄົວຊາວນາທີ່ຮັກຊາດ. ພໍ່ຂອງເພິ່ນເປັນຄູສອນຮັບໃຊ້ປະເທດຊາດ ແລະຮັກຫອມປະຊາຊົນຜູ້ອອກແຮງງານ, ຄຽດຊັງລະບອບອາດຍາສິດເຈົ້ານາຍ ແລະພວກລ່າເມືອງຂຶ້ນຝຣັ່ງເວລາຍັງນ້ອຍ ປະທານ ໂຮ່ຈີ່ມິນ ເປັນນັກຮຽນທີ່ສະຫລາດສະຫລຽວ, ຕະຫລອດຂະບວນວິວັດຊີວິດຂອງປະທານ ໂຮ່ຈີ່ມິນ ແມ່ນເຕັມໄປດ້ວຍຄວາມຫຍຸ້ງຍາກສັບສົນ ແລະການເຝິກຝົນຫລໍ່ຫລອມທົດສອບດ້ວຍນ້ຳໃຈມານະອົດທົນ ແລະແບບແຜນວິທະຍາ ສາດຂອງລັດທິມາກ – ເລນິນ ຂອງນັກກອມມູນິດ ເພິ່ນໄດ້ຖືເອົາຄວາມຫຍຸ້ງຍາກ, ໄພອັນຕະລາຍ, ຄວາມເຈັບແສບຂອງຕົນເປັນສິ່ງທົດສອບໃນການຫລໍ່ຫລອມຕົນເອງປະທານ ໂຮ່ຈີ່ມິນ ແມ່ນໜຶ່ງໃນບັນດານັກເຄື່ອນໄຫວຜູ້ດີເດັ່ນຂອງຂະບວນການກຳມະກອນ ແລະກອມມູນິດສາກົນ ເພື່ອປົດປ່ອຍປະຊາຊາດອອກຈາກແອກປົກຄອງ ຂອງພວກລ່າເມືອງຂຶ້ນແບບເກົ່າ ແລະແບບໃໝ່. ຈາກນັ້ນ, ທ່ານ ບຸນສີ ທອງສະໄຫວ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ ໄດ້ເລົ່າປະຫວັດຄວາມເປັນມາວັນໄຊຊະນະບັ້ນຮົບດຽນບຽນຟູ ເຊິ່ງເປັນການຕໍ່ສູ້ຂອງປະຊາຊົນສາມປະເທດອິນດູຈີນຕ້ານພວກລ່າເມືອງຂຶ້ນຝຣັ່ງ ໃນທົ່ວສະໜາມຮົບໃນສາມປະເທດອິນດູຈີນ ລາວ – ຫວຽດນາມ ແລະກຳປູເຈຍ ໄດ້ບັງຄັບໃຫ້ພວກສັດຕູຕົກຢູ່ໃນທ່າຮັບຈົນຕາແຈ ແລະນັບມື້ນັບອ່ອນເພຍໄຊຊະນະດຽນບຽນຟູບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນຫວຽດນາມ ແຕ່ຍັງແມ່ນໄຊ ຊະນະຂອງປະຊາຊົນລາວ ແລະປະຊາຊົນກຳປູເຈຍ ທີ່ໄດ້ຮ່ວມສໍາພັນສູ້ຮົບ, ຮ່ວມຂຸມຄອງຕ້ານກັບ ສັດຕູໂຕດຽວກັນເພື່ອປົດປ່ອຍຕົນເອງ ໄຊຊະນະດັ່ງກ່າວໄດ້ດັບມອດເຈດຈຳນົງ ແລະການຮຸກຮານຂອງລັດທິລ່າເມືອງຂຶ້ນແບບເກົ່າ, ບັງຄັບໃຫ້ລັດຖະບານຝຣັ່ງຈຳຕ້ອງຍອມເຊັນສັນຍາເຊີແນວ ກ່ຽວກັບອິນດູຈີນ, ຮັບຮູ້ຄວາມເປັນເອກະລາດແຫ່ງຊາດ, ອຳນາດອະທິປະໄຕ ແລະຜືນແຜ່ນດິນ ອັນຄົບຖ້ວນຂອງຫວຽດນາມ, ລາວ ແລະກຳປູເຈຍ. ຕໍ່ມາ ທ່ານສົມນິດ ໄຊທະວົງສິດ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງໄດ້ເລົ່າປະຫວັດຄວາມເປັນມາວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນໍາພັກ ແລະແນວລາວຮັກຊາດ ຄົບຮອບ 66 ປີເຊິ່ງສະແດງໃຫ້ເຫັນຄວາມສະຫລາດສ່ອງໃສ ແລະປີຊາສາມາດຂອງປະທານ ໄກສອນ ພົມວະຫານ ແລະນໍ້າໃຈຮັກຊາດ ອັນແຮງກ້າຂອງບັນດາຜູ້ນໍາເຮົາທີ່ມີຄວາມກ້າຫານ, ຕັດສິນໃຈຕໍ່ສູ້ຍອມ ເສຍສະຫລະ ມີຄວາມປີຊາສາມາດຂົນຂວາຍ, ສຶກສາອົບຮົມສາລະວັດທະຫານ, ເຮັດໃຫ້ສັດຕູ ກາຍເປັນ ມິດສະຫາຍ ຮ່ວມຕາຍນໍາກັນຍ້ອນສາລະວັດທະຫານມີນໍ້າໃຈຮັກຊາດອັນດູດດື່ມ, ເບື່ອໜ່າຍຕໍ່ອໍານາດປົກຄອງຫຸ່ນປະຕິການ ເຂົາເຈົົ້າ ມີຄວາມຈົງຮັກພັກດີ, ຊືີ່ສັດຕໍ່ຜູ້ນໍາສຸດຂີດກາຍເປັນຜູ້ໄຂປະຕູຫ້ອງຄຸມຂັງແຕ່ລະຫ້ອງ ແລະໄຂປະຕູຄຸກແລ້ວປ້ອງກັນ ແລະພາທາງຜູ້ນໍາພັກ ແລະແນວລາວຮັກຊາດຍ່າງອອກ ຈາກຄຸກໂພນເຄັງ ອອກໄປຢ່າງປອດໄພ, ທ່ານ ບຸນເລື່ອນ ສິດສົມພູ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ໄດ້ເລົ່າຄືນມູນເຊື້ອການຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີີ່ທົ່ງໄຫຫີນ ຊຽງຂວາງ ໄດ້ສ່ອງແສງໃຫ້ເຫັນວ່າການນໍາພາຂອງພັກຖືກຕ້ອງສະຫລາດສ່ອງໃສ, ຂະບວນການຕໍ່ສູ້ຂອງ ພວກ ເຮົາແມ່ນເປັນທໍາ. ສະນັ້ນ ການຜ່າວົງປິດລ້ອມຂອງກອງພັນທີ 2 ໄດ້ຢັ້ງຢືນໃຫ້ເຫັນ ຢ່າງຈະແຈ້ງວ່າ: ” ສິນທໍາຍາມໃດກໍ່ຊະນະອະທໍາ “. ແລະສະແດງໃຫ້ເຫັນເຖິງຄວາມບໍລິສຸດພຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງ ໃຈດຽວ, ຄວາມອົດທົນໜັ້ນໜຽວບໍ່ຄອນແຄນຕໍ່ການນາບຂູ່, ຫລອກລວງຂອງສັດຕູ ນໍ້າໃຈ ສູ້ຮົບພິລະອາດຫານ ແລະມີໄຫວພິບຂອງ ກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການປຸກລະດົມ ອັນແຮງກ້າໃຫ້ແກ່ ຂະບວນການປະຕິວັດ ເພື່ອຕີເອົາໄຊຊະນະກັບຈັກກະພັດອາເມລິກາ ແລະລູກແຫລ້ງ ຕີນມືພ້ອມດຽວກັນ ນັ້ນກໍ່ເຮັດໃຫ້ກໍາລັງປະຕິວັດ, ໂດຍສະເພາະແມ່ນກໍາລັງປະກອບອາວຸດປະຊາຊົນ ນັບມື້ເຕີບໃຫຍ່ ຂະຫຍາຍຕົວ ແລະເຂັ້ມແຂງ ເຮັດໃຫ້ຊື່ສຽງອິດທິພົນຂອງກໍາລັງຝ່າຍປະເທດລາວ ( ແນວລາວຮັກຊາດ ) ນັບມື້ພົ້ນ ເດັ່ນຂຶ້ນໃນ ເວທີສາກົນ.
ພາບ-ຂ່າວ: ໂສພາ ທິບພະວົງ.
ຂ່າວສານ: ຄະນະໂຄສະນາອົບຮົມເມືອງຜາອຸດົມ. 14.5.2026.



