ບ້ານຫ້ວຍຕາບ ບ້ານຫ້ວຍມ່ອນ ແລະ ບ້ານໜອງຊາຍຈັດພິທີປະກາດຮັບຮອງເປັນບ້ານສາມັກຄີປອງດອງ

ໃນວັນທີ 14 ພຶດສະພາ 2026 ນີ້, ຈັດພິທີປະກາດຮັບຮອງ ບ້ານຫ້ວຍຕາບ, ບ້ານຫ້ວຍມ່ອນ ແລະ ບ້ານໜອງຊາຍ ເປັນບ້ານສາມັກຄີປອງດອງ ໂດຍການເປັນປະທານ ຂອງທ່ານ ທອງພັນ ຈັນທະວົງ ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງຫ້ວຍ, ເປັນກຽດເຂົ້າຮ່ວມຂອງ ທ່ານ ຈອມແພງ ວິໄລສານ ຄະນະປະຈໍາພັກແຂວງ ເລຂາພັກເມືອງ, ທ່ານ ສົມສັກ ປິ່ນແກ້ວ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ, ມີບັນດາທ່ານ ຄະນະປະຈຳພັກເມືອງ, ກໍາມະການພັກເມືອງ ແລະພາກສ່ວນທີາກ່ຽວຂ້ອງເຂົ້າຮ່ວມ

ໃນພິທີ ທ່ານ ນິກອນ ຈິດຕະວົງ ນາຍບ້ານໆໜອງຊາຍ ຕາງໜ້າທັງ 3 ບ້ານເພື່ອຜ່ານບົດສະຫຼຸບການຈັດຕັ້ງປະຕິ ບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງ ດອງ. ບ້ານຫ້ວຍຕາບ ບ້ານຫ້ວຍມ່ອນ ແລະ ບ້ານໜອງຊາຍ ຂຶ້ນນກັບກຸ່ມບ້ານເທດສະບານເມືອງເຊິ່ງປະກອບມີ 2 ຊົນເຜົ່າຄື, ເຜົ່າລາວ ແລະ ເຜົ່າກຶມມຸ ມີ 415 ຫຼັງຄາເຮືອນ, 573 ຄອບຄົວ, ມີພົນເມືອງທັງໝົດ 2198 ຄົນ, ຍິງ 1079 ຄົນ,  ການສ້າງຄອບຄົວ ແລະ ບ້ານສາມັກຄີແມ່ນເພື່ອສຶກສາອົບຮົມການເມືອງນໍາພາແນວຄິດປະຊາຊົນບັນດາເຜົ່າ, ບັນດາສາສະໜາ, ຊັ້ນຄົນ ໃນສັງຄົມຍົກສູງນໍ້າໃຈຮັກຊາດ, ຮັກລະບອບປະຊາ ທິປະໄຕ ປະຊາຊົນ, ສ້າງຄວາມສາມັກຄີເປັນປຶກແຜ່ນ, ສ້າງສະຕິເປັນເຈົ້າຕົນເອງ, ມີສະຕິລະວັງຕົວຕໍ່ເລ່ຫຼ່ຽມກົນອຸບາຍທຳລາຍມ້າງເພຂອງອິດທິກຳລັງປໍລະປັກ ແລະ ເປັນການປຸກລະດົມປະຊາຊົນໃຫ້ເປັນເຈົ້າການເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ແນວລາວສ້າງຊາດເມືອງໄດ້ສົມທົບ ແລະ ລົງໃກ້ສິດຕິດແທດກັບຄະນະພັກ-ອຳນາດການປົກຄອງບ້ານ, ແນວລາວສ້າງຊາດບ້ານ ໄດ້ມີການປັບປຸງການຈັດຕັ້ງບ້ານໃຫ້ມີຄວາມເຂັ້ມແຂງ ແລະ ຈັດຕັ້ງກອງປະຊຸມເຊື່ອມຊືມບັນດາເອກະສານທີ່ສຳຄັນກ່ຽວກັບວິທີການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ ເພື່ອເຮັດໃຫ້ແຕ່ລະພາກສ່ວນມີຄວາມຮັບຮູ້-ເຂົ້າໃຈ ແລະ ພ້ອມກັນໃຫ້ຄວາມຮ່ວມມືໃນຂະບວນການແຂ່ງຂັນສ້າງຄວາມສາມັກຄີປອງດອງໂດຍເລີ່ມຈາກບັນດາຄອບຄົວພາຍໃນບ້ານ ແລະ ສ້າງຄວາມສາມັກຄີລວມໝູ່ຢູ່ພາຍໃນບ້ານໃຫ້ແໜ້ນແຟ້ນຂຶ້ນເລື້ອຍ. ຈາກນັ້ນ, ທ່ານ ສອນໄຊ ໄຊປັນຍາ ຮອງປະທານແນວລາວສ້າງຊາດເມືອງ ໄດ້ຜ່ານ ມະຕິຕົກລົງ ຂອງປະທານຄະນະກໍມະການປົກຄອງເມືອງ ວ່າດ້ວຍການຮັບຮອງເອົາຄອບຄົວສາມັກຄີປອງດອງ ແລະໃຫ້ກຽດມອບມະຕິ ຂອງທ່ານ ສົມສັກ ປິ່ນແກ້ວ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ ແລະຜ່ານ ມະຕິຕົກລົງ ຂອງປະທານຄະນະກໍມະການປົກຄອງແຂວງ ວ່າດ້ວຍການຮັບຮອງເອົາບ້ານສາມັກຄີປອງດອງ ໃຫ້ກຽດມອບຂອງທ່ານ ຈອມແພງ ວິໄລສານ ຄະນະປະຈໍາພັກແຂວງ ເລຂາພັກເມືອງຫ້ວຍຊາຍ, ພ້ອມທັງມີຄໍາເຫັນຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບ, ຄະນະພັກຮາກຖານ, ຕະຫຼອດຮອດອົງການຈັດຕັ້ງບ້ານ ແລະ ໄດ້ເນັ້ນໜັກໃຫ້ອົງການຈັດຕັ້ງບ້ານທຸກຂັ້ນທຸກພາກສ່ວນ ຕະຫຼອດຮອດປະຊາຊົນທັງສາມບ້ານພາຍຈົ່ງສຶບຕໍ່ຮັກສາມູນເຊື້ອອັນດີງາມຂອງເຜົ່າໄວ້ໃຫ້ຍືນຢົງ   ຕາມແນວທາງນະໂຍບາຍຂອງພັກໃນໄລຍະໃໝ່, ອານຸລັກຮັກສາ ຮີດ 12 ຄອງ 14 ປະເພນີອັນດີງາມຂອງເຜົ່າໃຫ້ໜັ້ນຄົງຕະຫຼອດໄປ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີປອງດອງ, ຄວາມມີນໍ້າໃຈຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ພ້ອມທັງເປີດປ້າຍຢ່າງເປັນທາງການ

ພາບ,ຂ່າວ: ບຸນຈັນ ບຸນປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa