ເມືອງເມິງ ປະກາດບ້ານ ຜາຂາວ ແລະ ບ້ານ ຜາດໍາ ເປັນບ້ານປ້ອງກັນຄວາມສະຫງົບດີ.

ວັນທີ 13  ພຶດສະພາ 2026 ຜ່ານມານີ້ ເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດ ບ້ານ ຜາຂາວ ແລະ ບ້ານ ຜາດໍາ ເປັນບ້ານປ້ອງກັນຄວາມສະຫງົບດີ ເຊີ່ງເປັນບ້ານທີ 17-18 ຂອງເມືອງ ເປັນກຽດເຂົ້າຮ່ວມມີທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ມີທ່ານ ພັທ ຄໍາດີ ເກດພິມດາ ຫົວໜ້າກອງບັນຊາການ ປກສ ເມືອງເມິງ, ມີບັນດາທ່ານ ເລຂາຄະນະພັກຮາກຖານ, ແຂກຖືກເຊີນ, ອົງການການປົກຄອງບ້ານ, ການຈັດຕັ້ງບ້ານທຸກພາກສ່ວນ, ຕະຫຼອດຮອດພໍ່ແມ່ປະຊາຊົນທັງ 2 ບ້ານເຂົ້າຮ່ວມ.

ໃນພິທີ ທ່ານ ພັຕ ນາງ ອຸດອນ ຈິດສະຫວັນ ໄດ້ຕາງໜ້າທັງ 2 ບ້ານ ຂື້ນຜ່ານບົດສະຫຼຸບການສ້າງ ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຕະຫຼອດໄລຍະທີ່ຜ່ານມາຄະນະພັກຂັ້ນເທິງ ກໍ່ຄືຄະນະພັກຄະນະບັນຊາກອງບັນຊາການ ປກສ ເມືອງ ໄດ້ເອົາໃຈໃສ່ຊຸກຍູ້ຕິດຕາມ ແລະ ປະເມີນຜົນແບ່ງອອກເປັນ 3 ໄລຍະ ແລະ ອີງຕາມ 5 ມາດຕະຖານ ແລະ 6 ເງື່ອນໄຂຂອງການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ເຫັນວ່າ 2 ບ້ານມີຄົບຕາມມາດຖານເງື່ອນໄຂ ບ້ານຜາດໍາ ປະກອບມີ 5 ໜ່ວຍ, ມີ 65 ຫຼັງຄາເຮືອນ, ມີ 76 ຄອບຄົວ, ມີພົນລະເມືອງທັງໝົດ 266 ຄົນ, ຍິງ 142 ຄົນ, ອາຍຸ 15 ປີຂື້ນໄນ 205 ຄົນ, ຍິງ 101 ຄົນ, ຈາກການປະເມີີນເຫັນວ່າມີຄອບຄົວປ້ອງກັນຄວາມສະຫງົບດີທັງໝົດ 62 ຄອບຄົວ, ເທົ່າກັບ 95,38% ຂອງຄອບຄົວທັງໝົດຢູ່ພາຍໃນບ້ານ ປະເມີນບໍ່ຜ່ານ 3 ຄອບຄົວ ແລະ ບ້ານຜາຂາວ ປະກອບມີ 4 ໜ່ວຍ, ມີ 55 ຫຼັງຄາເຮືອນ, ມີ 73 ຄອບຄົວ, ມີພົນລະເມືອງ 246 ຄົນ, ຍິງ 121 ຄົນ, ອາຍຸ 15 ປີຂື້ນໄປ 184 ຄົນ, ຍິງ 86 ຄົນ, ຈາກການປະເມີນເຫັນວ່າມີຄອບຄົວປ້ອງກັນຄວາມສະຫງົບດີທັງໝົດ 47 ຄອບຄົວ, ເທົ່າກັບ 85,45% ຂອງຄອບຄົວທັງໝົດພາຍໃນບ້ານ ແລະ ປະເມີນບໍ່ຜ່ານ 8 ຄອບຄົວ ທັງ 2 ບ້ານເປັນຊົນເຜົ່າລື້ ການດຳລົງຊີວິດຂອງປະຊາຊົນສ່ວນຫຼາຍແມ່ນ ປູກຝັງ, ລ້ຽງສັດເປັນອາຊີບຕົ້ນຕໍ ແລະ ຖືເອົາການບໍລິການເປັນອາຊີບສໍາຮອງ ຜ່ານມາກອງບັນຊາການປ້ອງກັນຄວາມສະຫງົບເມືອງ ໄດ້ສົມທົບກັບ ຄະນະພັກຮາກຖານ, ອົງການປົກຄອງບ້ານ ຈັດຕັ້ງເຜີຍແຜ່ບັນດາເນື້ອໃນມາດຖານການສ້າງຄອບຄົວ ແລະ ບ້ານຕົວແບບປ້ອງກັນຄວາມສະຫງົບດີ ເພຶ່ອເຮັດໃຫ້ອົງການປົກຄອງບ້ານ, ການຈັດຕັ້ງບ້ານ, ປະຊາຊົນບັນດາເຜົ່າ ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການເມືອງ, ມີຄວາມຕື່ນຕົວປະກອບສ່ວນເຂົ້າໃສ່ວຽກງານພັດທະນາເສດຖະກິດຄອບຄົວ ກໍ່ຄືວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບພາຍໃນບ້ານເປັນຢ່າງດີ.ຈາກນັ້ນຄະນະຮັບຜິດຊອບ ໄດ້ຜ່ານຂໍ້ຕົກລົງຂອງຄະນະກຳມະການປົກຄອງເມືອງເມິງ ແລະ ຂໍ້ຕົກລົງ ຂອງປະທານຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ ວ່າດ້ວຍການຮັບຮອງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຄື: ບ້ານຜາຂາວ  ແລະ ບ້ານຜາດໍາ ເປັນບ້ານປ້ອງກັນຄວາມສະຫງົບດີ ພ້ອມທັງມອບໃບຢັ້ງຢືນຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບ.

ໃນໂອກາດດ່ຽວກັນນີ້ ທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາພັກເມືອງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີດັ່ງກ່າວ ທ່ານຍັງໄດ້ຮຽກຮ້ອງມາຍັງຄະນະພັກຄະນະບັນຊາ, ອົງການປົກຄອງບ້ານ ສຶບຕໍ່ຍົກສູງວຽກງານການເມືອງແນວຄິດເປັນກົກ, ສຶບຮັດແໜ້ນຄວາມສາມັກຄີພາຍໃນການຈັດຕັ້ງ ໃຫ້ຖືເອົາວຽກງານການສ້າງຄອບຄົວ ແລະ ບ້ານແບບຢ່າງປ້ອງກັນຄວາມສະຫງົບດີນີ້ ເປັນວຽກງານທີ່ສໍາຄັນ ມີການຕິດຕາມກວດກາ, ປະເມີນຄືນເປັນແຕ່ລະໄລຍະຕາມ 5 ມາດຕະຖານ ແລະ 6 ເງື່ອນໄຂຂອງການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ເພຶ່ຮັບປະກັນວຽກງານດັ່ງກ່າວມີປະສິດທິພາບ ແລະ ປະສິດທິຜົນ ອົງການປົກຄອງບ້ານ, ອົງການຈັດຕັ້ງບ້ານ ແລະພໍ່ແມ່ປະຊາຊົນບັນດາເຜົ່າທັງ 2 ບ້ານ ຈົ່ງເປັນເຈົ້າການໃນການປົກປັກຮັກສານາມມະຍົດ ບ້ານຕົວແບບປ້ອງກັນຄວາມສະຫງົບດີນີ້ໄວ້ໃຫ້ຍືນຍົງຕະຫຼອດໄປ ໃນພິທີການນໍາຂອງເມືອງ, ຄະນະພັກຄະນະບັນຊາ, ອົງການປົກຄອງບ້ານ ແລະ ອົງການຈັດຕັ້ງບ້ານທຸກພາກສວນ ໄດ້ພ້ອມກັນເປີດປ້າຍບ້ານປ້ອງກັນຄວາມສະຫງົບດີ ຂຶ້ນຢ່າງເປັນທາງການ.

ຂ່າວ: ອຸ່ນຄໍາ ຂັນວາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa