ພິທີມອບ-ຮັບ ໂຄງການສຶບຕໍ່ຮັບເໝົາກໍ່ສ້າງຮົ້ວອ້ອມ, ເຮືອນຄົວ, ການຈັດຊື້ໂຕະຕັ່ງ ແລະ ໂຄງການສ້ອມແປງທາງເຂົ້າສູນບໍາບັດຢາເສບຕຶດ ແລະ ສູນພັດທະນາສີມືແຮງງານຂອງເມືອງເມິງ

ໃນວັນຕອນບ່າຍຂອງວັນທີ 12 ພຶດສະພາ 2026 ນີ້ ຢູ່ທີ່ກອງບັນຊາການ ປກສ ເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດພິທີມອບ-ຮັບ ໂຄງການສຶບຕໍ່ຮັບເໝົາກໍ່ສ້າງຮົ້ວວອ້ອມ, ເຮືອນຄົວ, ການຈັດຊື້ໂຕະຕັ່ງ ແລະ ໂຄງການສ້ອມແປງທາງເຂົ້າສູນບໍາບັດ ແລະ ສູນພັດທະນາສີມືແຮງງານຂອງເມືອງ ໂດຍການເປັນປະທານ ຂອງທ່ານ ວັນນາ ຄໍາສີປະເສີດ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ, ເປັນກຽດເຂົ້າຮ່ວມມີທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາພັກເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຄະນະພັກ,ຄະນະບັນຊາກອງບັນຊາການ ປກສ ເມືອງ ແລະ ພາກສວນທີ່ກ່ຽວຂ້ອງ ຂອງເມືອງເຂົ້າຮ່ວມ.

ໃນພິທີ ທ່ານ ຫຸມພັນ ອິນຕະພັນ ຫົວໜ້າບໍລິສັດອິນຕະພັນກໍ່ສ້າງຂົວທາງຈໍາກັດຜູ້ດ່ຽວ ໄດ້ຜ່ານບົດລາຍງານການກໍ່ສ້າງໂດຍຍໍ້ ທ່ານຍັງໃຫ້ຮູ້ວ່າ: ການກໍ່ສ້າງແມ່ນໄດ້ເລີ່ມລົງມື້ກໍ່ສ້າງມາຕັ້ງແຕ່ວັນທີ 30 ກໍລະກົດ 2025 ຫາ 18 ມີນາ 2026 ຈິງສໍາເລັດ ຄະນະກຳມະການ ແລະ ພາກສວນທີ່ກ່ຽວຂ້ອງຂອງເມືອງ ໄດ້ຮ່ວມກັນລົງກວດກາ ແລະ ຕີລາຄາຄວາມສຳເລັດຂອງໂຄງການກໍ່ສ້າງຮົ້ວອ້ອມ, ເຮືອນຄົວ, ຈັດຊື້ໂຕະຕັ່ງ ແລະ ປັບປຸງເສັ້ນທາງເຂົ້າສູນບໍາບັດ ຜ່ານກາານກວດກາໜ້າວຽກຕົວຈິ່ງ ຈາກຄະນະກຳມະການໄດ້ປະເມີນວ່າທັງ 4 ໜ້າວຽກທີ່ໄດ້ສຶບຕໍ່ການກໍ່ສ້າງແມ່ນ ສຳເລັດ 100% ຕາມແບບແຜນເຕັກນິກ ແລະ ມາດຕະຖານທີ່ກຳນົດໄວ້. ການກໍ່ສ້າງແມ່ນດໍາເນີນໄປຕາມແຜນການ ມາໃນວັນທີ 12 ພຶດສະພາ 2026 ນິ້. ຈິ່ງໄດ້ມີພິທີ ເຊັ່ນບົດບັນທຶກມອບ-ຮັບຢ່າງເປັນທາງການ ລະຫວ່າງ ຜູ້ຮັບເໝົາການກໍ່ສ້າງ ກັບກອງບັນຊາການ ປກສ ເມືອງເມິງ ເຊິ່ງເປັນເຈົ້າຂອງໂຄງການ ໂດຍຊ່ອງໜ້າການນໍາຂອງເມືອງ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມເປັນສັກຊີ່ພິຍານ ແລະທາງບໍລິສັດຂໍ່ມອບໃຫ້ກອງບັນຊາການ ປກສ ເມືອງເມິງ ເປັນຜູ້ຄຸ້ມຄອງ ແລະ ນຳໃຊ້ເຂົ້າໃນໜ້າທີ່ວຽກງານ ໂດຍສະເພາະການສ້າງວິຊາຊີບຕ່າງໆໃຫ້ແກ່ແຮງງານຢູ່ພາຍໃນເມືອງເມິງ.

ໃນພິທີທ່ານ ວັນນາ ຄໍາສີປະເສີດ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ ໄດ້ໂອ້ລົມຕໍ່ພິທີໃນຄັ້ງນີ້ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ຮັບເໝົາການກໍ່ສ້າງທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຈົນໄດ້ຮັບຜົນສໍາເລັດຕາມກໍານົດເວລາທີ່ວາງໃວ້ ແລະໄດ້ຮຽກຮ້ອງໃຫ້ຄະນະພັກ, ຄະນະບັນຊາກອງບັນຊາການ ປກສ ເມືອງ ເປັນເຈົ້າການໃນການປົກປັກຮັກສາໃຫ້ມີຄວາມຍືນຍົງ ແລະ ນໍາໄຊ້ໄດ້ຍາວນານ ພ້ອມທັງຍົກລະດັບທັກສະສີມືແຮງງານຂອງຊາວໜຸ່ມ ແລະ ປະຊາຊົນໃນເມືອງເມິງຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານພາຍໃຕ້ໂຄງການເສີມສ້າງທັກສະບູລິມະສິດ.ຊ່ວຍຊຸກຍູ້ການເຕີບໂຕທາງດ້ານເສດຖະກິດຂອງ ສປປ ລາວ ໃຫ້ເຂັ້ມແຂງຂຶ້ນ.ຖືວ່າເປັນຂ່າວດີຫຼາຍ ສຳລັບຊາວເມືອງເມິງ ທີ່ຈະມີສະຖານທີ່ຝຶກວິຊາຊີບທີ່ມີມາດຕະຖານ ແລະ ສ້າງໂອກາດໃນການເຮັດວຽກໃຫ້ຫຼາຍຂຶ້ນ.

ຂ່າວ: ອຸ່ນຄໍາ ຂັນວາລິດ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa