













ໃນວັນທີ 13 ພຶດສະພາ 2026 ນີ້, ຄະນະອົງການປົກຄອງແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈຳໄຕມາດ 1 ຕົ້ນປີ 2026 ເພື່ອສ່ອງແສງໃຫ້ເຫັນເຖິງຄວາມບຸກບືນ ແລະ ຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມ ພາຍໃຕ້ການຊີ້ນຳ-ນຳພາຢ່າງໃກ້ຊິດ, ກອງປະຊຸມໃຫ້ກຽດເປັນປະທານໂດຍ ທ່ານ ພົນຈັດຕະວາ ສຸກພະຈັງ ສີລາເພັດ, ປະທານຄະນະອົງການປົກຄອງແຂວງ, ມີບັນດາຄະນະບໍລິຫານງານອົງການປົກຄອງແຂວງແຂວງ, 5 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
“ກອງປະຊຸມໄດ້ຍົກໃຫ້ເຫັນຄວາມເອົາໃຈໃສ່ຂອງອົງການປົກຄອງແຂວງ ທີ່ເອົາໃຈໃສ່ສາມາດສ້າງຜົນງານໃນຫຼາຍດ້ານ ສະແດງອອກການຈັດເກັບລາຍຮັບເຂົ້າງົບປະມານມາຮອດວັນທີ 8 ພຶດສະພາ 2026 ບັນລຸໄດ້ແລ້ວ 34 ກວ່າ%, ສະພາໄດ້ຮັບຮອງໂຄງການລົງທຶນຂອງລັດທັງໝົດ 170 ໂຄງການ, ການຜະລິດເຂົ້ານາແຊງ ລື້ນຄາດໝາຍ 76 ກວ່າ ເຮັກຕາ, ການຜະລິດສະບຽງອາຫານສາມາດກຸ້ມຕົນເອງໄດ້ 100%, ໂຄງລ່າງພື້ນຖານ: ບັນດາໂຄງການກໍ່ສ້າງເສັ້ນທາງ ແລະ ການຄ້າ-ການບໍລິການ ຕາມແລວເສດຖະກິດ ແມ່ນມີຄວາມຄຶກຄື້ນ ແລະ ຄືບໜ້າຕາມແຜນການ, ໄດ້ເຂັ້ມງວດການກວດກາຕາມຊາຍແດນ ແລະ ການປາບປາມຢາເສບຕິດ ໃນ 3 ເດືອນ ມີຄະດີເກີດຂື້ນ 174 ເລື່ອງ, ຍຶດຂອງກາງຢາບ້າໄດ້ເກືອບ 4 ລ້ານເມັດ ແລະ ກັກຕົວຜູ້ຖືກຫາໄດ້ 88 ຄົນ, ວຽກງານການສຶກສາບັນລຸໄດ້ 6 ຄາດໝາຍ ແລະ ວຽກງານສາທາລະນະສຸກບັນລຸໄດ້ 9 ຕົວຊີ້ບອກທີ່ສຳຄັນ, ຜົນສຳເລັດເຫຼົ່ານີ້ ແມ່ນໝາກຜົນຂອງຄວາມສາມັກຄີ ແລະ ຄວາມຮັບຜິດຊອບສູງຂອງຄະນະພັກ-ຄະນະນຳທຸກຂັ້ນ ທີ່ໄດ້ຫັນເອົາແນວທາງຂອງພັກ ມາເປັນແຜນງານທີ່ສາມາດປະຕິບັດໄດ້ຕົວຈິງ.
ກອງປະຊຸມໄດ້ເປີດກວ້າງໃຫ້ທຸກພາກສ່ວນໄດ້ປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອຖອດຖອນບົດຮຽນຈາກຜົນງານທີ່ພົ້ນເດັ່ນ ແລະ ສ່ອງແສງໃຫ້ເຫັນຂໍ້ຄົງຄ້າງທີ່ເປັນສິ່ງທ້າທາຍ. ບົນຈິດໃຈແລກປ່ຽນຢ່າງສ້າງສັນ, ຮ່ວມກັນກຳນົດທາງອອກທີ່ຊັດເຈນ ເພື່ອຫັນປ່ຽນການເຄື່ອນໄຫວວຽກງານໃນຕໍ່ໜ້າໃຫ້ມີຄຸນນະພາບໃໝ່ ແລະ ບັນລຸຄາດໝາຍທີ່ວາງໄວ້ຢ່າງມີປະສິດທິຜົນ.
ຂ່າວ: ສາຍສະໝອນ ແກ້ວວິສິດ



