











ໂຄງການເຂື່ອນໄຟຟ້ານໍ້າງາວ ເປັນໜື່ງໃນບັນດາໂຄງການ ທີ່ຢູ່ໃນແຜນພັດທະນາໄຟຟ້າຂອງ ສປປ ລາວ ໂຄງການດັ່ງກ່າວ ມີກໍາລັງຕິດຕັ້ງ 15 ເມກາວັດ, ມີພະລັງງານຜະລິດໄດ້ປະມານ 75 GWh/ ປີ, ເປັນເຂື່ອນເບຕົງເສີ່ມເຫຼັກ (CFRD) ມີຄວາມສູງ 43 ແມັດ ສັນເຂື່ອນຍາວ 247,5 ແມັດ, ເນື້ອທີ່ອ່າງກັກເກັບນໍ້າ 1.428 ກີໂລຕາແມັດ, ລາຄາໄຟຟ້າສະເລ່ຍຕະຫຼອດ ປີ ແມ່ນ 0,066 USc/kWh ການກໍ່ສ້າງມີໄລຍະ 36 ເດືອນ, ລວມມູນຄ່າການກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າງາວ ທັງໝົດມີ 32 ລ້ານໂດລາສະຫະລັດ.
ໃນວັນທີ 7 ພຶດສະພາ 2026 ນິ້.ທ່ານ ນາງ ສີອຳໄພ ໂສລະຖີ ກໍາມະການພັກແຂວງ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ແລະພະນັກງານວິຊາການ ໄດ້ສືບຕໍ່ລົງເຄື່ອນໄຫວຕິດຕາມກວດກາຄວາມຄືບໜ້າຂອງ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າງາວ ເຊິ່ງຕັ້ງຢູ່ເຂດບ້ານນໍ້າແສນ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ. ໂຄງການດັ່ງກ່າວແມ່ນລົງທຶນ ແລະ ພັດທະນາໂດຍ ບໍລິສັດ ເຮືອງປະເສີດ ໄຮໂດຼພາວເວີ ຈຳກັດຜູ້ດຽວ.ໃນໂອກາດລົງເຄື່ອນໄຫວຄັ້ງນີ້, ທ່ານຫຼ້າຄຳດີ ເຮືອງປະເສີດ ປະທານບໍລິສັດ ເຊິ່ງເປັນເຈົ້າຂອງໂຄງການ ໄດ້ລາຍງານໃຫ້ຊາບກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານກໍ່ສ້າງໃນໄລຍະຜ່ານມາ. ມາຮອດປັດຈຸບັນ, ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າງາວ ແມ່ນມີຄວາມຄືບໜ້າ ແລະ ສຳເລັດໄປແລ້ວ 61,53%, ຊຶ່ງຕາມແຜນແມ່ນຈະໃຫ້ສຳເລັດການຜະລິດໄຟຟ້າຂາຍ ປີ 2027 ຊຶ່ງຈຸດປະສົງໃນການລົງເຄື່ອນໄຫວ ກໍເພື່ອເປັນການຊຸກຍູ້ ແລະ ຕິດຕາມ ການຈັດຕັ້ງປະຕິບັດໂຄງການ ໃຫ້ເປັນໄປຕາມແຜນການ, ຮັບປະກັນທາງດ້ານເຕັກນິກ ແລະ ມາດຕະຖານຄວາມປອດໄພ ທີ່ຮັບປະກັນໃຫ້ແກ່ການສະໜອງພະລັງງານໄຟຟ້າເຂົ້າ ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນອະນາຄົດ ມີປະສິດທິຜົນສູງ.
ການລົງເຄື່ອນໄຫວໃນຄັ້ງນີ້, ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງພາກພາກລັດ ໂດຍສະເພາະພະແນກອຸດສາຫະກຳ ແລະ ການຄ້າ ທີ່ມີພາລະບົດບາດ ໃນການຄຸ້ມຄອງ-ຕິດຕາມ, ອຳນວຍຄວາມສະດວກ ແລະຮັບຮູ້ບັນດາຂໍ້ສະດວກ ແລະຂໍ້ຫຍຸ້ງຍາກ ຂອງໂຄງການໃນແຕ່ລະໄລຍະ ໂດຍສະເພາະ ໃນຊ່ວງທີ່ສະພາບການຂອງພາກພື້ນ ແລະສາກົນ ກໍຄື ທົ່ວປະເທດ ມີຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ຊຶ່ງຕົ້ນຕໍກໍແມ່ນ, ການເໜັງຕິງ ແລະຖີບຕົວສູງຂຶ້ນຂອງບັນດາສິນຄ້າ ກໍຄື ນ້ຳມັນເຊື້ອໄຟ ທີ່ຕິດພັນກັບໂຄງການ ເພື່ອຈະໄດ້ຮ່ວມກັນແກ້ໄຂຢ່າງສອດຄ່ອງ ແລະທັນກັບສະພາບການ ທັງຮັບປະກັນໃຫ້ໂຄງສຳເລັດຕາມກຳນົດເວລາ.
ໂດຍ: ເງິນຫຼົງ ຈິດພູວົງ.
ພາບ: ພາກສ່ວນກ່ຽວຂ້ອງ.
ແອດມິນ: ທອງຈັນ ວົງປັນຍາ.



