



ໃນວັນທີ 12 ພຶດສະພາ 2026 ນີ້, ກອງປະຕິບັດງານ 204 ໄດ້ເປີດ ກອງປະຊຸມຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງປະຈຳປີ 2026 ໂດຍການເປັນປະທານ ຂອງສະຫາຍ ພັນໂທ ບຸນຄ້ຳ ຄຳພັນ ຄະນະພັກກອງບັນຊາການ ຮອງຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ, ມີພະແນກການທີ່ກ່ຽວຂ້ອງ, ພະນັກງານລົງກໍ່ສ້າງຮາກຖານການເມືອງ ແຂກຖືກເຊີນ ແລະ ບັນດານາຍບ້ານພາຍໃນຂອບເຂດຮັບຜິດຊອບ ເຂົ້າຮ່ວມ.
ສະຫາຍ ພັນຕີ ບຸນເຖີມ ທຸບຽນຍາ ຫົວໜ້າກອງປະຕິບັດງານ 204 ໄດ້ສະຫຼຸບຄືນກ່ຽວກັບສະພາບການເຄື່ອນໄຫວກໍ່ສ້າງຮາກຖານການເມືອງໃນໄລຍະຜ່ານມາ, ຜ່ານການຈັດຕັ້ງປະຕິບັດວຽກງານ ກໍ່ສ້າງຮາກຖານການເມືອງໃນໄລຍະຜ່ານມາ ໄດ້ເຮັດໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ດໍາລົງຊີວິດຖືກຕ້ອງຕາມ ລະບຽບກົດໝາຍບ້ານເມືອງ, ມີຄວາມຕື່ນຕົວອອກແຮງສ້າງເສດຖະກິດຄອບຄົວ, ປູກຝັງ-ລ້ຽງສັດ, ການບໍລິການ, ຄ້າຂາຍຕ່າງໆ ເຮັດໃຫ້ຊີວິດການເປັນຢູ່ມີຄວາມຮັ່ງມີເຂັ້ມແຂງ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ. ແຕ່ກໍ່ຍັງມີປະຊາຊົນຈໍານວນໜຶ່ງເຄື່ອນໄຫວຜິດຕໍ່ລະບຽບກົດຫມາຍ ເປັນຕົ້ນແມ່ນ ບັນຫາຄ້າຂາຍ, ມົວສຸມຢາເສບຕິດ, ລັກຊັບພົນລະເມືອງ, ການຄ້າຂາຍເຖື່ອນ, ການລັກຂ້າມຊາຍແດນຂອງແຮງງານລາວ, ການລັກລອບເຂົ້າເມືອງຂອງຄົນຕ່າງປະເທດ, ບັນຫາອຸບັດຕິເຫດຕາມທ້ອງຖະໜົນ ແລະ ອື່ນໆ. ພ້ອມດຽວກັນນີ້ ພະນັກງານກໍ່ສ້າງຮາກຖານການເມືອງ ທີ່ປະຈຳຢູ່ແຕ່ລະບ້ານ ແລະ ບັນດານາຍບ້ານ ແຕ່ລະບ້ານ ຍັງພ້ອມກັນປະກອບຄຳຄິດເຫັນກ່ຽວກັບສະພາບທີ່ພົ້ນເດັ່ນ ແລະ ບັນຫາທີ່ຈະຕ້ອງສຸມໃສ່ແກ້ໄຂໃນຕໍ່ໜ້າອີກດ້ວຍ.
ສະຫາຍ ພັນໂທ ບຸນຄ້ຳ ຄຳພັນ ປະທານກອງປະຊຸມ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາໃນຫຼາຍດ້ານ ກ່ອນອື່ນສະຫາຍໄດ້ຍ້ອງຍໍ ຊົມເຊີຍຕໍ່ຜົນງານ ທີ່ພະນັກງານກໍ່ສ້າງຮາກຖານການເມືອງ, ອົງການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຍາດມາໄດ້ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນ ກໍ່ຄືພະນັກງານກໍ່ສ້າງຮາກຖານການເມືອງ ຈົ່ງສືບຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ຍົກສູງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບພາຍໃນບ້ານ ຄຽ່ງຄູ່ກັບການຊຸກຍູ້ ສົ່ງເສີມດ້ານການປູກ-ການລ້ຽງ, ການບໍລິການຄ້າ-ຂາຍອື່ນໆ ທີ່ຖືກຕ້ອງຕາມລະບຽບກົດໝາຍ. ທັງນີ້ເພື່ອແນ່ໃສ່ເຮັດໃຫ້ປະຊາຊົນເພີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອຫຼຸດພົ້ນອອກ ຈາກຄວາມທຸກຍາກເທື່ອລະກ້າວ. ພ້ອມນີ້ ຍັງຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງນໍາເອົາເນື້ອໃນຈິດໃຈ ກອງປະຊຸມໃນຄັ້ງນີ້ ໄປສືບຕໍ່ຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ.
ໂດຍ: ພາກ ສຸທິປັນຍາ



