ຄະນະບໍລິຫານງານຊາວໜຸ່ມເມືອງ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ອ້າຍນ້ອງທະຫານ ທີປະຈຳຢູ່ຊາຍແດນທີ່ປະຈໍາຢູ່ຫ້ວຍກະຫຼ່ອມ

ວັນທີ 7 ພຶດສະພາ 2026 ຜ່ານມານີ້ ຄະນະບໍລິຫານງານຊາວໜຸ່ມເມືອງເມິງ ໄດ້ມອບເຄື່ອງ ອຸປະໂພກ-ບໍລິໂພກ ເຊິ່ງເປັນເຄື່ອງໃຊ້ໃນຊີວິດປະຈໍາວັນ ໃຫ້ແກ່ອ້າຍນ້ອງທະຫານທີ່ປະຈຳຢູ່ຫ້ວຍກະຫຼ່ອມເມືອງເມິງ ແຂວງບໍ່ແກ້ວ, ເຊີ່ງນຳພາໂດຍ ສະຫາຍ ນາງ ດອນແພງ ແສງພະວົງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ແລະ ສະຫາຍ ສີພາ ແພງປັນຍາ ຫົວໜ້າການທະຫານກອງບັນຊາການທະຫານເມືອງ, ມີບັນດາສະຫາຍ ຄະນະບໍລິຫານງານຊາວໜຸ່ມເມືອງ, ເລຂາຄະນະໜ່ວຍຊາວໜຸ່ມກຸ່ມຊຽງດາວ ແລະ ອ້າຍນ້ອງທະຫານທີປະຈຳຢູ່ເຂດຊາຍແດນເຂົ້າຮ່ວມ.

ການລົງມາມອບເຄື່ອງໃນຄັ້ງນີ້ ປະກອບມີປະເພດໝີ່ແຫ້ງ, ປາກະປອງ, ເຄື່ອງໃຊ້ໃນຄົວເຮືອນ ແລະ ອື່ນໆ ລວມມູນຄ່າ 3,500,000 ກີບ ເຊີ່ງຕາງໜ້າກ່າວມອບໂດຍ ສະຫາຍ ນາງ ດອນແພງ ແສງພະວົງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງແລະ ຕາງໜ້າກ່າວຮັບໂດຍສະຫາຍ ສີພາ ແພງປັນຍາ ຫົວໜ້າການທະຫານກອງບັນຊາການທະຫານເມືອງ ທັງນີ້ກໍ່ເພຶ່ອເປັນການຢ້ຽມຢາມຖາມຂ່າວ ແລະ ໃຫ້ກຳລັງໃຈອ້າຍນ້ອງທະຫານທີ່ເຮັດໜ້າທີ່ຢູ່ເຂດຊາຍແດນເພື່ອຕ້ານ ແລະ ສະກັດກັ້ນກຸ່ມຄົນທີບໍ່ຫວັງດີ, ຮັກສາຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໃຫ້ແກ່ປະເທດຊາດບ້ານເມືອງຂອງພວກເຮົາຕື່ມອີກ.

ຂ່າວ ສຸນິດາ ໄຊຍະຫົງ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa