



ໃນວັນທີ 8 ພຶດສະພາ 2026, ຂະແໜງວັດທະນະທຳ ພາຍໃຕ້ການຊີ້ນຳຂອງ ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງບໍ່ແກ້ວ ຈັດກອງປະຊຸມພົບປະ ແລະ ເຜີຍແຜ່ນິຕິກຳໃຫ້ແກ່ຜູ້ປະກອບການວົງດົນຕີ-ເອເລັກໂທນ ທົ່ວແຂວງບໍ່ແກ້ວ. ໂດຍການເປັນປະທານຂອງ ທ່ານ ນາງ ບຸນຍົກ ແສງສະຫວ່າງ ກຳມະການພັກແຂວງ, ຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວແຂວງ, ມີບັນດາຮອງຫົວໜ້າພະແນກ, ຫົວໜ້າຫ້ອງການ ວັດທະນະທຳ ແລະ ການທ່ອງທ່ຽວ ເມືອງຫ້ວຍຊາຍ, ບັນດາສິນລະປິນ ແລະ ຜູ້ປະກອບການວົງດົນຕີ-ເອເລັກໂທນ ເຂົ້າຮ່ວມ.
ໃນກອງປະຊຸມ ຄະນະຮັບຜິດຊອບໄດ້ເຜີຍແຜ່ນິຕິກຳ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບກົດໝາຍວ່າດ້ວຍສິລະປະການສະແດງ, ລວມທັງຂໍ້ກຳນົດ ແລະ ລະບຽບການໃນການຄຸ້ມຄອງວຽກງານສິລະປະການສະແດງໃຫ້ເປັນລະບຽບຮຽບຮ້ອຍ ເພື່ອຍົກລະດັບມາດຕະຖານ, ຊຸກຍູ້ໃຫ້ຜູ້ປະກອບການມີການພັດທະນາທາງດ້ານເຕັກນິກ, ຄຸນນະພາບສຽງເພງ, ການຂັບລຳ, ພິທີກອນ ແລະ ຮູບແບບການສະແດງໃຫ້ມີຄວາມເປັນມືອາຊີບ ແລະ ມີຄຸນນະພາບດີຂຶ້ນກວ່າເກົ່າ. ການແລກປ່ຽນບົດຮຽນຄັ້ງນີ້ ຖືເປັນເວທີໃຫ້ຜູ້ປະກອບການ ແລະ ຂະແໜງວັດທະນະທຳໄດ້ແລກປ່ຽນປະສົບການ ແລະ ສ້າງເຄືອຂ່າຍຮ່ວມກັນ ເພື່ອເພີ່ມທະວີຄວາມເຂັ້ມແຂງໃນການຮ່ວມມື; ການຄຸ້ມຄອງ ແລະ ຕິດຕາມ: ເພື່ອຮັບປະກັນໃຫ້ການດຳເນີນກິດຈະການຂອງວົງດົນຕີບໍ່ສົ່ງຜົນກະທົບທາງລົບຕໍ່ສັງຄົມ ແລະ ສະພາບແວດລ້ອມ (ເຊັ່ນ: ບັນຫາສຽງເນື່ອງນັນ ຫຼື ຄວາມບໍ່ເປັນລະບຽບຮຽບຮ້ອຍ).
ກອງປະຊຸມຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການປັບປຸງວຽກງານວັດທະນະທຳພາຍໃນເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ທັງເປັນການອະນຸລັກຮັກສາ ແລະ ສົ່ງເສີມສິລະປະວັດທະນະທຳອັນດີງາມຂອງຊາດ ຂອງເຜົ່າ ໃຫ້ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນ.
ໂດຍ: ເງິນຫຼົງ ຈິດພູວົງ.



