



ວັນທີ 6 ພຶດສະພາ 2026 ນີ້ ທີ່ຫ້ອງການຍຸຕິທໍາ ເມືອງປາກທາ ໄດ້ຈັດພິທີ ປະກາດ ຍົກຍ້າຍ ຮອງຫົວໜ້າອົງການໄອຍະການປະຊາຊົນ ເຂດ 2 ທີ່ປະຈໍາຢູ່ເມືອງປາກທາ ມາປະຈໍາການຢູ່ອົງການໄອຍະການປະຊາຊົນ ເຂດ 2 ໂດຍການ ເຂົ້າຮ່ວມຂອງ ທ່ານ ນາງ ອິ່ນທອງ ເລືອງສີຈັນທອງ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງ ເມືອງ ປາກທາ,ມີທ່ານ ກອງຈັນ ແກ້ວບຸນທັນ ຮັກສາການ ຫົວໜ້າອົງການໄອຍະການປະຊາຊົນເຂດ 2, ມີບັນດາທ່ານ ຄະນະປະຈໍາພັກ, ກໍາມະການພັກເມືອງ,ກອງບັນຊາການ ປກສ ເມືອງ, ພະນັກງານອົງການໄອຍະການປະຊາຊົນເຂດ 2 ແລະ ພະນັກງານຫ້ອງການຍຸຕິທໍາເມືອງປາກທາ ເຂົ້າຮ່ວມ.
ພິທີ ໄດ້ຜ່ານແຈ້ງການ ຂອງອົງການໄອຍະການປະຊາຊົນສູງສຸດ ວ່າດ້ວຍການ ຍົກຍ້າຍບ່ອນປະຈໍາການ ຂອງພະນັກງານ ໃນນັ້ນ ໄດ້ຍົກຍ້າຍ ທ່ານ ສີສະຫວາດ ຈັນທະນາລີ ຮອງຫົວໜ້າອົງການໄອຍະການປະຊາຊົນເຂດ 2 ທີ່ປະຈໍາ ຢູ່ເມືອງປາກທາ ໄປປະຈໍາການຢູ່ ອົງການໄອຍະການປະຊາຊົນເຂດ 2 ເພື່ອປະຕິບັດໜ້າທີ່ ຕາມຂໍ້ຕົກລົງ ສະບັບເລກທີ 387/ອອປສ,ລົງວັນທີ 12 ພຶດສະພາ 2025 ວ່າດ້ວຍຄວາມຮັບຜິດຊອບ, ຈາກນັ້ນ ທ່ານ ສີສະຫວາດ ຈັນທະນາລີ ກໍ່ໄດ້ ຜ່ານບົດບັນທຶກ ການມອບຮັບ ວຽກງານ ແລະ ພາຫະນະອຸປະກອນ, ເຊິ່ງປະກອບດ້ວຍ ວຽກງານງານພະນັກງານ,ວຽກງານວິຊາສະເພາະ, ດ້ານງົບປະມານ ແລະ ອຸປະກອນຮັບໃຊ້ພາຍໃນຫ້ອງການ ເພື່ອມອບຕໍໃຫ້ຜູ້ປະຈໍາການ ຈາກນັ້ນກໍ່ໄດ້ເຊັນບົດບັນທຶກການມອບວຽກ ລະຫວ່າງ ທ່ານ ສີສະຫວາດ ຈັນທະນາລີ ມອບໃຫ້ທ່ານ ສົມຊາຍ ພົມມະລັດ ຜູ້ປະຈໍາການຢູ່ອົງການໄອຍະການປະຊາຊົນເຂດ 2 ປະຈໍາຢູ່ເມືອງປາກທາ ສືບຕໍຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ.
ພິທີໃນຄັ້ງນີ້ ຍັງໄດ້ຮັບຟັງການໂອ້ລົມ ຂອງທ່ານ ນາງ ອິ່ນທອງ ເລືອງສີຈັນທອງ ຮອງເລຂາພັກເມືອງ ກ່ອນອື່ນ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໄດ້ປະກອບສ່ວນຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງອົງານໄອຍະການຢູ່ເມືອງປາກທາໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ບັນດາທ່ານ ທີ່ປະຈໍາການ ໃຫ້ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມພາລະບບັດບາດ,ຄວາມຮັບຜິດຊອບຂອງຕົນເອງໃຫ້ສູງຂືນກວ່າເກົ່າ,ເອົາໃຈໃສ່ຄົ້ນຄ້ວາກໍາແໜ້ນບັນດານິຕິກໍາຕ່າງໆໂດຍສະເພາະແມ່ນນິຕິກໍ່າທີ່ກ່ຽວຂອງກັບວຽກງານຂອງອົງການໄອຍະການປະຊາຊົນໃຫ້ມີຄວາມເລິກເຊິ່ງ,ເອົາໃຈໃສ່ໃນການປັບປຸງແບບແຜນວິທີເຮັດວຽກໃຫ້ແຖດເໝາະກັບສະພາບຄວາມເປັນຈິງ,ມີການສະຫຼຸບລາຍກັບສາຍຕັ້ງ,ສາຍຂວາງໃຫ້ເປັນປົກກະຕິ,ເພີ່ມທະວີຄວາມສາມັກຄີກັບໝູຄະນະແລະບັນດາຂົງເຂດໃຫ້ມີຄວາມເລິກເຊິ່ງຂື້ນກວ່າເກົ່າ.
ຂ່າວ: ບຸນເພັງ ທຸມມະວົງ.



