,





ວັນທີ 6 ພຶດສະພາ 2026 ຢູ່ທີ່ສະໂມສອນຂອງເມືອງປາກທາ ແຂວງບໍ່ແກ້ວ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວເມືອງປາກທາ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມ ເອກະສານຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX , ໂດຍການເປັນປະທານຂອງທ່ານ ນາງ ຈັນສຸກ ວັນນະວົງ ຄະນະປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ, ປະທານແນວລາວສ້າງຊາດເມືອງ, ມີບັນດາ ຄະນະບໍລິຫານງານຊາວໜຸ່ມ, ເລຂາໜ່ວຍຊາວໜຸ່ມອ້ອມຂ້າງເມືອງ, ຕະຫຼອດຮອດສະມາຊິກຊາວໜຸ່ມເຂົ້າຮ່ວມຮັບຟັງ.
ສຳລັບເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ປະກອບມີ: ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX, ມະຕິກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງບໍ່ແກ້ວ ຄັ້ງທີ່ 1 ສະໄໝທີ VIII, ກົດລະບຽບຄະນະບໍລິຫານງານຊາວໜຸ່ມ ປປ ລາວ ສະໄໝທີ IX
ຈຸດປະສົງ ຂອງການເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX, ມະຕິກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງບໍ່ແກ້ວ ຄັ້ງທີ່ 1 ສະໄໝທີ VIII, ກົດລະບຽບຄະນະບໍລິຫານງານຊາວໜຸ່ມ ປປ ລາວ ສະໄໝທີ IX ໃນຄັ້ງນີ້ ກໍເພື່ອໃຫ້ ຄະນະບໍລິຫານງານຊາວໜຸ່ມ, ເລຂາໜ່ວຍຊາວໜຸ່ມອ້ອມຂ້າງເມືອງ, ຕະຫຼອດຮອດສະມາຊິກຊາວໜຸ່ມ ໄດ້ຮັບຮູ້ເຂົ້າໃຈ ເຊື່ອມຊຶມ ກຳແໜ້ນຢ່າງເລິກເຊິ່ງ ທົ່ວເຖິງ ແລະ ມີຄວາມເປັນເອກະພາບສູງ ຕໍ່ເນື້ອໃນຂອງກອງປະຊຸມດັ່ງກ່າວ, ພ້ອມທັງສືບຕໍ່ປັບປຸງເນື້ອໃນ ແລະ ບັນດາມາດຕະການເຄື່ອນໄຫວຕົວຈິງ ແນໃສ່ປະຕິບັດບັນດາຄາດໝາຍສູ້ຊົນ ວຽກງານຈຸດສຸມ ແລະ ແຜນປະຕິບັດງານລະອຽດ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ໃຫ້ເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງ ແລະ ມີປະສິດທິຜົນສູງ.
ພາບ-ຂ່າວ: ວັນນະເດດ



