




ວັນທີ 7 ພຶດສະພາ 2026 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໄດ້ມີກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງອົງການປົກຄອງເມືອງປາກທາ ປະຈໍາເດືອນ 4 ແລະ ທິດທາງແຜນການປະຈໍາ ເດືອນ 5 ປີ 2026. ໂດຍການເປັນປະທານ ຂອງທ່ານ ບຸນພັດ ສີສົມບັດ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ມີບັນດາທ່ານ ຮອງປະທານຄະນະກໍາມະການປົກຄອງເມືອງ, ຮອງປະທານຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງປາກທາ, ປະທານກວດກາພັກ-ລັດເມືອງ, ຫົວໜ້າຫ້ອງການ, ສອງກອງບັນຊາການ ປກຊ-ປກສ ເມືອງ, ໄອຍະການປະຈຳເມືອງ, ສູນໄຟຟ້າ, ນໍ້າປະປາ, ທະນາຄານນະໂຍບາຍ, ໂຮງຮຽນໂຮງໝໍ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້ ທ່ານ ບຸນພັດ ສີສົມບັດ ໄດ້ກ່າວເປີດກອງປະຊຸມວ່າ:ໃນໄລຍະ ຜ່ານມາ ແມ່ນໄລຍະທີ່ປະເທດຊາດ ພວກເຮົາດຳເນີນໄປໃນສະຖານະການ, ສະພາບການຂອງໂລກ ແລະ ພາກພື້ນພວມປະເຊີນ ແລະ ຍັງສືບຕໍ່ຜັນແປຢ່າງສັບສົນ ເວົ້າລວມ, ເວົ້າສະເພາະສະພາບໂດຍລວມຂອງເມືອງປາກທາ ກໍຄືແຂວງບໍ່ແກ້ວ ພວກເຮົາ ຍັງສືບຕໍ່ປະເຊີນໜ້າກັບວິກິດການ ແລະ ສິ່ງທ້າທາຍຫຍຸ້ງຍາກຫຼາຍຢ່າງໂດຍສະເພາະແມ່ນບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນເປັນຕົ້ນ: ບັນຫາລາຄານໍ້າມັນເຊື້ອໄຟສູງ, ຄ່າຄອງຊີບ, ໄພເງິນເຟີ້ ແລະ ບັນຫາ ຢາເສບຕິດ, ຊຶ່ງໄດ້ກາຍເປັນສິ່ງທ້າທາຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງ ປະຊາຊົນບັນດາເຜົ່າ, ຕໍ່ກັບສະພາບດັ່ງກ່າວພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະກຳມະການປົກຄອງເມືອງ ກໍຄືການ ຕິດຕາມ, ກວດກາ, ຊຸກຍູ້ຢ່າງໃກ້ຊິດຂອງຄະນະພັກ, ຄະນະກຳມະການປົກຄອງເມືອງພວກເຮົາ ໄດ້ມີຄວາມພະຍາຍາມສູ້ຊົນປະຕິບັດໜ້າທີ່ ໃນການຄຸ້ມຄອງ ແລະ ບໍລິຫານລັດດ້ວຍຈິດໃຈບຸກທະລຸ ແລະ ມີຄວາມຮັບຜິດຊອບສູງ, ຊຶ່ງສາມາດຍາດໄດ້ຜົນງານ-ຜົນສຳເລັດໃນຫຼາຍດ້ານ.
ໃນກອງປະຊຸມຄະນະກໍາມະການປົກຄອງເມືອງປາກທາ ໃນຄັ້ງນີ້, ຍັງໄດ້ຮັບຟັງ ການສະຫຼຸບຕີລາຄາຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານຮອບດ້ານຂອງຄະນະກໍາມະການປົກຄອງເມືອງ ປະຈໍາເດືອນ ເມສາ ແລະ ທິດທາງແຜນການປະຈໍາເດືອນ ພຶດສະພາ ປີ 2026 ຂອງຄະນະກໍາມະການປົກຄອງເມືອງປາກທາ. ກອງປະຊຸມຍັງໄດ້ມີການປຶກສາຫາລື ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອຊອກຫາແນວທາງແກ້ໄຂບັນຫາທີ່ຍັງຄົງຄ້າງ ໂດຍເນັ້ນໜັກໃຫ້ຄະນະພັກທຸກຂັ້ນເພີ່ມທະວີຄວາມຮັບຜິດຊອບ ໃນການຫັນເອົາມະຕິກອງປະຊຸມໃຫຍ່ຂອງພັກ ແລະ ໂຄງການການເມືອງສະບັບຕ່າງໆ ມາເປັນແຜນງານຈຸດສຸມທີ່ແທດເໝາະກັບຕົວຈິງ ບໍ່ວ່າຈະເປັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການແກ້ໄຂຄວາມທຸກຍາກ, ວຽກງານວັດທະນະທຳ-ສັງຄົມ ແລະ ການປັບປຸງກົນໄກບໍລິຫານລັດໃຫ້ມີຄວາມເຂັ້ມແຂງ ເພື່ອເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາເມືອງປາກທາ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ພາບ-ຂ່າວ: ວັນະເດດ



