ໃນອາທິດຜ່ານມານີ້, ຄະນະພັກຮາກຖານຫ້ອງເຕັກນິກ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດພິທີຮັບເອົາສະມາຊິກພັກສຳຮອງ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄຳໄພ ທິບບົວວັນ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ ຕະຫຼອດຮອດ ພະນັກງານ – ສະມາຊິກພັກສົມບູນ – ສຳຮອງເຂົ້າຮ່ວມ.
ສະຫາຍ ພັນຕີ ນຸທັກ ແກ້ວມຸກດາຫານ ຄະນະພັກຮາກຖານ ຮອງເລຂາໜ່ວຍພັກ 3 ຫົວໜ້າພະແນກ ຄຸ້ມຄອງອາວຸດກະສຸນ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງຄະນະປະຈຳພັກກອງກອງບັນຊາການທະຫານແຂວງບໍ່ແກ້ວ ສະບັບເລກທີ 34/ຄປພທຂ ລົງວັນທີ 07 ເມສາ 2026 ວ່າດ້ວຍການອະນຸມັດຮັບເອົາມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 2 ສະຫາຍ, ຍິງ 1ສະຫາຍ.
ໂອກາດນີ້ ສະຫາຍ ພັນໂທ ສົມຫຼ້າ ວໍລະເດດ ປະທານພິທີ ໄດ້ໂອ້ລົມ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີພະນັກງານ-ສະມາຊິກພັກ ຍາດມາໄດ້ຕະຫຼອດໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ສະມາຊິກພັກສົມບູນ-ສໍາຮອງ, ຈົ່ງພ້ອມກັນຝຶກຝົນຫຼໍ່ຫຼອມຕົນເອງ, ເປັນແບບຢ່າງໃຫ້ແກ່ມະຫາຊົນຍົກສູງນ້ຳໃຈຮັບຜິດຊອບຕໍ່ໜ້າທີການເມືອງທີ່ຖືກມອບໝາຍໃຫ້, ມີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ປະຕິບັດຂໍ້ກຳນົດກົດລະບຽບຂອງພັກປະຊາຊົນປະຕິວັດລາວ, ຂອງກອງທັບ, ຂອງກົມກອງ ໃຫ້ເຂັ້ມງວດ, ຕັ້ງໜ້າອອກແຮງປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເຂົ້າຮ່ວມການດຳເນີນຊີວິດ ແລະ ເສຍເງິນບຳລຸງພັກຢ່າງເປັນປົກກະຕິ ໂດຍປະຕິບັດຕາມອຸດົມການຂອງພັກປະຊາຊົນປະຕິວັດລາວ ວາງອອກຢາງເຂັ້ມງວດ.




ຂ່າວໂດຍ: ນີ່ ທຳມະວົງ.



