ໃນວັນທີ 8 ພຶດສະພາ 2026 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດພິທີປະກາດລຸລ່ວງໃຫ້ນາຍທະຫານພັກການເພື່ອກຽມຮັບເບ້ຍບຳນານ. ໂດຍການເປັນປະທານຂອງສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ, ພະແນກການ,ກົມກອງ ຕະຫຼອດຮອດນາຍທະຫານທີ່ລໍຖ້າຮັບເບ້ຍບຳນານເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ດອນ ພອນມະນີ ຮອງຫົວໜ້າພະແນກພະນັກງານ ທະຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ ພັກການເພື່ອກຽມເຂົ້າຮັບບໍານານ ໃນນີ້ໄດ້ຕົກລົງໃຫ້ ສະຫາຍ ພັນໂທ ອ້ວນແກ້ວ ທະວີສິນ ຮອງຫົວໜ້າກອງບັນຊາການທະຫານເມືອງຫ້ວຍຊາຍ ຮັບຜິດຊອບວຽກເຕັກນິກ,ຫົວໜ້າພະແນກເຕັກນິກ ກອງບັນຊາການທະຫານເມືອງຫ້ວຍຊາຍ ພັກການເພື່ອກຽມເຂົ້າຮັບເບ້ຍບໍານານ.
ໂອກາດນີ້, ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ໄດ້ໂອ້ລົມຕໍ່ນາຍທະຫານທີ່ໄດ້ພັກການລໍຖ້າກຽມຮັບເບ້ຍບຳນານ, ສະຫາຍໄດ້ຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ສະຫາຍ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ,ເວົ້າລວມ ເວົ້າສະເພາະແມ່ນການປະກອບສ່ວນທັງ ແຮງກາຍ ແລະ ສະຕິປັນຍາ ເຂົ້າໃນການພັດທະນາກົມກອງໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ ເຮັດສໍາເລັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້ເປັນຢ່າງດີ, ພ້ອມທັງ, ເນັ້ນໜັກໃຫ້ສືບຕໍ່ເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານ-ນັກຮົບຮຸ່ນສືບທອດ ແລະ ເປັນເຈົ້າການສຶກສາອົບຮົມລູກຫຼານປະຕິບັດລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ, ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ແລະ ສີວິໄລຢ່າງບໍ່ຢຸດຢັ້ງ.



ຂ່າວໂດຍ: ນີ່ ທຳມະວົງ.



